ກອງພັນທີ 7 ວິທະຍາຄານກົມມະດາ ໄດ້ສະຫຼຸບວຽກງານຮອບດ້ານ ປະຈໍາປີ 2013-2020 ແລະ ວາງທິດທາງແຜນການ 2020-2021 ຂຶ້ນ ໃນວັນທີ 13 ກໍລະກົດ 2020. ພາຍໃຕ້ການເປັນປະທານຂອງ ພັອ ຄໍາແອ່ວ ໜໍາທະພັນ ຫົວໜ້າຫ້ອງພະລາທິການ ວິທະຍາຄານກົມມະດໍາ ມີຄະນະພັກ-ຄະນະບັນຊາກົມກອງ, ມີນັກຮຽນ-ຄູ-ອາຈານ ແລະ ພະນັກງານນັກຮົບ ເຂົ້າຮ່ວມຢ່າງພ້ອມພຽງ.

ພັທ ສົນທິ ສາຍສົມພອນ ຫົວໜ້າາການທະຫານ ກອງພັນທີ 7 ຂຶ້ນຜ່ານບົດສະຫຼຸບສັງລວມຜົນງານການເຄື່ອນໄຫວປະຕິບັດວຽກງານຮອບດ້ານໃນໄລຍະ 1 ປີທີ່ຜ່ານມາ ແລະ ວາງທິດທາງແຜນການ ປີ 2021. ໃນນັ້ນ, ກອງພັນທີ 7 ແມ່ນກົມກອງໜຶ່ງທີ່ຂຶ້ນກັບວິທະຍາຄານກົມມະດໍາ ມີໜ້າທີ່ຮັບຜິດຊອບນັກຮຽນ-ນັກສຶກສາສ້າງຄູການທະຫານ ລະບົບ 10 ເດືອນ ແລະ ເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ປັບປຸງກົມກອງໃຫ້ເຕີບໃຫຍ່ເຂັ້ມແຂງ, ຄະນະພັກ-ຄະນະບັນຊາ ໄດ້ຖືເປັນສໍາຄັນການເມືອງ ນໍາພາແນວຄິດ ເຮັດໃຫ້ພະນັກງານ-ນັກຮົບໃນກົມກອງ ເຫັນໄດ້ແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ ປະກອບສ່ວນໃນການຕັ້ງຫນ້າ ການກໍ່ສ້າງຮາກຖານການເມືອງ ສົບທົບກັບອໍານາດການປົກຄອງທ້ອງຖິ່ນບ້ານແຮກສ່ຽວ, ເຮັດວຽກງານປ້ອງກັນຊາດຢ່າງແຂງແຮງ ເຮັດໃຫ້ກົມກອງມີຄວາມສະຫງົບ 100%.

ນອກນັ້ນ, ຍັງໄດ້ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບ-ນັກສຶກສາ ໃຫ້ມີແນວຄິດການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ມີສະຕິຕໍ່ການຈັດຕັ້ງ ແລະ ມີລະບຽບວິໄນເຂັ້ມງວດ , ທາງດ້ານວຽກງານພະລາທິການ ໂດຍເຊື່ອມຊຶມຕໍ່ທິດທາງແຜນການພັດທະນາເສດຖະກິດກຸ້ມຕົນເອງເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕາມທິດນໍາຂອງກົມໃຫຍ່ພະລາທິການ. ໃນນີ້, ກົມກອງສາມາດຍາດຜົນງານມາໄດ້ຫຼາຍດ້ານ ເຊັ່ນ: ປູກຜັກທຸກຊະນິດໄດ້ 9.100 ກິໂລ, ປູກໝາກເຂືອໄດ້ 24 ກິໂລ, ປູກໝາກເຜັດ 5 ກິໂລ. ໃນນັ້ນ,ກົມ ກອງສາມາດ ສ້າງລາຍຮັບໄດ້ ຈາກການບໍລິການຕ່າງໆ ເປັນເງິນທັງຫມົດ 30,000,000 ( ສາມສິບລ້ານກີບ ) ປູກຕົ້ນໄມ້ກິນໝາກໄດ້ 28 ຕົ້ນ, ປູກຕົ້ນໄມ້ປະດັບໄດ້ 20 ຕົ້ນ, ວຽກງານທາງດ້ານເສນາຮັກ ແພດປະຈໍາກອງ ໄດ້ເອົາໃຈໃສ່ຕິດ ຕາມກວດກາສຸຂະພາບໃຫ້ນາຍ ແລະ ພົນທະຫານ ເປັນຕົ້ນແມ່ນພະຍາດສາຍພັນໃໝ່ ຄື : ພະຍາດໂຄວິດ-19. ໃນນັ້ນ, ກອງພັນຍັງໄດ້ຮັບຜາອັດປາກປ້ອງກັນພະຍາດໂຄວິດ-19 ຈໍານວນ 243 ອັນ, ຮັບເຄື່ອງວັດແທກອຸນຫະພູມ 1 ຊຸດ, ເຈວລ້າງມື 4 ກ່ອງ, ກວດສຸຂະພາບ, ວັດ ແທກອຸນຫະພູມໃຫ້ພະນັກ ງານ-ນັກຮົບ, ນັກສຶກສາ, ນໍາສົ່ງຄົນເຈັບໄປໂຮງໝໍ 11 ຄັ້ງ ແລະ ຍັງໄດ້ສ້າງຂະບວນການອອກແຮງງານນຳອີກ.

ໃນກອງປະຊຸມ, ຍັງໄດ້ແລກປ່ຽນປະກອບຄໍາຄິດຄໍາເຫັນໃສ່ບົດສະຫຼຸບຢ່າງກົງໄປ-ກົງມາ ພ້ອມທັງມອບໃບຍ້ອງຍໍຂອງວິທະຍາຄານກົມມະດໍາໃຫ້ນັກຮຽນ ແລະ ໃນຕອນທ້າຍກອງປະຊຸມ, ທ່ານ ພັອຄໍາແອ່ວ ໝໍທະພັນ ຫົວໜ້າຫ້ອງພະລາທິການ ວິທະຍາຄານກົມມະດໍາ ໄດ້ໂອ້ລົມ ແລະ ກ່າວສະແດງຄວາມຍ້ອງຍໍ ຊົມເຊີຍ ມາຍັງຄະນະພັກ – ຄະນະບັນຊາ ທີ່ໄດ້ເອົາໃຈໃສ່ ສຶກສາອົບຮົມການເມືອງ ນານາ – ແນວຄິດ ໃຫ້ພະນັກງານ – ນັກຮົບ ໂດຍຖືເອົາ 7 ລະບອບ 18 ວຽກ ເປັນບັນຫາສໍາຄັນ ພ້ອມທັງຮຽກຮ້ອງມາຍັງບັນດານັກຮຽນທຸກສະຫາຍ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ຫນ້າທີ່ການເມືອງໃຫ້ສູງຂຶ້ນ ຖືເອົາການຝຶກຝົນກໍ່ສ້າງຕົນເອງ ໃຫ້ມີຄວາມເຂັ້ມແຂງ-ໜັກແໜ້ນໃນທຸກດ້ານ, ແລະ ພ້ອມກັນນໍາເອົາບົດຮຽນທີ່ໄດ້ຮຽນມາ ໄປຈັດຕັ້ງໝູນໃຊ້ໃຫ້ມີປະສິດທິພາບສູງຂຶ້ນເລື້ອຍໆ.

ຂ່າວ – ພາບ: ນາງ ຕ່ວນບຸບຜາ ທິບທິດາ