ກົມຕໍາຫຼວດສິ່ງແວດລ້ອມ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດຝຶກອົບຮົມກ່ຽວກັບການເກັບກໍາຂໍ້ມູນທາງສື່ອອນລາຍ ແລະ ການຄຸ້ມຄອງຂໍ້ມູນກ່ຽວກັບອາຊະຍາກໍາສັດປ່າ ທີ່ໂຮງແຮມອໍາມາລີ ເມືອງວັງວຽງ ແຂວງວຽງຈັນ ເພື່ອໃຫ້ບັນດາພະນັກງານທີ່ຮັບຜິດຊອບກ່ຽວກັບສິ່ງແວດລ້ອມໄດ້ຮັບການຍົກລະດັບທັກສະດ້ານຄວາມຮູ້ ແລະ ຄວາມເຂົ້າໃຈ ກ່ຽວກັບອາຊະຍາກໍາສັດປ່າທາງເຕັກໂນໂລຊີ.

ຊຸດຝຶກອົບຮົມດັ່ງກ່າວ, ຈັດຂຶ້ນໃນລະຫວ່າງວັນທີ 8-10 ກໍ ລະກົດ 2020 ໂດຍມີ ພັອ ອິນປົງ ຈັນທະວົງສາ ຫົວໜ້າກົມຕໍາຫຼວດ ສິ່ງແວດລ້ອມ ແລະ ທ່ານ ນາງ ມະໂນລີ ສີສະຫວັນ ຮອງຫົວໜ້າອົງການອະນຸລັກສັດປ່າ (WCS) ປະຈໍາ ສປປ ລາວ ພ້ອມວິທະຍາກອນ ຈາກກົມ, ພະແນກສິ່ງແວດລ້ອມ ແຂວງວຽງຈັນ ແລະ ນັກສຳມະນາ ຈໍານວນທັງໝົດ 25 ທ່ານ ຍິງ 8 ທ່ານ, ເຊິ່ງຊຸດອົບຮົມແມ່ນໄດ້ຮັບ ການສະໜັບສະໜູນໂດຍ: WCS, EU, LENS2.

ໃນຊຸດຝຶກອົບຮົມ, ບັນດານັກສຳມະກອນ ໄດ້ຮຽນຮູ້ກ່ຽວກັບທັກສະດ້ານຄວາມຮູ້-ຄວາມເຂົ້າໃຈກ່ຽວກັບອາຊະຍາກໍາສັດປ່າທາງ ເຕັກໂນໂລຢີ; ເຊື່ອມຊຶມກ່ຽວກັບກົດໝາຍວ່າດ້ວຍອາຊະຍາກໍາທາງລະບົບຄອມພິວເຕີ; ປັບປຸງທັກສະຂັ້ນພື້ນຖານດ້ານການຄົ້ນຫາຂໍ້ມູນທາງອອນລາຍ, ເກັບກໍາຂໍ້ມູນ ແລະ ການຄຸ້ມຄອງຂໍ້ມູນແຫຼ່ງຂ່າວທາງອອນລາຍທີ່ກ່ຽວກັບອາຊະຍາກໍາສັດປ່າໃນ ສປປ ລາວ; ຮຽນຮູ້ກ່ຽວກັບການລະບຸກຄະດີສັດປ່າທີ່ສໍາຄັນເພື່ອການສືບສວນ ໂດຍການຄົ້ນຫາຂໍ້ມູນ ແລະ ສືບຂໍ້ມູນທາງອອນລາຍ.
ອາຊະຍາກໍາສັດປ່າທາງເຕັກໂນໂລຢີ ແມ່ນການພົງພັນກ່ຽວກັບທາງດ້ານການເງິນ, ການລະເມີດລິຂະສິດ, ການເຈາະລະບົບຂໍ້ມູນ, ການກໍ່ການຮ້າຍທາງຄອມພິວເຕີ, ການອະນາຈານທາງອອນລາຍ ແລະ ການໂພສຂາຍສັດປ່າຫວງຫ້າມລົງໃນສື່ອອນລາຍຕ່າງໆ ເຊັ່ນ: ເຟສບຸກ, ວີແຊັດ, ລາຍ ແລະອື່ນໆ.