ທ່ານ ຄຳເຜີຍ ແກ້ວກິນນາລີ ຮອງປະທານຜູ້ປະຈຳການ ຄະນະກຳມະການຮ່ວມມື ລາວ-ຫວຽດນາມ ພ້ອມຄະນະ ໄດ້ເຂົ້າພົບປະ ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງໆຊຽງຂວາງ ໃນວັນທີ 13 ກໍລະກົດ 2020 ເພື່ອສືບຕໍ່ສ້າງສາຍສໍາພັນການຮ່ວມມືດ້ານວຽກງານຕ່າງໆຮ່ວມກັນ.

ການພົບປະທັງ 2 ຝ່າຍຄັ້ງນີ້ ທ່ານ ບຸນຕົ້ນ ຈັນທະພອນ ໄດ້ລາຍງານການຮ່ວມມືລະຫວ່າງ ແຂວງຊຽງຂວາງ ກັບ ບັນດາແຂວງແຮກສ່ຽວຂອງຫວຽດນາມ ເຊິ່ງທ່ານໄດ້ກ່າວວ່າ:

ການຈັດຕັ້ງປະຕິບັດບັນດາໂຄງການຕ່າງໆທີ່ຝ່າຍຫວຽດນາມ ໄດ້ຊ່ວຍເຫຼືອ ແລະ ບັນດາກິດຈະກຳອື່ນໆຂອງບໍລິສັດການລົງທຶນ ເຫັນວ່າມີຜົນສຳເລັດສູງ, ມີແຕ່ບາງວຽກງານທີ່ຄ້າງຄາ ຍ້ອນການແພ່ລະບາດພະຍາດໂຄວິດ-19 ເຮັດໃຫ້ການຈັດຕັ້ງປະຕິບັດໄດ້ຢຸດຊົ່ວຄາວ, ດ້ານການລົງທຶນສຳລັບບໍລິສັດຂອງ ສສ ຫວຽດນາມ ທີ່ມາລົງທຶນເຊົ່າສຳປະທານຢູ່ແຂວງຊຽງຂວາງ ແຕ່ໄລຍະປີ 2011-2020 ທັງໝົດມີ 10 ບໍລິສັດ ທຶນທັງໝົດ 83.534.109 ໂດລາສະຫະລັດ, ທຶນຈົດທະບຽນ 26.486.205 ໂດລາສະຫະລັດ, ໄດ້ອອກທະບຽນວິສາຫະກິດໃຫ້ນັກທຸລະກິດຫວຽດນາມ ທັງໝົດ 17 ຫົວໜ່ວຍ, ມີທຶນຈົດທະບຽນ ທັງໝົດ 18.723.915 ໂດລາສະຫະລັດ, ວຽກງານຮ່ວມມືດ້ານເສດຖະກິດ-ສັງຄົມ ແລະ ການຊ່ວຍເຫຼືອຈາກ ສສ ຫວຽດນາມ ແຕ່ປີ 2011-2020 ມີທັງໝົດ 17 ໂຄງການ ມີມູນຄ່າ 258,72 ຕື້ກີບ.

ໂອກາດນີ້, ທ່ານຮອງປະທານຜູ້ປະຈຳການຄະນະກຳມະການຮ່ວມມື ລາວ-ຫວຽດນາມ ກໍໄດ້ສະແດງຄວາມດີໃຈນຳທີ່ແຂວງຊຽງຂວາງຊີ້ນຳ-ນຳພາຈັດຕັ້ງປະຕິບັດ ເຮັດໃຫ້ວຽກງານການຮ່ວມມື ລາວ-ຫວຽດນາມ ມີຜົນສຳເລັດສູງ ຂໍໃຫ້ແຂວງສືບຕໍ່ຂະຫຍາຍການຮ່ວມມືສາຍພົວພັນຄວາມສາມັກຄີພິເສດ 2 ຊາດ ລາວ-ຫວຽດນາມ ໃຫ້ມີຄວາມໝັ້ນຄົງທະນົງແກ່ນຂຶ້ນເລື້ອຍໆ.