ຝຶກອົບຮົມ ເກັບກໍາຂໍ້ມູນທາງສື່ອອນລາຍ ແລະ ການຄຸ້ມຄອງຂໍ້ມູນອາຊະຍາກໍາສັດປ່າ

0
1278

ກົມຕໍາຫຼວດສິ່ງແວດລ້ອມ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດຝຶກອົບຮົມກ່ຽວກັບ ການເກັບກໍາຂໍ້ມູນທາງສື່ອອນລາຍ ແລະ ການຄຸ້ມຄອງຂໍ້ມູນກ່ຽວກັບ ອາຊະຍາກໍາສັດປ່າ ທີ່ໂຮງແຮມອໍາມາລີ ເມືອງວັງວຽງ ແຂວງວຽງຈັນ ເພື່ອໃຫ້ບັນດາພະນັກງານທີ່ຮັບຜິດຊອບກ່ຽວກັບສິ່ງແວດລ້ອມ ໄດ້ຮັບການຍົກລະດັບທັກສະດ້ານຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບອາຊະຍາກໍາສັດປ່າ ທາງເຕັກໂນໂລຢີ.

ຊຸດຝຶກອົບຮົມດັ່ງກ່າວ ຈັດຂຶ້ນໃນລະຫວ່າງວັນທີ 8-10 ກໍລະກົດ 2020 ໂດຍມີ ພັອ ອິນປົງ ຈັນທະວົງສາ ຫົວໜ້າກົມຕໍາຫຼວດສິ່ງແວດລ້ອມ ແລະ ທ່ານ ນາງ ມະໂນລີ ສີສະຫວັນ ຮອງຫົວໜ້າອົງການອະນຸລັກສັດປ່າ (WCS) ປະຈໍາ ສປປ ລາວ ພ້ອມດ້ວຍພະນັກງານສໍາມະນາຈາກກົມ, ພະແນກສິ່ງແວດລ້ອມ ແຂວງວຽງຈັນ ແລະ ນັກວິທະຍາກອນ ຈໍານວນທັງໝົດ 25 ທ່ານ ຍິງ 8 ທ່ານ, ເຊິ່ງຊຸດອົບຮົມແມ່ນໄດ້ຮັບການສະໜັບສະໜູນໂດຍ WCS, EU ແລະ LENS2.

ໃນຊຸດອົບຮົມ, ບັນດານັກສຳມະກອນ ໄດ້ຮຽນຮູ້ກ່ຽວກັບ ທັກສະດ້ານຄວາມຮູ້-ຄວາມເຂົ້າໃຈກ່ຽວກັບ ອາຊະຍາກໍາສັດປ່າ ທາງເຕັກໂນໂລຢີ, ເຊື່ອມຊຶມກ່ຽວກັບ ກົດໝາຍ ວ່າດ້ວຍ ອາຊະຍາກໍາທາງລະບົບຄອມພິວເຕີ, ປັບປຸງທັກສະຂັ້ນພື້ນຖານ ດ້ານການຄົ້ນຫາຂໍ້ມູນທາງອອນລາຍ, ເກັບກໍາຂໍ້ມູນ ແລະ ການຄຸ້ມຄອງຂໍ້ມູນແຫຼ່ງຂ່າວທາງອອນລາຍ ທີ່ກ່ຽວກັບ ອາຊະຍາກໍາສັດປ່າ ໃນ ສປປ ລາວ, ຮຽນຮູ້ກ່ຽວກັບ ການລະບຸຄະດີສັດປ່າທີ່ສໍາຄັນ ເພື່ອການສືບສວນ ໂດຍການຄົ້ນຫາຂໍ້ມູນ ແລະ ສືບຂໍ້ມູນທາງອອນລາຍ.

ອາຊະຍາກໍາສັດປ່າ ທາງເຕັກໂນໂລຢີ ແມ່ນມີການກ່ຽວກັບທາງດ້ານການເງິນ, ການລະເມີດລິຂະສິດ, ການເຈາະລະບົບຂໍ້ມູນ, ການກໍ່ການຮ້າຍທາງຄອມພິວເຕີ, ການອະນາຈານທາງອອນລາຍ ແລະ ການໂພສຂາຍສັດປ່າຫວງຫ້າມລົງໃນສື່ອອນລາຍຕ່າງໆ ເຊັ່ນ: ເຟສບຸ໊ກ, ວີແຊັດ ແລະ ລາຍ ເປັນຕົ້ນ.