ກົມໃຫຍ່ສັນຕິບານ ກະຊວງ ປກສ ໄດ້ປະກາດປັບປຸງການຈັດຕັ້ງຂັ້ນຫ້ອງການເມືອງ ແລະ ຂັ້ນກົມ ໃຫ້ມີຄວາມເຂັ້ມແຂງຂຶ້ນກວ່າເກົ່າ, ໂດຍມີ ພົຈວ ປອ ບົວວັນ ວົງສາວັນທອງ ຮັກສາການ ຫົວໜ້າກົມໃຫຍ່ສັນຕິບານ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ພິທີປະກາດການຈັດຕັ້ງ ໄດ້ຈັດຂຶ້ນໃນວັນທີ 7 ກໍລະກົດ 2020 ເຊິ່ງ ພັທ ສີທັນ ຄຳສົມບູນ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ສັນຕິບານ ໄດ້ຜ່ານຂໍ້ຕົກລົງຂອງ ກະຊວງ ປກສ ສະບັບເລກທີ 1254/ປກສ, ລົງວັນທີ 25 ມິຖຸນາ 2020 ວ່າດ້ວຍ ການແຕ່ງຕັ້ງນາຍຕຳຫຼວດ 6 ສະຫາຍ; ໃນນີ້, ເປັນຫົວໜ້າກົມ 5 ສະຫາຍ, ເປັນຫົວໜ້າຫ້ອງການເມືອງ 1 ສະຫາຍ ທີ່ຂຶ້ນກັບ ກົມໃຫຍ່ສັນຕິບານ ກະຊວງ ປກສ.

ໃນໂອກາດນີ້, ພົຈວ ປອ ບົວວັນ ວົງສາວັນທອງ ກ່າວວ່າ:

ການປະກາດແຕ່ງຕັ້ງໃນຄັ້ງນີ້ ກໍເພື່ອເປັນການຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ໂດຍສະເພາະແມ່ນ ເຮັດໃຫ້ວຽກງານສັນຕິບານ ມີຄວາມໜັກແໜ້ນ ແລະ ເຂັ້ມແຂງ ເພື່ອເຮັດສຳເລັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍເປັນຢ່າງດີ.

ພ້ອມນັ້ນ, ທ່ານຍັງເນັ້ນໃຫ້ຜູ້ທີ່ໄດ້ຮັບຕໍາແໜ່ງໃໝ່ ຈົ່ງເອົາໃຈໃສ່ຊີ້ນໍາ-ນໍາພາ ແລະ ແກ້ໄຂຈຸດຄົງຄ້າງທີ່ມີໃຫ້ໝົດໄປເທື່ອລະກ້າວ, ສືບຕໍ່ຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງກົມ ທີ່ຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງສືບຕໍ່ປະຕິບັດບັນດາແຜນການຂອງກະຊວງທີ່ວາງໄວ້ ໃຫ້ບັນລຸເປົ້າໝາຍຕາມລະດັບຄາດໝາຍ.