ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງຫົງສາ ແຂວງໄຊຍະບູລີ ມ້າງກຸ່ມແກ້ງຄ້າ-ຂາຍຢາເສບຕິດ ໄດ້ຈຳນວນ 8 ຄົນ ພ້ອມທັງຢຶດຂອງກາງປະເພດຢາບ້າໄດ້ຈຳນວນ 2.900 ເມັດ.

ການມ້າງກຸ່ມແກງຄ້າຂາຍຢາເສບຕິດຄັ້ງນີ້ ມີຂຶ້ນໃນວັນທີ 5 ມິຖຸນາ 2020, ເຈົ້າໜ້າທີ່ ປກສ ເມືອງຫົງສາ ໄດ້ກັກຕົວຜູ້ຄ້າຂາຍຢາເສບຕິດຢູ່ບ້ານສີບຸນເຮືອງ ເມືອງຫົງສາ ຊື່: ທ້າວ ທອງເລື່ອນ ອາຍຸ 19 ປີ ຢູ່ບ້ານແທ່ນຄໍາ ເມືອງຫົງສາ ພ້ອມ ຂອງກາງຢາບ້າ 64 ເມັດ. ຕໍ່ມາ, ໃນວັນທີ 8 ມິ ຖຸນາ, ເຈົ້າໜ້າທີ ປກສ ເມືອງຫົງສາ ໄດ້ກັກຕົວ ທ້າວ ໄຊ ແຊໂຄ ອາຍຸ 52 ປີ ຢູ່ບ້ານຈອມແຈ້ງ ເມືອງຫົງສາ ພ້ອມຂອງກາງຢາບ້າ 164 ເມັດ; ວັນທີ 16 ມິຖຸນາ, ໄດ້ກັກຕົວ ທ້າວ ຈືເລົາ ອາຍຸ 60 ປີ ຢູ່ບ້ານນາປຸ່ງ ເມືອງຫົງສາ ພ້ອມຢາບ້າ 100 ເມັດ ແລະ ໃນວັນທີ 17 ມິຖຸນາ ໄດ້ກັກຕົວ ທ້າວ ອູທໍ່ ອາຍຸ 29 ປີ ຢູ່ບ້ານນາປຸ່ງ ເມືອງຫົງສາ ຂອງກາງຢາບ້າ 200 ເມັດ ແລະ ສືບຕໍ່ຄົ້ນເຮືອນຂອງຜູ້ກ່ຽວພົບຂອງກາງເພີ່ມ 1.860 ເມັດ; ໃນວັນດຽວກັນນີ້, ຍັງໄດ້ກັກຕົວ ທ້າວ ເສີດ ອາຍຸ 38 ປີ ຢູ່ບ້ານເສົາດຽວ ເມືອງໄຊສະຖານ ແຂວງໄຊຍະບູລີ ມີຂອງກາງ 100 ເມັດ.

ນອກນີ້, ໃນວັນທີ 18 ມິຖຸນາ ໄດ້ກັກຕົວຜູ້ຄ້າຂາຍໄດ້ຈຳນວນ 3 ຄົນ ຊື່ທ້າວ ເງິນ ອາຍຸ 24 ປີ ຢູ່ບ້ານສີບຸນເຮືອງ ເມືອງຫົງສາ ມີຢາບ້າ 217 ເມັດ, ທ້າວ ຄໍາພົນ ອາຍຸ 24 ປີ ຢູ່ບ້ານແທ່ນຄໍາ ເມືອງຫົງສາ ມີຢາບ້າ 37 ເມັດ ແລະ ທ້າວ ອຸດ ສີປະເສີດ ອາຍຸ 25 ປີ ຢູ່ບ້ານນາສ້ານເມືອງຫົງສາ ພ້ອມຂອງກາງຢາບ້າ 20 ເມັດ. ເບື່ອງຕົ້ນ, ຜູ້ຄ້າຂາຍທັງ 8 ຄົນ ສາລະພາບວ່າ: ໄດ້ເຄື່ອນໄຫວຄ້າຂາຍຢາເສບຕິດແທ້ ແລະ ເປັນກຸ່ມແກ້ງດຽວກັນ; ບາງຄັ້ງກໍໄດ້ເອົາຢາບ້ານໍາກັນເອງໄປຂາຍ. ນອກນີ້, ຍັງໄດ້ເສບຢາບ້າເປັນປະຈໍາ ເສບຄັ້ງລະ 1-2 ເມັດ.

ເຈົ້າໜ້າທີ່ ປກສ ເມືອງຫົງສາ ກ່າວວ່າ ການມ້າງກຸ່ມແກງດັ່ງກ່າວສືບເນື່ອງມາຈາກມີພົນລະເມືອງດີລາຍງານວ່າ ມີກຸ່ມຄົນຮ້າຍ ຈຳນວນໜຶ່ງ ເຄື່ອນໄຫວລັກລອບຈຳໜ່າຍຢາເສບຕິດໃຫ້ກັບກຸ່ມໄວລຸ້ນພາຍໃນເທດສະບານ. ເມື່ອຮູ້ແນວນັ້ນ, ຈຶ່ງໄດ້ຈັດຕັ້ງກໍາລັງວິຊາສະເພາະ ລົງສືບ ຫາ ແລະ ຮູ້ວ່າກຸ່ມແກ້ງເປັນຄົນເມືອງຫົງສາ; ສະນັ້ນ, ຈຶ່ງໄດ້ເຂົ້າກັກຕົວກຸ່ມຜູ້ຄ້າຂາຍດັ່ງກ່າວມາດໍາເນີນຄະດີ.