ແຂວງໄຊສົມບູນ ປາຖະກະຖາວັນເກີດ ປະທານສຸພານຸວົງ ຄົບຮອບ 111 ປີ

0
1175

ວັນທີ 10 ກໍລະກົດ 2020, ແຂວງໄຊສົມບູນ ໄດ້ຈັດພິທີປະຖະກະຖາຄ້າຍວັນເກີດ ປະທານ ສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ຄົບຮອບ 111 ປີ (13 ກໍລະກົດ 1909-13 ກໍລະກົດ 2020) ໃຫ້ກຽດປະຖະກະຖາໂດຍ ທ່ານ ແດງ ປະທຸມທອງ ຮອງເລຂາພັກແຂວງ ຮອງເຈົ້າແຂວງໄຊສົມບູນ, ເຂົ້າຮ່ວມຮັບຟັງໂດຍບັນດາການນຳແຂວງ, ຫົວໜ້າພະແນກການ, ອົງການ, ກົມກອງອ້ອມຂ້າງແຂວງ ແລະ ພະນັກງານ-ວິຊາການ.

ໃນພິທີ, ທ່ານ ແດງ ປະທຸມທອງ ໄດ້ຫວນຄືນມູນເຊື້ອປະຫວັດຄວາມເປັນມາຂອງ ອະດີດ ປະທານ ສຸພານຸວົງ ໃນແຕ່ໄລຍະຂອງການປະຕິວັດ ວ່າ: ປະທານ ສຸພານຸວົງ ເປັນຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ເຊິ່ງທ່ານໄດ້ເກີດໃນວັນທີ 13 ກໍລະກົດ 1909 ທີ່ຫຼວງພະບາງ ໃນຄອບຄົວເຊື້ອເຈົ້າ, ເປັນໂອຣົດຂອງ ເຈົ້າມະຫາອຸປະຣາດບຸນຄົງ ແລະ ໝ່ອມຄຳອ້ວນ, ມີເອື້ອຍ 2 ຄົນ ແລະ ອ້າຍຕ່າງມານດາ 2 ຄົນຄື: ເຈົ້າເພັດສະຣາດ ແລະ ເຈົ້າສຸວັນນະພູມມາ.

ມາຮອດກາງປີ 1920, ທ່ານໄດ້ເດີນທາງໄປຮຽນຕໍ່ຢູ່ “ອານແບກຊາໂຣ” ທີ່ນະຄອນຫຼວງຮາໂນ້ຍ ປະເທດຫວຽດນາມ; 1931 ທ່ານໄດ້ໄປສຶກສາຕໍ່ທີ່ປະເທດຝຣັ່ງ ຮຽນຢູ່ມະຫາວິທະຍາໄລຂົວທາງແຫ່ງຊາດ ສາຂາວິສາວະກອນພົນລະເຮືອນ; 1937 ທ່ານໄດ້ສຳເລັດການສຶກສາ ແລະ ກັບຄືນອິນດູຈີນ ໂດຍໄດ້ຮັບລາຊະການໃນຂະແໜງໂຍທາທິການ ປະຈຳຢູ່ປະເທດຫວຽດນາມ; 1945 ທ່ານໄດ້ກັບຄືນປະເທດລາວຕາມທາງເລກ 9 ທ່ານໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກປະຊາຊົນລາວ ກໍຄືຊາວເຊໂປນທຸກຊັ້ນຄົນ, ພ້ອມທັງກ່າວປາໄສຕໍ່ຊາວໜຸ່ມຊົນວ່າ “ແຜນດິນລາວຕ້ອງແມ່ນຄົນລາວເປັນເຈົ້າຂອງ. ສະນັ້ນ, ພວກເຮົ້າທຸກຄົນ ຕ້ອງສາມັກຄີຮ່ວມແຮງກັນຕໍ່ສູ້ກູ້ຊາດອັນແສນຮັກຂອງພວກເຮົາ ຄືນມາໃຫ້ໄດ້”

ພາຍຫຼັງ ປະທານ ສຸພານຸວົງ ກັບຄືນສູ່ປະເທດຊາດ ກໍໄດ້ນຳພາປະຊາຊົນບັນດາເຜົ່າລຸກຮື້ຂຶ້ນຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານ; ຍາມໃດເພິ່ນກໍຖືວ່າມະຫາຊົນເປັນກ້ອນກຳລັງແຮງມະຫາສານຂອງການປະຕິວັດ, ມະຫາຊົນເປັນຜູ້ສ້າງປະຫວັດສາດ ແລະ ສ້າງຜູ້ນຳຂອງຕົນ. ປະທານ ສຸພານຸວົງ ຈຶ່ງໄດ້ເອົາໃຈໃສ່ສຶກສາອົບຮົມ, ປຸກລະດົມພໍ່ແມ່ປະຊາຊົນບັນດາເຜົ່າເຂົ້າໃນແນວໂຮມແຫ່ງຊາດ, ສາມັກຄີເປັນຈິດໜຶ່ງໃຈດຽວ ພາຍໃຕ້ການນຳພາຂອງພັກ, ຕໍ່ສູ້ເພື່ອປະເທດຊາດ, ເພື່ອຄວາມເປັນເອກະລາດ, ອິດສາລະພາບ ແລະ ຄວາມຜາສຸກຂອງປະຊາຊົນ. ພ້ອມກັນນີ້, ປະທານ ສຸພານຸວົງ ໄດ້ສຸມສະຕິປັນຍາ ແລະ ເຫື່ອແຮງຂອງຕົນເພື່ອຊີ້ນຳ-ນຳພາ ຂະບວນການປະຕິວັດລາວ ຈົນສາມາດຍາດເອົາໄຊຊະນະອັນຍິ່ງໃຫຍ່ມາໃຫ້ແກ່ປະເທດຊາດ ແລະ ປະຊາຊົນບັນດາເຜົ່າ.