ເດືອນມິຖຸນາ 2020, ທົ່ວນະຄອນຫຼວງວຽງຈັນ ມີປະກົດການຫຍໍ້ເກີດຂຶ້ນທັງໝົດ 90 ກວ່າເລື່ອງ; ໃນນັ້ນ, ທຽບໃສ່
ເດືອນຜ່ານມາເພີ່ມຂຶ້ນ 41 ເລື່ອງ ແລະ ພົ້ນເດັ່ນກວ່າໝູ່ແມ່ນຄະດີລັກຊັບພົນລະເມືອງ ເກີດຂຶ້ນ 71 ເລື່ອງ.

ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ເປີດເຜີຍວ່າ: ເດືອນມິຖຸນາ ທົ່ວນະຄອນຫຼວງວຽງຈັນ ມີປະກົດກາຫຍໍ້ ທໍ້ເກີດຂຶ້ນທັງໝົດ 94 ເລື່ອງ, ທຽບໃສ່ເດືອນພຶດສະພາ ເພີ່ມຂຶ້ນ 41 ເລື່ອງ, ໃນນີ້; ຄະດີລັກຊັບພົນລະເມືອງຍັງພົ້ນເດັ່ນ ເກີດຂຶ້ນ 71 ເລື່ອງ ( ລັກລົດຈັກ 55 ເລື່ອງ, ງັດແງະ 14 ເລື່ອງ ແລະ ລັກລົດໃຫຍ່ 2 ເລື່ອງ ); ຊິງຊັບພົນລະເມືອງ 20 ເລື່ອງ, ປຸ້ນຊັບພົນລະ ເມືອງ 2 ເລື່ອງ ແລະ ຍິງປືນ 1 ເລື່ອງສະເລ່ຍຜົນເສຍຫາຍເງິນ 1.255.874.000 ກີບ, ຄໍາຮູບປະພັນໜັກ 7 ບາດ, ລົດໃຫຍ່ 2 ຄັນ, ລົດຈັກ 59 ຄັນ,ໂທລະສັບ 21 ເຄື່ອງ, ໂມງ 4 ເຄື່ອງ, ໂນ໊ດບຸກ 1 ເຄື່ອງ, ລໍ້ແມັກລົດໃຫຍ່ 6 ອັນ ແລະ ເຄື່ອງອື່ນໆຈໍານວນໜຶ່ງ.

ໃນນັ້ນ, ແກ້ໄຂໄດ້ 91 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 227 ຄົນ ຍິງ 27 ຄົນ ລາຍລະອຽດຄື: ປຸ້ນຊັບ 2 ເລື່ອງກັກຕົວ 3 ຄົນ, ຊິງຊັບ 3 ເລື່ອງກັກຕົວ 5 ຄົນ, ລັກຊັບ 24 ເລື່ອງ ກັກຕົວ 57 ຄົນ ຍິງ 1 ຄົນ, ຊື້-ຂາຍຢາເສບຕິດ 24 ເລື່ອງ ກັກຕົວ 89 ຄົນ ຍິງ 9 ຄົນ, ເສບຢາເສບຕິດ 12 ເລື່ອງ ກັກຕົວ 33 ຄົນ ຍິງ 5 ຄົນ, ຊື້-ຂາຍຊັບຜິດກົດໝາຍ 6 ເລື່ອງ ກັກຕົວ 11 ຄົນ ຍິງ 1 ຄົນ, ທໍາຮ້າຍຮ່າງກາຍ 6 ເລື່ອງ ກັກຕົວ 9 ຄົນ, ສໍ້ໂກງຊັບ 10 ເລື່ອງກັກຕົວ 14 ຄົນ ຍິງ 7 ຄົນ, ຍັກຍອກຊັບ 1 ເລື່ອງກັກຕົວ 3 ຄົນ, ຊື້-ຂາຍວຸດເສິກໄດ້ 2 ເລື່ອງກັກຕົວ 2 ຄົນ ແລະ ປອມແປງເອກກະສານ 1 ເຄື່ອງ ກັກຕົວ 1 ຄົນ. ຢຶດຂອງກາງໄດ້ ເງິນ 20.332. 000 ກີບ, 1.654.000 ບາດ, ຄໍາຮູບປະພັນ 46 ບາດ, ລົດໃຫຍ່ 1 ຄັນ, ລົດຈັກ 11 ຄັນ, ຢາບ້າ 151.502 ເມັດ, ເຮໂຣອິນ 1 ຖົງນ້ອຍ, ຢາໄອສ໌1 ຖົງໃຫຍ່ກັບ 6 ຖົງນ້ອຍ, ປືນສັ້ນຫັນລີ 1 ກະບອກ, ປືນ k54 ຈໍານວນ 2 ກະບອກພ້ອມລູກກະສູນ 18 ລູກ, ປືນສັ້ນ T77 ຈໍານວນ 1 ກະບອກ ພ້ອມລູກກະສູນ 19 ລູກ, ປືນສັ້ນ 7,65 ຈໍານວນ 1 ກະບອກ, ປືນແກັບ 2 ກະບອກພ້ອມ ລູກກະສູນ 1 ລູກ, ປືນລົມ 1 ກະບອກ, ງ້າວ 5 ດວງ, ບັດເຕີມເງິນມູນຄ່າ 710.000 ກີບ ແລະ ໂທລະສັບ2 ເຄື່ອງ.

ນອກນີ້, ເຈົ້າໜ້າທີ່ສາມາດ ເກັບກູ້ຄືນໄດ້ລົດໃຫຍ່ 2 ຄັນ, ລົດຈັກ 7 ຄັນ, ສາຍຄໍຄໍາຂາວ 1 ເສັ້ນ, ແຫວນ 2 ວົງ, ໂມງ 1 ໜ່ວຍ, ຕູ້ຄອນເທັນເນີ 1 ຕູ້ ແລະ ໂທລະສັບ 1 ເຄື່ອງ.ນອກນັ້ນ, ຍັງໄດ້ກວດກາພົບເຫັນ ຄົນຕ່າງປະເທດ ລະເມີດກົດໝາຍຂອງ ສປປ ລາວ ກໍຄືລະເມີດດໍາລັດ ເລກທີ 198/ນຍ ທັງໝົດ 15 ຄົນ ຍິງ 1 ຄົນ ມີ 2 ສັນຊາດ ຄື: ຈີນ 6 ຄົນ ແລະ ຫວຽດນາມ 9 ຄົນ ຍິງ 1 ຄົນ.