ບັນຫາການເກີດອຸບັດຕິເຫດຕາມທ້ອງຖະໜົນເຫັນວ່າ ຍັງເກີດຂຶ້ນຢ່າງຕໍ່ເນື່ອງ, ເຊິ່ງໃນແຕ່ລະວັນອຸບັດຕິເຫດໄດ້ສ້າງຜົນເສຍຫາຍດ້ານຊັບສິນ, ສຸຂະພາບ ແລະ ຊີວິດຜູ້ຂັບຂີ່ ແລະ ຜູ້ໂດຍສານໄປຈໍານວນບໍ່ໜ້ອຍ. ຈາກການຕີລາຄາຂອງພາກສ່ວນທີ່ກ່ຽວຂ້ອງເຫັນວ່າ ສາເຫດຫຼັກທີ່ພາໃຫ້ເກີດອຸບັດຕິເຫດ ສ່ວນຫຼາຍແລ້ວເກີດຈາກນັກຂັບຂີ່ີເອງເປັນຜູ້ລະເມີດກົດລະບຽບຈະລາຈອນ. ມື້ນີ້, ໜັງສືພິມຄວາມສະຫງົບຈະນຳສະເໜີ 10 ຫຼັກພື້ນຖານໃນການຂັບຂີ່ປອດໄພ ທີ່ດັດມາຈາກເອກະສານເຜີຍແຜ່ກົດລະບຽບຈະລາຈອນຂອງເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ປະກອບມີຄື:

  1. ຄິດຈະດື່ມຢ່າຂັບຂີ່ ຄິດຈະຂັບຂີ່ຢ່າດື່ມ ເພາະທ່ານເມົາແລ້ວຂັບຂີ່ລົດຈະມີຄວາມສ່ຽງສູງຕໍ່ການເກີດອຸບັດຕິເຫດ
  2. ໃສ່ໝວກກັນກະທົບລ໋ອກສາຍຮັດຄາງ ແລະ ໃສ່ເຂັມຄັດນິລະໄພທຸກຄັ້ງເມື່ອທ່ານຂັບລົດ ຖ້າຫາກທ່ານເກີດອຸບັດຕິເຫດ ການໃສ່ໝວກກັນກະທົບ ແລະ ເຂັມຄັດນີລະໄພຢ່າງຖືກວິທີ ຈະຊ່ວຍທ່ານຈາກໜັກໃຫ້ກາຍເປັນເບົາໄດ້
  3. ຂັບຂີ່ລົດໃນຕອນກາງຄືນຕ້ອງໃຊ້ຄວາມລະມັດລະວັງ ແລະ ຄວາມໄວຕໍ່າ
  4. ບໍ່ແຊງໃນເຂດທີ່ເປັນອັນຕະລາຍ, ບໍ່ຂັບຂີ່ຜິດທາງ ຫຼື ເສັ້ນແບ່ງຊ່ອງທາງ
  5. ເຄົາລົບ ແລະ ປະຕິບັດກົດຈະລາຈອນຢ່າງເຂັ້ມງວດ
  6. ຮັກສາໄລຍະຫ່າງໃຫ້ເໝາະສົມ ແລະ ບໍ່ໃຊ້ຄວາມໄວເກີນກຳນົດ
  7. ຫຼຽວຫຼັງ ຫຼື ເບິ່ງແວ່ນສ່ອງຫຼັງເພື່ອກວດເຊັກຄວາມປອດໄພ ແລະ ເປີດສັນຍານກ່ອນອອກລົດ ຫຼື ລ້ຽວລົດ
  8. ຫຼຸດຜ່ອນຄວາມໄວລົງເມື່ອເຫັນເສັ້ນທາງປຽກມື່ນ, ທາງໂຄ້ງ ແລະ ທາງມີຂຸມ
  9. ເມື່ອຂັບຂີ່ຜ່ານທາງຄົບ-ທາງແຍກຄວນຢຸດ ຫຼື ຫຼຸດຜ່ອນຄວາມໄວລົງ
  10. ໝັ່ນກວດເຊັກລະບົບຢາງລົດ, ເບຼກ ແລະ ລະບົບໄຟຕາລົດໃຫ້ເປັນປະຈໍາ ເພື່ອຄວາມປອດໄພໃນເວລາທ່ານຂັບຂີ່

ຖ້າຫາກບັນດາທ່ານປະຕິບັດຕາມ 10 ຫຼັກພື້ນຖານການຂັບຂີ່ປອດໄພຢ່າງເຂັ້ມງວດ ແລະ ໃສ່ໃຈປະຕິບັດກົດລະບຽບຈະລາຈອນເຊື່ອວ່າທ່ານຈະບໍ່ເກີດອຸບັດຕິເຫດ ແຕ່ຖ້າເກີດຜົນກະທົບຈາກໜັກຈະກາຍເປັນເບົາ.