ກອງປະຊຸມໃຫ່ຍຜູ້ແທນຄະນະພັກ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ຄັ້ງທີ III ໄດ້ໄຂຂຶ້ນໃນວັນທີ 10 ກໍລະກົດ 2020 ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆສະຫວັນນະເຂດ, ມີຫົວໜ້າຈັດຕັ້ງແຂວງ, ກວດກາແຂວງ, ຮາກຖານພັກ, ໜ່ວຍພັກ, ກອງບັນຊາການ ປກສ ເມືອງ, ສະມາຊິກພັກສົມບູນ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ສະຫາຍ ພັອ ສົມໝາຍ ພົມມະຈັນ ຮັກສາການ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ປະທານກອງປະຊຸມຂຶ້ນຜ່ານບົດລາຍງານການເມືອງ ວ່າດ້ວຍ ວຽກງານການເມືອງແນວຄິດ, ວຽກງານກໍ່ສ້າງພັກ-ພະນັກງານ ແລະ ບັນດາວຽກງານທີ່ສຳຄັນອີກຈຳນວນໜຶ່ງ. ຈາກນັ້ນ, ຄະນະຜູ້ແທນເຂົ້າຮ່ວມກອງປະຊຸມ ກໍໄດ້ຜັດປ່ຽນກັນຂຶ້ນປະກອບຄຳຄິດຄຳເຫັນໃສ່ບົດລາຍງານການເມືອງ ເປັນຕົ້ນແມ່ນ ວຽກງານກໍ່ສ້າງພັກກໍ່ສ້າງພະນັກງານ, ວຽກງານປົກປັກຮັກຄວາມສະຫງົບສຸກຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ແລະ ວຽກງານອົງການຈັດຕັ້ງມະຫາຊົນ. ໃນໂອກາດດຽວກັນ, ຄະນະຜູ້ແທນ ຍັງໄດ້ປ່ອນບັດຄັດເລືອກເອົາ ຄະນະພັກກອງບັນຊາການ ປກສ ແຂວງ ຊຸດໃໝ່ ຈໍານວນ 13 ສະຫາຍ ເລືອກເອົາ 11 ສະຫາຍ ແລະ ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ ໄປຮ່ວມ ກອງປະຊຸມຂອງອົງຄະນະພັກແຂວງ.

ຜ່ານການປ່ອນບັດຄັດເລືອກ ສາມາດເລືອກໄດ້ ສະຫາຍ ພັອ ສົມໝາຍ ພົມມະຈັນ ເປັນເລຂາຄະນະພັກ, ພັທ ສັງທອງ ສີປະເສີດ ເປັນຮອງເລຂາ, ພັທ ບຸນເລີດ ຄະທຸມພົມ ເປັນປະທານກວດກາ ແລະ ອີກ 8 ສະຫາຍ ເປັນຄະນະ ແລະ ອີກ 2 ສະຫາຍ ເປັນຮອງປະທານກວດກາ ຄື: ສະຫາຍ ພັທ ດາວວອນ ຄົມທິລາດ ແລະ ສະຫາຍ ພັຕ ຄຳໂຮງ ພັດສາພົນ.

ໂອກາດນີ້, ເຈົ້າແຂວງໆສະຫວັນນະເຂດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນສຳເລັດກອງປະຊຸມໃຫ່ຍຄັ້ງນີ້ຢ່າງຈົມງາມ ພ້ອມທັງເນັ້ນໃຫ້ ຄະນະພັກ-ຄະນະບັນຊາການຜູ້ໃໝ່ ເອົາໃຈໃສ່ເປັນຕົ້ນແມ່ນ: ການກໍ່ອະຊະຍາກຳ, ການກໍ່ການຮ້າຍທາງຄອມພີວເຕີ້, ບັນຫາໄພພິບັດທຳມະຊາດ, ຢາເສບຕິດ, ຄ້າຂາຍເຖື່ອນ ແລະ ບັນຫາປະກົດການຫຍໍ້ທໍ້ພາຍໃນກຳລັງ, ເນັ້ນໃຫ້ພ້ອມກັນສືບຕໍ່ເຮັວຽກງານການເມືອງແນວຄິດ, ສືບຕໍ່ປັບປຸງກໍ່ສ້າງພັກໃຫ້ປອດໃສ ແລະ ເຂັ້ມແຂງ, ໜັກແໜ້ນ, ໃຫ້ເພີ່ມທະວີການກວດກາພາຍໃນ ການເຄື່ອນໄຫວຂອງພະນັກງານທີ່ບໍ່ຖືກຕ້ອງ, ວຽກງານຫັນລົງກໍ່ສ້າງຮາກຖານການເມືອງ ແລະ ສືບຕໍ່ວຽກງານວິຊາສະເພາະໃຫ້ມີເຄື່ອງມືທັນສະໄໝ.