ກອງບັນຊາການ ປກສ ແຂວງຄໍາມ່ວນ ໄດ້ມອບເຄື່ອງໃຫ້ ສູນຟື້ນຟູສຸຂະພາບ ແລະ ຝຶກວິຊາຊີບຜູ້ຕິດຢາເສບຕິດ ໃນວັນທີ 10 ກໍລະກົດ 2020; ກ່າວ ມອບໂດຍ ພັທ ສຸລິພົນ ສົມບັດຖາວອນ ຫົວໜ້າຫ້ອງຕຳຫຼວດ, ກ່າວຮັບ ໂດຍ ພັທ ພູເງິນ ເຮືອງວິໄລ ຫົວໜ້າພະແນກກວດກາ ແລະ ຄອບຄຸມຢາເສບຕິດ ກອງບັນຊາການ ປກສ ແຂວງຄໍາມ່ວນ, ມີຫົວໜ້າສູນບຳບັດ, ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ເຄື່ອງທີ່ນຳມາມອບໃນຄັ້ງນີ້ ປະກອບ ມີ: ຕູ້ເຢັນ 1 ໜ່ວຍ, ຕູ້ນ້ຳເຢັນ 1 ໜ່ວຍ, ຕັ່ງ 50 ໜ່ວຍ, ໂຕະ 5 ໜ່ວຍ ແລະ ແຜ່ນສັງກະສີ ຈໍານວນ 100 ແຜ່ນ ລວມມູນຄ່າ ທັງໝົດ 8.457.000 ກີບ; ເຊິ່ງເຄື່ອງດັ່ງກ່າວແມ່ນ ບໍລິສັດ ເອັສວີ ກຼຸບ ຈຳກັດ ແລະ ຮ້ານສຸກສະຫວັນ ອາໄຫຼ່ຍົນ ເປັນຜູ້ປະກອບສ່ວນອຸປະຖຳຊ່ວຍເຫຼືອໃຫ້ກອງບັນຊາການ ປກສ ແຂວງຄໍາມ່ວນ ນໍາໄປມອບໃຫ້ສູນຟື້ ຟູສຸຂະພາບ ແລະ ຝຶກວິຊາຊີບຜູ້ຕິດຢາເສບຕິດ ບ້ານໂຄກສະຫວ່າງ ເມືອງຍົມ ມະລາດ ແຂວງຄຳມ່ວນ ທີ່ມີຄວາມຂາດເຂີນທາງດ້ານວັດຖຸສິ່ງຂອງທີ່ຈຳເປັນໃນຊິວິດປະຈຳວັນ.

ສູນຟື້ນຟູສຸຂະພາບ ແລະ ຝຶກວິຊາຊີບຜູ້ຕິດຢາເສບຕິດແຂວງຄຳມ່ວນ ຮັບເຄື່ອງຊ່ວຍເຫຼືອຈາກ ປກສ ແຂວງ
ສູນຟື້ນຟູສຸຂະພາບ ແລະ ຝຶກວິຊາຊີບຜູ້ຕິດຢາເສບຕິດແຂວງຄຳມ່ວນ ຮັບເຄື່ອງຊ່ວຍເຫຼືອຈາກ ປກສ ແຂວງ

ພັທ ພູເງິນ ເຮືອງວິໄລ ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງກອງບັນຊາການ ປກສ ແຂວງຄຳມ່ວນ ກໍຄືບໍລິສັດ ເອັສວີ ກຣຸບຈຳກັດ ແລະ ຮ້ານສຸກສະຫວັນ ອາໄຫຼ່ຍົນ; ທີ່ເຫັນໄດ້ເຖິງຄວາມໝາຍຄວາມສຳຄັນ ແລະ ຄວາມຈຳເປັນທາງດ້ານວັດຖຸອຸປະກອນຮັບໃຊ້ຕ່າງໆພາຍໃນສູນທີ່ມີຄວາມຂາດເຂີນ ແລະ ຫວັງຢ່າງຍິ່ງວ່າໂອກາດໜ້າ ຈະໄດ້ຮັບການຊ່ວຍເຫຼືອອີກຈາກບັນ ດາບໍລິສັດຫ້າງຮ້ານຕ່າງໆຕື່ມອີກ.