ໃນວັນທີ 9 ກໍລະກົດ 2020, ກະຊວງ ປກສ ຮັບເຄື່ອງຊ່ວຍເຫຼືອຈາກບໍລິສັດ ກຸ່ມດວງຈະເລີນ ພັດທະນາກໍ່ສ້າງ ຈໍາກຳຜູ້ດຽວ, ບໍລິສັດ China Red Wave inter national Security Group ແລະ ບໍລິສັດ Shenzhen Zhon gyi Trading Co.Ltd ປະເພດຜ້າອັດປາກ-ອັດດັງ ລຸ້ນ NK 95 ຈໍານວນ 7.680 ອັນ; ລວມມູນຄ່າ 23.654 ໂດລາສະຫະລັດ ຫຼື ປະມານ 200 ລ້ານກວ່າກີບ.

ການມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ກໍເພື່ອນໍາໃຊ້ເຂົ້າໃນວຽກງານປ້ອງກັນ, ສະກັດກັ້ນການແພ່ລະບາດຂອງພະຍາດໂຄດວິດ 19 ໂດຍຈະນຳໄປແຈກຢາຍໃຫ້ບັນດາ ກົມກອງອ້ອມຂ້າງກະຊວງ ເພື່ອນຳໃຊ້ໃນເວລາຈັດກອງປະຊຸມ, ງານສຳຄັນຕ່າງໆ ແລະ ນຳໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະໃຫ້ສາມາດຮັບປະກັນຄວາມປອດໄພ ແລະ ເປັນການປ້ອງກັນບໍ່ໃຫ້ພະຍາດທີ່ລະບາດຕິດແປດເຂົ້າສູ່ຮ່າງກາຍ.

ຕາງໜ້າຮັບເຄື່ອງຊ່ວຍເຫຼືອ ແລະ ມອບໃບກຽດຕິຄຸນໃຫ້ 3 ບໍລິສັດ ໂດຍ ພັອ ອານຸເດດ ຄູນຄຳ ຮອງຫົວໜ້າຫ້ອງວ່າການກະຊວງ ປກສ ພ້ອມດ້ວຍຕາງໜ້າບັນດາ ກົມໃຫຍ່, ກົມກອງອ້ອມຂ້າງກະຊວງ; ມອບໂດຍ ທ່ານ ຄໍາໝຶງ ສີລາຊາຕາງໜ້າບໍລິສັດ ກຸ່ມດວງຈະເລີນພັດທະນາກໍ່ສ້າງ, ທ່ານ ນາງ ຢວນ ຢວນ ຕາງໜ້າ ບໍລິສັດ Chi na Red Wave internatio nal Security Group ແລະ ທ່ານ ເດ ວິດລີ ຕາງໜ້າບໍລິສັດ Shenzh en Zhongyi TradingCo. Ltd.