ກອງພົນທີ 2 ໄດ້ເປີດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນພາຍໃນ ໄລຍະ 5 ປີ ແລະ ວາງທິດທາງແຜນການ 5 ປີຕໍ່ໜ້າ, ເປັນປະທານໂດຍ ພັອ ວຽງແກ້ວ ສີສຸລາດ ຫົວໜ້າການທະຫານກອງພົນທີ 2, ເຂົ້າຮ່ວມມີ ພັອ ທອງດຳ ພົງສະຫວັດ ຮອງຫົວໜ້າກົມປ້ອງກັນພາຍໃນກອງທັບ, ຄະນະຫ້ອງ, ພະແນກການ, ກອງພັນໃຫຍ່, ກອງພັນນ້ອຍ, ກອງຮ້ອຍເອກະລາດ ແລະ ພະນັກງານທີ່ເຮັດວຽກງານປ້ອງກັນພາຍໃນ ທົ່ວກອງພົນທີ 2 ເຂົ້າຮ່ວມ.

ພັທ ວົງເພັດ ເພັງພານິດ ປະທານກວດກາພັກກອງພົນທີ 2 ກ່າວວ່າ: ກອງປະຊຸມຄັ້ງນີ້ ໄດ້ສັງເກດຕີລາຄາສະພາບການເມືອງ-ແນວຄິດນາຍ ແລະ ພົນທະຫານ, ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານປ້ອງກັນພາຍໃນ ທີ່ປິ່ນອ້ອມ 4 ໜ້າທີ່ 26 ແຜນງານຂອງ ຄະນະພັກກະຊວງປ້ອງກັນປະເທດ ວາງອອກ, ເຊິ່ງຕະຫຼອດໄລຍະທີ່ຜ່ານມາ ຄະນະພັກ-ຄະນະບັນຊາ ໄດ້ຖືເອົາວຽກງານປ້ອງກັນພາຍໃນເປັນບັນຫາສໍາຄັນ ໂດຍຊີ້ນຳພະແນກການທີ່ກ່ຽວຂ້ອງ ລົງຊຸກຍູ້ບັນດາກົມກອງຮາກຖານຈັດຕັ້ງປະຕິບັດວຽກງານປ້ອງກັນພາຍໃນ ຢູ່ແຕ່ລະກົມກອງຢ່າງເຂັ້ມງວດ ເປັນຕົ້ນແມ່ນ: ການຈັດຕັ້ງເຄື່ອນໄຫວປ້ອງກັນເວນຍາມສະຖານທີ່ຄ້າຍ ຢູ່ຂອບເຂດກົມກອງຮັບຜິດຊອບ, ປ້ອງກັນແຂກພາຍໃນ ແລະ ຕ່າງປະເທດທີ່ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ກົມກອງ ເຊິ່ງໃນໄລຍະທີ່ຜ່ານມາ ເຫັນວ່າມີຄວາມສະຫງົບປອດໄພ 100%.

ຄຽງຄູ່ກັນນັ້ນ, ກອງປະຊຸມ ຍັງເປັນການປຸກລະດົມຊຸກຍູ້ໃຫ້ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ນາຍ ແລະ ພົນທະຫານແຕ່ລະສະຫາຍ ມີແນວຄິດການເມືອງໜັກແໜ້ນ ແລະ ມີຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ວຽກງານປ້ອງກັນພາຍໃນ ເພື່ອກໍາແໜ້ນສະພາບການເມືອງ-ແນວຄິດພາຍໃນ, ຕ້ານສະກັດກັ້ນບັນຫາປະກົດການຫຍໍ້ທໍ້ ທີ່ອາດຈະເກີດຂຶ້ນຢູ່ໃນກົມກອງໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ. ຜ່ານການຕີລາຄາແບ່ງປະເພດ ຂະບວນການກໍ່ສ້າງກອງ 3 ປອດ ທົ່ວກອງພົນທີ 2 ໃນຈໍານວນ 25 ຫົວໜ່ວຍກົມກອງ ສາມາດຕີລາຄາແບ່ງປະເພດຄັດເລືອກໄດ້ກອງ 3 ປອດ ປະເພດ I ຄອງ 4 ປີຊ້ອນ ມີ 8 ກົມກອງ, ປະເພດ II ມີ 17 ກົມ.

ສໍາລັບທິດທາງແຜນການ 5 ປີຕໍ່ໜ້າ ຈະໄດ້ເພີ່ມວຽກງານປ້ອງກັນພາຍໃນໃຫ້ດີຂຶ້ນ, ໃນນັ້ນບັນຫາຕົ້ນຕໍແມ່ນ ການເມືອງ-ແນວຄິດຂອງຄະນະພັກ, ສະມາຊິກພັກ, ພະນັກງານ-ນັກຮົບ ຕິດພັນກັບ ການປະຕິບັດໜ້າທີ່ວຽກງານ ຢ່າງມີຄວາມເຂັ້ມແຂງ, ກ້າຄິດ, ກ້າຕັດສິນໃຈຕໍ່ບັນຫາຕ່າງໆທີ່ເກີດຂຶ້ນຮີບດ່ວນ, ເພີ່ມວຽກງານໃນການສ້າງຄວາມສາມັກຄີພາຍໃນ ໃຫ້ມີຄວາມແໜ້ນແຟ້ນ, ກົມກຽວ, ຊ່ວຍເຫຼືອເຊິ່ງກັນແລະກັນໃຫ້ໄດ້ໃນຍາມຈໍາເປັນ.