ກະຊວງປ້ອງກັນປະເທດ ຈັດພິທີເປີດອະນຸສອນສະຖານຄຸກກັກຂັງຜູ້ນພັກ-ແນວລາວຮັກຊາດ 16 ທ່ານ ຂອງລັດຖະບານຫຸ່ນຂາຍຊາດ ທີ່ຄ້າຍໂພນເຄັງ ໃນວັນທີ 13 ກໍລະກົດ 2020 ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ພົອ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງປະເທດ ໄດ້ຂຶ້ນມີຄໍາເຫັນວ່າ:

ການກໍ່ສ້າງອະນຸສອນສະຖານດັ່ງກ່າວນີ້ ເພື່ອຈາລຶກ ແລະ ເສີມຂະຫຍາຍຄັງສາງດ້ານທິດສະດີ ແລະ ພຶດຕິກໍາຕົວຈິງໃນການນໍາພາຂອງພັກ-ແນວລາວຮັກຊາດ, ເປັນການຢັ້ງຢືນເຖີງຜົນງານອັນໂດດເດັ່ນ, ຄວາມສະຫຼຽວສະຫຼາດ-ເກັ່ງກ້າ-ອາດຫານຊານໄຊ-ບໍ່ຍອມຈໍານົນຂອງບັນດາຜູ້ນຳເຮົາທີ່ກ້າປະເຊີນໜ້າໂດຍກົງກັບສັດຕູ, ບໍ່ຫວັ່ນໄຫວຕໍ່ເຫດການໃດໆ ໃນການໂຕນອອກຈາກຄຸກຄັ້ງມະຫັດສະຈັນທີ່ບໍ່ເຄີຍມີໃນລາວ ກໍຄື ໃນໂລກ.

ເພື່ອສຶກສາອົບຮົມໃຫ້ພະນັກງານ-ສະມາຊິກພັກ, ນັກຮຽນ-ນັກສຶກສາ ແລະ ປະຊາຊົນລາວບັນດາເຜົ່າ ໃນທົ່ວປະເທດ ເຊື່ອມຊຶມກຳແໜ້ນກ່ຽວກັບ ປະຫວັດສາດມູນເຊື້ອແຫ່ງການຈັດຕັ້ງນຳພາຂອງພັກ ໃນການຕໍ່ສູ້ທາງດ້ານການເມືອງ, ການທະຫານ, ການຕ່າງປະເທດ, ບົດຮຽນໃນການຂົນຂວາຍກໍ່ສ້າງຮາກຖານການເມືອງ, ຍາດແຍ່ງເອົາການສະໜັບສະໜູນຊ່ວຍເຫຼືອ ແລະ ຄວາມປີຊາສາມາດ, ສະຫຼາດສ່ອງໃສຂອງ ສູນກາງພັກປະຊາຊົນ ປະຕິວັດລາວ ແລະ ເພື່ອເຜີຍແຜ່ຂໍ້ມູນກ່ຽວກັບ ວິລະກໍາການໂຕນຄຸກຄັ້ງມະຫັດສະຈັນຂອງບັນດາທ່ານຜູ້ນໍາແນວລາວຮັກຊາດ ໃຫ້ບັນດາເພື່ອມິດຜູ້ຮັກຫອມສັນຕິພາບ, ເອກະລາດ ແລະ ຄວາມກ້າວໜ້າທາງສັງຄົມໃນທົ່ວໂລກຮັບຮູ້ ແລະ ເຂົ້າໃຈເຫດການປະຫວັດສາດແຫ່ງການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ໃນຊຸມປີ 1945-1975.

ອະນຸສອນສະຖານດັ່ງກ່າວ ໃຊ້ເວລາກໍ່ສ້າງທັງໝົດ 7 ເດືອນ ກັບ 15 ວັນ ຄືນັບແຕ່ວັນທີ 5 ກໍລະກົດ 2019 ແລະ ສຳເລັດໃນວັນທີ 15 ມັງກອນ 2020, ລວມມູນຄ່າການກໍ່ສ້າງທັງໝົດ 8.500 ລ້ານກີບ ໂດຍນຳໃຊ້ຮ່ວງເງິນປະຢັດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຮັບເໝົາກໍ່ສ້າງໂດຍ ບໍລິສັດ SCS ຈຳກັດ.

ສໍາລັບຜູ້ນໍາແນວລາວຮັກຊາດ 16 ທ່ານ ທີ່ໂຕນອອກຈາກຄຸກຢ່າງມະຫັດສະຈັນ ໃນຄໍ່າຄືນວັນທີ 24 ພຶດສະພາ ປີ 1960 ລວມມີ: ທ່ານ ສຸພານຸວົງ, ທ່ານ ໜູຮັກ ພູມສະຫວັນ, ທ່ານ ພູມີ ວົງວິຈິດ, ທ່ານ ພູນ ສີປະເສີດ, ທ່ານ ສີທົນ ກົມມະດຳ, ທ່ານ ສິງກະໂປ ສີໂຄດຈຸນລະມະນີ, ທ່ານ ໝື່ນ ສົມວິຈິດ, ທ່ານ ສີຊະນະ ສີສານ, ທ່ານ ມາ ໄຂຄຳພິທູນ, ທ່ານ ຄໍາຜາຍ ບຸບຜາ, ທ່ານ ບົວສີ ຈະເລີນສຸກ, ທ່ານ ມະຫາສົມບູນ ວົງໜໍ່ບຸນທໍາ, ທ່ານ ເພົ້າ ພິມມະຈັນ, ທ່ານ ຄໍາເພັດ ພົມມະວັນ, ທ່ານ ພູເຂົາ ແລະ ທ່ານ ມານະ ວົງອີສານ.