ບັນຫາອຸບັດຕິເຫດທີ່ເກີດຂຶ້ນຕາມທ້ອງຖະໜົນ ຍັງເປັນບັນຫາທີ່ພົ້ນເດັ່ນ ແລະ ແກ້ໄຂໄດ້ຍາກ, ເຊິ່ງກະຊວງ ປກສ ໄດ້ພະຍາຍາມສຸມໃສ່ສະກັດກັ້ນບັນຫາອຸບັດຕິເຫດໃຫ້ຫຼຸດໜ້ອຍຖອຍລົງ ໂດຍເຄື່ອນໄຫວໂຄສະນາປູກຈິດສໍານຶກໃຫ້ຜູ້ຂັບຂີ່ ຕະຫຼອດຮອດບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດຕໍ່ຜູ້ຝ່າຝືນ ເຖິງຈະມີການສຸມໃສ່ວຽກງານຢ່າງຈິງຈັງແຕ່ບັນຫາອຸບັດຕິເຫດ ແລະ ຄົນເສຍຊີວິດຈາກອຸບັດຕິເຫດຍັງມີທ່າອ່ຽງເພີ່ມຂຶ້ນ.

ຜ່ານມາ, ກະຊວງ ປກສ ສຸມໃສ່ຈັດຕັ້ງປະຕິບັດ, ໂດຍໂຄສະນາດໍາລັດ 188/ນຍ ວ່າດ້ວຍການປັບໃໝ ແລະ ມາດຕະ ການຕ່າງໆຕໍ່ຜູ້ທີ່ລ່ວງລະເມີດກົດໝາຍກ່ຽວກັບຈະລາຈອນທາງບົກ, ການຂົນ ສົ່ງທາງບົກ ແລະ ການປົກປັກຮັກສາ ທາງຫຼວງ ເພື່ອການປູກຈິດສໍານຶກຂອງຜູ້ຂັບຂີ່ໃນການໃຊ້ລົດ-ໃຊ້ຖະໜົນ, ຈັດຕັ້ງໂຄສະນາໃຫ້ຄວາມຮູ້, ດ້ານກົດລະບຽບການສັນຈອນ, ສະພາບການລະເມີດ ແລະ ສະພາບການເກີດອຸບັດຕິເຫດທາງບົກໃຫ້ແກ່ທຸກຊັ້ນຄົນໃນສັງຄົມ, ຢູ່ໃນບ້ານ ແລະ ກຸ່ມບ້ານ, ຊາວຄ້າຂາຍ ຕາມຕະຫຼາດ, ສູນການຄ້າ, ກໍາມະກອນຢູ່ຕາມໂຮງຈັກ, ໂຮງງານ, ພະນັກງານຕາມອົງການຂອງລັດ, ເອກະຊົນ ຕະຫຼອດຮອດນັກຮຽນ-ນັກສຶກສາໃຫ້ທົ່ວເຖິງ.

ພ້ອມນັ້ນ, ຍັງສຸມໃສ່ໂຄສະນາລະບຽບການສັນຈອນ, ສະພາບການສັນຈອນ ແລະ ສະພາບເກີດອຸບັດຕິເຫດຜ່ານສື່ມວນຊົນ ເຊັ່ນ: ໂທລະ ພາບ, ວິທະຍຸ, ໜັງສືພິມ, ວາລະສານ, ປົດສະເຕິ, ປ້າຍແຄມທາງ, ປ້າຍໂຄສະນາໃຫຍ່ ແລະ ທາງອິນເຕີເນັດ. ນອກນັ້ນ, ຍັງໄດ້ສົມທົບກັບປກສ ກຸ່ມບ້ານ ລົງແຕ່ລະຄອບຄົວ, ບ້ານພັກ, ຫ້ອງແຖວ, ສະຖາບັນການສຶກສາ, ໂຮງຈັກ-ໂຮງງານ ເພື່ອແນະນໍາ, ຊີ້ນໍາ ແລະ ຕັກເຕືອນໃຫ້ກວ້າງຂວາງຢ່າງທົ່ວເຖິງ; ໂຄສະນາຜ່ານທາງໂທລະໂຄ່ງທີ່ມີຢູ່ຕາມບ້ານປະຊາຊົນ ໂດຍສະເພາະແມ່ນລາຍການຕ່າງໆ ເພື່ອໃຫ້ຜູ້ໃຊ້ ລົດ-ໃຊ້ຖະໜົນຮັບຮູ້ ແລະ ເລືອກໃຊ້ເສັ້ນທາງຢ່າງປອດໄພ. ນໍາເອົາຫຼັກສູດປອດໄພເຂົ້າໃນຫຼັກສູດການຮຽນ-ການສອນ ເພື່ອປູກຈິດສໍານຶກໃຫ້ຄວາມຮູ້, ເຂົ້າໃຈແກ່ນັກຮຽນ ຢູ່ຕາມໂຮງຮຽນ ແຫ່ງຕ່າງໆຕັ້ງແຕ່ຊັ້ນປະຖົມ, ມັດທະຍົມຕອນຕົ້ນ ແລະ ຕອນປາຍ; ເອົາໃຈໃສ່ລະບາຍການສັນຈອນທີ່ແອອັດໃນໂມງໄປການ-ເລີກການ ຕາມເສັ້ນທາງທີ່ສໍາຄັນໃຫ້ມີຄວາມສະດວກ, ວ່ອງໄວ ແລະ ປອດໄພ.

ນອກນີ້, ສຸມໃສ່ໂຄງການຫຼຸດຜ່ອນອຸບັດຕິເຫດຢ່າງແຂງແຮງເຮັດໃຫ້ອຸບັດຕິເຫດຫຼຸດລົງເທື່ອລະກ້າວ ທັງສຸມໃສ່ກວດກາ, ແກ້ໄຂລົດນໍາເຂົ້າບໍ່ຖືກຕ້ອງ, ລົດບໍ່ມີປ້າຍ, ປ້າຍບໍ່ຖືກຕ້ອງ, ທະບຽນບໍ່ຖືກຕ້ອງ ແລະ ລົດບໍ່ຮັບປະກັນທາງດ້ານເຕັກນິກ, ປັບປຸງກໍາລັງຕໍາ ຫຼວດຈະລາຈອນ ແລະ ເຄື່ອງມືຮັບໃຊ້ແກ່ວຽກງານດັ່ງກ່າວໃຫ້ເໝາະສົມກັບຕົວຈິງ ເປັນຕົ້ນແມ່ນລະບົບກ້ອງວົງຈອນປິດ, ລະບົບໄຟອໍານາດ, ເຄື່ອງກວດທາດ ເຫຼົ້າ, ເຄື່ອງຈັບຄວາມໄວ ແລະອື່ນໆ. ອີງຕາມຂໍ້ມູນຂອງກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໃຫ້ຮູ້ວ່າ: ການເກີດອຸບັດຕິເຫດ ຕາມທ້ອງຖະໜົນແມ່ນມາຈາກການເພີ່ມຂຶ້ນຂອງພາຫະນະຢ່າງຫຼວງຫຼາຍ. ປັດຈຸບັນ, ທົ່ວປະເທດ 2 ລ້ານ ກວ່າຄັນ. ໃນນີ້, ລົດຈັກຫຼາຍກວ່າໝູ່, ຈາກບັນຫາທີ່ເກີດຂຶ້ນ ເຮັດໃຫ້ເສັ້ນທາງການສັນຈອນບໍ່ສາມາດຮອງຮັບການເພີ່ມຂຶ້ນຂອງພາຫະນະໄດ້ເຮັດໃຫ້ເສັ້ນທາງມີຄວາມແອອັດ, ສັບສົນ ແລະ ອີກບັນຫາໜຶ່ງຜູ້ຂັບຂີ່ຍັງຂາດສະຕິບໍ່ເຄົາລົບລະບຽບກົດໝາຍ ແລະ ລະເມີດກົດລະບຽບການຈະລາຈອນເປັນຕົ້ນ: ດື່ມສິ່ງມຶນເມົາຂັບຂີ່ລົດ ກວມ 26,6%, ໃຊ້ຄວາມໄວເກີນກໍານົດ 19,6%, ປ່ຽນທິດກະທັນຫັນ 12,8%, ແຊງບໍ່ຮັບປະ
ກັນ 12,7%, ບໍ່ປ່ອຍສິດ 12,4%, ເຕັກນິກບໍ່ຮັບປະກັນ 2,4%, ລ່ວງປ້າຍ ຫ້າມ 1,5%. ນອກນີ້, ມີຂີດເສັ້ນແບ່ງຈະລາຈອນບໍ່ຈະແຈ້ງ, ປ້າຍສັນຍານແລະອື່ນໆ ກວມ 11,7%. ອຸບັດຕິເຫດພົ້ນເດັ່ນແມ່ນຍັງຢູ່ຕົວເມືອງໃຫຍ່ ເຊັ່ນ: ນະຄອນຫຼວງວຽງຈັນ, ຈໍາປາສັກ
ແລະ ສະຫວັນນະເຂດເປັນຕົ້ນ. ສໍາລັບພາຫະນະທີ່ເກີດອຸບັດຕິເຫດຫຼາຍກວ່າ ໝູ່ແມ່ນປະເພດລົດຈັກ ແລະ ເວລາທີ່ເກີດນັບແຕ່ 17:00 ໂມງ-23:00 ໂມງ ສ່ວນໃຫຍ່ແມ່ນເກີດຂຶ້ນວັນສຸກ-ວັນອາ ທິດ.

ໃນການສະກັດກັ້ນ ແລະ ຫຼຸດຜ່ອນບັນຫາດັ່ງກ່າວລັດຖະບານໄດ້ອອກກົດໝາຍ, ລະບຽບການ, ດໍາລັດ, ນິຕິກໍາ ເປັນຕົ້ນກົດລະບຽບການສັນຈອນຕາມເສັ້ນທາງຫຼວງສະບັກເລກທີ 107/ປສລ, ດໍາລັດ 188/ນຍ ວ່າດ້ວຍການປັບໄໝ ແລະ ມາດຕະການຕ່າງໆຕໍ່ຜູ້ລະເມີດ ກ່ຽວກັບການສັນຈອນທາງບົກ, ການຂົນສົ່ງທາງບົກ ແລະ ການປົກປັກຮັກສາທາງຫຼວງ; ໂຄງການຫຼຸດຜ່ອນອຸບັດຕິເຫດຕາມທ້ອງຖະໜົນ ແລະ ວຽກງານ ອື່ນໆ.

ຢ່າງໃດກໍຕາມ, ລັດຖະບານ ກໍມີແຜນຍຸດທະສາດຄວາມປອດໄພທາງຖະໜົນ ໃນປີ 2030 ອັດຕາຜູ້ເສຍຊີວິດໃຫ້ຕໍ່າກວ່າ 520 ຄົນ, ອັດຕາຜູ້ເສຍຊີວິດ ຈໍານວນ 100.000 ຄົນຕໍ່ປະຊາກອນ 7,7 ຄົນ, ອັດຕາຜູ້ໄດ້ຮັບບາດເຈັບ ສາຫັດ ຫຼຸດລົງ 50% ແລະ ອັດຕາຜູ້ເສຍ ຊີວິດຈາກຂັບຂີ່ລົດຈັກ ຫຼຸດລົງ 50%, ຜູ້ຂັບຂີ່ລົດໄວເກີນກໍານົດຫຼຸດລົງ 25%, ຜູ້ຂັບຂີ່ລົດໃຫຍ່ຮັດສາຍນິລະໄພຖືກຕ້ອງຢ່າງຕໍ່າ 95% ແລະ ຜູ້ຂັບຂີ່ລົດຈັກໃສ່ໜວກກັນກະທົບ 95%, ກວດພົບທາດນເຫຼົ້າເກີນກໍານົດໃນຮ່າງກາຍຜູ້ຂັບຂີ່ຫຼຸດລົງ 0,1%, ເດີນທາງໃນຕົວເມືອງ ມີລະດັບຄວາມປອດໄພເຖິງ 75% ຂຶ້ນໄປ, ຍານພາຫະນະໃໝ່ຕ້ອງ ໄດ້ຮັບມາດຕະຖານຄວາມປອດໄພ 100%.