ສ້າງຂະບວນການອະນາໄມລວມ ທົ່ວຊາວໜຸ່ມກະຊວງ ປກສ

0
888

ຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ໄດ້ນໍາພາສະມາຊິກຊາວໜຸ່ມກົມກອງອ້ອມຂ້າງ ສ້າງຂະບວນການອອກແຮງງານລວມ ໃນວັນທີ 10 ກໍລະກົດ 2020 ຢູ່ສູນຮັບຕ້ອນ ແລະ ຝຶກອົບຮົມວິຊາສະເພາະ ກະຊວງ ປກສ, ໂດຍມີ ພົຈວ ຄຳສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີສະມາຊິກຊາວໜຸ່ມ 18 ກົມກອງອ້ອມຂ້າງກະຊວງ ເຂົ້າຮ່ວມ.

ພັທ ບຸນຈັນ ອິນພົມມາ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ກ່າວວ່າ: ການສ້າງຂະບວນການອອກແຮງງານລວມຄັ້ງນີ້ ແມ່ນເປັນການຂໍ່ານັບຮັບຕ້ອນ ວັນຄ້າຍວັນເກີດຂອງ ປະທານ ສຸພານຸວົງ ຄົບຮອບ 111 ປີ (13 ກໍລະກົດ 1909-13 ກໍລະກົດ 2020), ກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ກະຊວງ ປກສ ແລະ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ ຄົບຮອບ 60 ປີ (5 ເມສາ 1961-5 ເມສາ 2021) ທີ່ຈະມາເຖິງໃຫ້ມີບັນຍາກາດຟົດຟື້ນ; ພ້ອມນີ້, ກໍຍັງເປັນການຮັກສາຄວາມສະອາດ, ຄວາມເປັນລະບຽບຮຽບຮ້ອຍ, ມີຄວາມຈົບງາມຕາມຂອບເຂດສະຖານທີ່ດັ່ງກ່າວ ແລະ ເປັນການຮັດແໜ້ນຄວາມສາມັກຄີເປັນປຶກແຜ່ນຂອງຊະມາຊິກຊາວໜຸ່ມອ້ອມຂ້າງ ກະຊວງ ປກສ ໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ.

ການສ້າງຂະບວນການອະນາໄມໃນຄັ້ງນີ້ ແມ່ນໄດ້ພ້ອມກັນຕັດຫຍ້າທົ່ວບໍລິເວນສູນຮັບຕ້ອນ ແລະ ຝຶກອົບຮົມວິຊາສະເພາະ ກະຊວງ ປກສ ເຊິ່ງຈະແບ່ງອອກເປັນສອງໄລຍະຄື: ເມື່ອສໍາເລັດການຕັດຫຍ້າແລ້ວ ໄລຍະທີສອງແມ່ນຈະໄດ້ອະນາໄມເກັບມ້ຽນຂີ້ເຫຍື້ອໃນບໍລິເວນອ້ອມຮອບໃຫ້ມີຄວາມສະອາດງາມຕາ.