ກອງປະຊຸມສ່ອງແສງວຽກງານພັກ-ວຽກງານການເມືອງຂອງ ກຳລັງ ປກສ 4 ແຂວງພາກເໜືອ ປະຈຳໄຕມາດ II ໂດຍມີ: ແຂວງຫົວພັນ, ແຂວງຊຽງຂວາງ, ແຂວງຫຼວງພະບາງ ແລະ ແຂວງໄຊຍະບູລີ ໄດ້ຈັດຂຶ້ນຢູ່ທີ່ກອງບັນຊາການ ປກສ ແຂວງຫົວພັນ ໃນວັນທີ 8 ກໍລະກົດ 2020, ໂດຍການເປັນປະທານຂອງ ສະຫາຍ ພົຈວ ຄຳກິ່ງ ຜຸຍຫຼ້າມະນີວົງ ຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ, ມີຜູ້ຕາງໜ້າມາຈາກກົມທີ່ກ່ຽວຂ້ອງ, ຄະນະພັກ-ຄະນະບັນຊາກອງບັນຊາການ 4 ແຂວງພາກເໜືອ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມໄດ້ລາຍງານສະພາບປະກົດການຫຍໍ້ທໍ້ທາງສັງຄົມ ຈາກຫົວໜ້າກອງບັນຊາການ 4 ແຂວງ ເປັນຕົ້ນແມ່ນ: ວຽກງານພັກ-ວຽກງານການເມືອງ, ບັນຫາຢາເສບຕິດ, ອຸບັດຕິເຫດ, ອັກຄີໄພ, ຄາດຕະກຳ, ຄ້າ-ຂາຍເຖື່ອນ ແລະອື່ນໆ ເຊິ່ງມັນໄດ້ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ການພັດທະນາເສດຖະກິດ-ສັງຄົມ, ມັນສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ, ວຽກງານສຶກສາອົບຮົມນຳພາການເມືອງ-ແນວຄິດໃຫ້ຄະນະພັກທຸກຂັ້ນ ພ້ອມດ້ວຍພະນັກງານ-ນັກຮົບໄດ້ເຮັດເປັນປົກກະຕິ, ເຮັດຢ່າງເນື່ອງນິດລຽນຕິດ, ດ້ວຍການດໍາເນີນຈັດຕັ້ງເຊື່ອມຊຶມເອກະສານທີ່ສໍາຄັນຂອງພັກ-ຂອງຊາດ ເປັນຕົ້ນແມ່ນ: ເຊື່ອມຊຶມມະຕິ 10 ຂອງພັກ, ມະຕິ 4 ຂອງອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ, ເອກະສານ 3 ທາດແທ້, 7 ມູນເຊື້ອຂອງກຳລັງ, ຂໍ້ຫ້າມຕ່າງໆຂອງກຳລັງປ້ອງກັນຄວາມສະຫງົບ ແລະ 5 ຫຼັກການ 3 ທິດນຳຂອງພັກ, ພ້ອມນີ້ຍັງໄດ້ເອົາໃຈໃສປະຕິບັດແນວທາງນະໂຍບາຍຂອງພັກ ໂດຍໄດ້ສົ່ງພະນັກງານ-ນັກຮົບໄປຮຽນວິຊາສະເພາະປ້ອງກັນຄວາມສະຫງົບຢູ່ໂຮງຮຽນແຫ່ງຕ່າງໆ ເພື່ອສ້າງພະນັກງານສືບທອດປ່ຽນແທນ.

ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄຳຄິດ-ຄຳເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການຂອງແຕ່ລະແຂວງຢ່າງກົງໄປ-ກົງມາພາວະວິໄສແທດເໝາະກັບຄວາມເປັນຈິງຂອງແຕ່ລະແຂວງ.

ໂອກາດດັ່ງກ່າວ ສະຫາຍ ພົຈວ ຄຳກິ່ງ ຜຸຍຫຼ້າມະນີວົງ ໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາ ກອງບັນຊາການ ປກສ ທັງ 4 ແຂວງ ຈົ່ງສືບຕໍ່ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບຢ່າງເນື່ອງນິດລຽນຕິດ, ມີຄວາມສາມັກຄີເປັນເອກະພາບພາຍໃນພັກ, ມີສະຕິລະວັງຕົວຕໍ່ກຸ່ມຄົນບໍ່ດີ, ເພີ່ມທະວີການແກ້ໄຂວຽກງານວິຊາສະເພາະໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ສືບຕໍ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມໃຫ້ນັບມື້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.