ຮອງລັດຖະມົນຕີ ກະຊວງ ປກສ ເຮັດວຽກຢູ່ ປກສ ແຂວງສາລະວັນ

0
1115

ພົຕ ປອ ສົມຫວັງ ທໍາມະສິດ ຮອງລັດຖະມົນຕີກະຊວງ ປກສ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ  ເຮັດວຽກຢູ່ກອງບັນຊາການ ປກສ ແຂວງສາລະວັນ ໃຫ້ການຕ້ອນຮັບໂດຍ ພັອ ສີເສີດ ສອນດາລາ ຫົວໜ້າກອງບັນຊາການ ປກສ ແຂວງ ພ້ອມຄະນະ, ໃນວັນທີ 7 ກໍລະກົດ 2020.

ໂອກາດນີ້,  ທ່ານຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ລາຍງານຜົນຂອງການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ໃນໄລຍະ 6 ເດືອນຕົ້ນປີ 2020 ວ່າ: ຄະນະພັກ-ຄະນະກອງບັນຊາການ ຍາມໃດກໍມີການປະຊຸມສ່ອງແສງລາຍງານວຽກງານປະຈໍາວັນ, ປະຈໍາອາທິດ, ເດືອນ, ປີ ຢ່າງຕໍ່ເນື່ອງລຽນຕິດ, ໄດ້ເອົາໃຈໃສ່ສຶກສາອົບຮົມສະມາຊິກພັກ, ພະນັກງານ-ນັກຮົບດ້ວຍຫຼາຍວິທີຖືເອົາການເຊື່ອມຊຶມບັນດາເອກະສານຂັ້ນສູນກາງທ້ອງຖິ່ນ ເພື່ອໃຫ້ນາຍ ແລະ ພົນຕໍາຫຼວດແຕ່ລະສະຫາຍໃນຖັນແຖວກຳລັງ ປກສ ແຂວງສາລະວັນ ຮັກສາໄດ້ທັດສະນະຄຸນສົມບັດທີ່ດີຕໍ່ພັກ, ຕໍ່ຊາດ ແລະ ປະຊາຊົນດ້ວຍຄວາມບໍລິສຸດໃຈ. ຕັ້ງໜ້າເຄື່ອນໄຫວວຽກງານວິຊາການວິຊາສະເພາະ ໃນການປົກປ້ອງ, ຄຸ້ມຄອງ, ປ້ອງກັນເທດສະບານແຂວງ, ເມືອງ ແລະ ຂົງເຂດຫ່າງໄກສອກຫຼີກ, ເສັ້ນທາງຍຸດທະສາດລະຫວ່າງແຂວງຕໍ່ແຂວງ, ປະເທດຕໍ່ປະເທດໃຫ້ມີຄວາມສະຫງົບດີໂດຍພື້ນຖານ.     

 6 ເດືອນຜ່ານມາ, ຄະນະພັກຄະນະບັນຊາ ເພີ່ມທະວີການຊີ້ນໍາຫຼາຍໜ້າວຽກຢ່າງໃກ້ຊິດຕິດແທດ, ຮັບປະກັນຄວາມຖືກຕ້ອງ, ປອດໃສໂດຍປັດສະຈາກບັນດາຫາງສຽງວິພາກວິຈານຂອງສັງຄົມ, ຕ້ານສະກັດກັ້ນປະກົດການຫຍໍ້ທໍ້ຂີ້ລັກ-ງັດແງະ, ປຸ້ນຈີ້-ຊິງຊັບພົນລະເມືອງ, ກໍ່ອາລະວາດຕີກັນ, ສະກັດກັ້ນກຸ່ມຄົນເຄື່ອນໄຫວກໍ່ການກະທໍາຜິດດ້ວຍຄວາມວ່ອງໄວທັນການ.

ຈາກນັ້ນ, ທ່ານຮອງລັດຖະມົນຕີ ກະຊວງ ປກສ ໄດ້ເນັ້ນໃຫ້ນາຍຕໍາຫຼວດແຕ່ລະຂັ້ນທົ່ວກຳລັງ ປກສ ແຂວງສາລະວັນ ສຸມໃສ່ໃຈນໍາວຽກງານອົບຮົມແນວຄິດການຮັກສາຄວາມເປັນທໍາໃຫ້ກັບທຸກຝ່າຍ, ເພີ່ມທະວີການກໍ່ສ້າງຝຶກຝົນຕົນເອງ, ຍົກລະດັບ, ມີຄວາມເປັນເອກະພາບ, ຮັກສາຄວາມສາມັກຄີ ແລະ ຮັກແພງລະຫວ່າງພະນັກງານດ້ວຍກັນໃຫ້ແໜ້ນແຟ້ນຍິ່ງຂຶ້ນ.