ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງປະທຸມພອນ ແຂວງຈຳປາສັກ ສົມທົບກັບອຳນາດປົກຄອງບ້ານໜອງໝາກເອກ ປິດລ້ອມຈັບຕົວເປົ້າໝາຍຄ້າຂາຍຢາເສບຕິດ 3 ຄົນ ຍິງ 1 ຄົນ ພ້ອມຢາບ້າ 24.000 ເມັດ ໄປດຳເນີນຄະດີ.

ເຈົ້າໜ້າທີ່ໄດ້ເປີດເຜີຍໃຫ້ຮູ້ວ່າ: ໃນວັນທີ 1 ກໍລະກົດ 2020, ມີປະຊາຊົນພົນລະເມືອງດີ ລາຍງານກ່ຽວກັບການເຄື່ອນໄຫວລັກລອບຄ້າ ຂາຍຢາເສບຕິດຢູ່ເຂດບບ້ານໜອງໝາກເອກ ເມືອງປະທຸມພອນ ແຂວງຈຳປາສັກ. ຈາກນັ້ນ, ເຈົ້າໜ້າທີ່ໄດ້ລົງກວດກາແຫຼ່ງຂ່າວແມ່ນມີມູນຄວາມຈິງ. ມາໃນວັນທີ 2 ກໍລະກົດ 2020, ຈຶ່ງໄດ້ປະສານສົມທົບກັບອຳນາດການປົກຄອງບ້ານ ເຂົ້າປິດລ້ອມກຸ່ມເປົ້າໝາຍ ຄື: ທ້າວ ຄານ ອາຍຸ 60 ປີ, ນາງ ບົວວອນ ອາຍຸ 40 ປີ ທັງ 2 ຜົວ-ເມຍ ຢູ່ບ້ານພິນທອງ ແລະ ທ້າວ ພອຍ ອາຍຸ 56 ປີ ບ້ານໜອງເອກ ເມືອງປະທຸມພອນ ຢູ່ແຂວງຈໍາປາສັກ ພ້ອມຢາບ້າ 12 ມັດ ເທົ່າກັບ 24.000 ເມັດ, ລົດຈັກເວັບ ໄອສີດຳບໍ່ມີປ້າຍທະບຽນ, ໂທລະສັບ 2 ເຄື່ອງ, ເງິນກີບ 530.000 ກີບ ມາສອບສວນ.

ປັດຈຸບັນ, ຄະດີດັ່ງກ່າວ ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງ ປະທຸມພອນ ກຳລັງດຳເນີນການສອບສວນ ເພື່ອຊອກຫາທີ່ມາຂອງຢາເສບຕິດຈຳນວນດັ່ງກ່າວ ແລະ ພັກພວກຜູ້ຮ່ວມຂະບວນການ ເພື່ອຕິດຕາມກັກຕົວມາດຳເນີນຄະດີໃຫ້ໝົດ.