ນັກສຶກສາລະບົບຊັ້ນສູງເລັ່ງລັດ 5 ເດືອນ ຮຸ່ນທີ XII ໂຮງຮຽນທິດສະດີການເມືອງ ປກສ ໄດ້ລົງທັດສະນະສຶກສາຢູ່ກອງພັນໃຫຍ່ 497 ຫຼື ຈໍ 497 ກະຊວງປ້ອງກັນປະເທດ ເພື່ອຖອດຖອນບົດຮຽນ ແລະ ຢ້ຽມຢາມກົມກອງ ໃນວັນທີ 9 ກໍລະກົດ 2020 ເຊິ່ງນໍາພາໂດຍ ພັທ ປທ ຄໍາແຫວນ ສີຫາລາດ ຄະນະອໍານວຍການໂຮງຮຽນທິດສະດີການເມືອງ ປກສ, ໃຫ້ກຽດຕ້ອນຮັບໂດຍ ພັອ ຄໍາສຸກ ໄຊມວນສິນ ຫົວໜ້າການທະຫານ ຈໍ 497, ມີນັກສຶກສາພ້ອມດ້ວຍແຂກຖືກເຊີນ ແລະ ພະນັກງານ-ນັກຮົບ ພາຍໃນ ກອງພັນໃຫຍ່ 497 ເຂົ້າຮ່ວມ.

ພັທ ປທ ຄໍາແຫວນ ສີຫາລາດ ໄດ້ຂຶ້ນລາຍງານຫຍໍ້ກ່ຽວກັບ ສະພາບຈຸດພິເສດຂອງຊຸດຮຽນ 5/12 ໂດຍຫຍໍ້ວ່າ:

ນັກສຶກສາລະບົບຊັ້ນສູງເລັ່ງລັດ 5 ເດືອນ ຮຸ່ນທີ XII ໄດ້ເລີ່ມຮຽນມາແຕ່ວັນທີ 11 ກຸມພາ 2020 ເຊິ່ງມີຈໍານວນທັງໝົດ 55 ສະຫາຍ, ຍິງ 6 ສະຫາຍ, ມາຈາກກົມກອງອ້ອມຂ້າງ ກະຊວງ ປກສ ແລະ ພາຍນອກສ່ວນໜຶ່ງ; ໃນໄລຍະຜ່ານມາ, ກໍໄດ້ມີການຈັດຕັ້ງພົບປະເຊິ່ງກັນແລະກັນ ຕາມທີ່ໄດ້ກຳນົດໃນສັນຍາຄື ປີລະ 2 ຄັ້ງ ແລະ ເຫັນວ່າມີຜົນສໍາເລັດຕາມຄາດໝາຍ.

ໂອກາດດັ່ງກ່າວ, ພັອ ຄໍາສຸກ ໄຊມວນສິນ ໄດ້ກ່າວສະແດງຄວາມຕ້ອນຮັບດ້ວຍຄວາມພາກພູມໃຈ ພ້ອມທັງກ່າວວ່າ: ການມາທັດສະນະຖອດຖອນບົດຮຽນຂອງບັນດາສະຫາຍໃນຄັ້ງນີ້ ແມ່ນເຫດການການເມືອງໜຶ່ງທີ່ມີຄວາມໝາຍ-ຄວາມສໍາຄັນຢ່າງເລິກເຊິ່ງ ເຊິ່ງຖືໄດ້ວ່າເປັນມູນເຊື້ອກົມກອງແຮກສ່ຽວ ທັງເປັນການເພີ່ມທະວີຄວາມສາມັກຄີໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ກອງພັນໃຫຍ່ 497 ແມ່ນກອງພັນຕີພິເສດ, ການປະກອບກະທັດລັດເບົາບາງ, ແຕກຕ່າງກັບເຫຼົ່າຮົບອື່ນ, ວິທີຕີແມ່ນເອົາໜ້ອຍຕີຫຼາຍ, ເອົາຄຸນນະພາບຊະນະປະລິມານ, ຕີຖືກເປົ້າໝາຍຈຸດໜັກ, ຕີໄວດັບສູນກ້ຽງ ແລະ ປະສານສົມທົບແໜ້ນຕາມ 5 ຫຼັກການ ຄື: ຕີນຮອດ, ມີເຖິງ, ຫູຟັງ, ດັງດົມ, ຕາເຫັນ ແລະ ມືສໍາພັດກັບຕົວຈິງ.

ສ່ວນວຽກງານແບບແຜນຊີ້ນໍາບັນຊາ,​ ວຽກງານສຶກສາອົບຮົມການເມືອງ-ແນວຄິດ, ການສ້າງກອງປອດໃສເຂັ້ມແຂງ,​ ໜັກແໜ້ນ ແລະ ວຽກງານພະລາທິການ ແມ່ນເຫັນວ່າເຮັດໄດ້ດີພໍສົມຄວນ ແຕ່ຖ້າທຽບໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ແມ່ນຍັງຈະໄດ້ສູ້ຊົນປັບປຸງແກ້ໄຂໃນຫຼາຍດ້ານຕື່ມອີກ.

ພາຍຫຼັງພົບປະແລກປ່ຽນບົດຮຽນກັນແລ້ວ ທັງສອງພາກສ່ວນກໍໄດ້ສ້າງຂະບວນການເຄື່ອນໄຫວກິດຈະກຳຍິງປືນ ແລະ ຮ່ວມພາເຂົ້າສາມັກຄີເພື່ອໃຫ້ມີບັນຍາກາດເບີກບານມ່ວນຊື່ນ.