ຫ້ອງວ່າການເມືອງເມືອງເງິນ ແຂວງໄຊຍະບູລີ ໄດ້ດຳເນີນກອງປະຊຸມຄົ້ນຄວ້າປຶກສາ ຫາລື ຄວາມເປັນໄປໄດ້ກ່ຽວກັບການສ້າງເຂດພັດທະນາເສດຖະກິດພິເສດຢູ່ດ່ານສາກົນນຳ້ເງິນ, ໃນວັນທີ 7 ກໍລະກົດ 2020; ມີ ທ່ານ ເພັງນິລັນ ຄຳພັນເພັງ ຮອງເຈົ້າແຂວງໄຊຍະບູລີ, ທ່ານ ຈຳປາ ຄຳສຸກໃສ ຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດ ພິເສດກະຊວງແຜນການ ແລະ ການລົງທຶນ, ມີຫົວໜ້າກົມຂົນສົ່ງກະຊວງໂຍທາທິການ; ຫົວໜ້າກົມຕຳຫຼວດຄົນ ເຂົ້າ-ອອກເມືອງ ກະຊວງ ປກສ ພ້ອມດ້ວຍທີມງານຈາກບັນດາກະຊວງທີ່ກ່ຽວຂ້ອງ, ຕາງໜ້າຈາກແຂວງ ແລະ ເມືອງ, ກອງຄຸ້ມຄອງພາສີ 3 , ດ່ານສາກົນນ້ຳເງິນ ຕະຫຼອດຮອດນັກທຸລະກິດຜູ້ປະກອບການເຂົ້າຮ່ວມ.

ຫາລື ຄວາມເປັນໄປໄດ້ກ່ຽວກັບການສ້າງເຂດພັດທະນາເສດຖະກິດພິເສດຢູ່ດ່ານສາກົນນຳ້ເງິນ
ຫາລື ຄວາມເປັນໄປໄດ້ກ່ຽວກັບການສ້າງເຂດພັດທະນາເສດຖະກິດພິເສດຢູ່ດ່ານສາກົນນຳ້ເງິນ

ທ່ານ ທະວິສັກ ໄຊຍະວົງ ຮອງເຈົ້າເມືອງ ເມືອງເງິນ ໄດ້ລາຍງານສະພາບ ໂດຍລວມເມືອງເງິນ ແມ່ນມີທ່າແຮງບົ່ມຊ້ອນຫຼາຍດ້ານເປັນເມືອງປະຕູດ່ານ, ມີເສັ້ນທາງເຊື່ອມຈອດຫຼາຍເມືອງ ເຊິ່ງເປັນເງື່ອນໄຂທີ່ດີ, ອໍານວຍຄວາມສະ ດວກໃນການນຳສົ່ງສິນຄ້າລະຫວ່າງເມືອງຕໍ່ເມືອງ, ເມືອງກັບບັນດາແຂວງໃກ້ຄຽງ ແລະ ມີຊາຍແດນຕິດຈອດກັບປະເທດເພື່ອນບ້ານ.

ພ້ອມນີ້, ກໍໄດ້ລາຍງານການເກັບກຳຂໍ້ມູນການສຳຫຼວດໃນຂອບເຂດຜັງດ່ານ ໃນຄັ້ງວັນທີ 23 ທັນວາ 2011 ຜ່ານມາ; ເພື່ອຈັດສັນເປັນເຂດເສດຖະກິດພິເສດ ໂດຍມີທີ່ຕັ້ງຢູ່ເຂດເທດສະບານເມືອງ ເບື້ອງຕາເວັນຕົກ ລວມມີເນື້ອທີ່ທັງໝົດ 1.100 ກວ່າເຮັກຕາ; ໃນນີ້, ດິນລັດຄຸ້ມຄອງ ແລະ ສາທາລະນະປະໂຫຍດ 800 ກວ່າເຮັກຕາ, ດິນທີ່ປະ ຊາຊົນຄຸ້ມຄອງ ແລະ ນຳໃຊ້ 200 ກວ່າເຮັກຕາ.

ນອກນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ສົນທະນາປຶກສາຫາລືກ່ຽວກັບຄວາມ ເປັນໄປໄດ້ໃນການສ້າງເຂດດັ່ງກ່າວ ເປັນ ເຂດພັດທະນາເສດຖະກິດພິເສດເປັນ ຕົ້ນແມ່ນການກະກຽມຂໍ້ມູນເບື້ອງຕົ້ນ, ທີ່ຕັ້ງ, ຈຸດພິເສດ ທ່າແຮງບົ່ມຊ້ອນ, ເປົ້າ ໝາຍ,ຈຸດເຊື່ອມຈອດ, ຂັ້ນຕອນ, ພິຈາ ລະນາຂັ້ນຕອນ, ການເຊັນສັນຍາພັດທະ ນາໂຄງການ; ໃນການສົມທົບລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ເພື່ອເປັນແນວຄິດອັນໃໝ່ໃນການຫັນເປັນເຂດພັດທະນາເສດຖະກິດພິເສດໃນການຂົນສົ່ງສິນ ຄ້າ ໃນອະນາຄົດອີກດ້ວຍ.

ກອງປະຊຸມ ຫາລື ຄວາມເປັນໄປໄດ້ກ່ຽວກັບການສ້າງເຂດພັດທະນາເສດຖະກິດພິເສດຢູ່ດ່ານສາກົນນຳ້ເງິນ
ກອງປະຊຸມ ຫາລື ຄວາມເປັນໄປໄດ້ກ່ຽວກັບການສ້າງເຂດພັດທະນາເສດຖະກິດພິເສດຢູ່ດ່ານສາກົນນຳ້ເງິນ