ວັນທີ 6 ກໍລະກົດ ທີ່ຜ່ານມາ, ເວລາປະມານ 19:00 ໂມງ ໄດ້ເກີດອຸບັດຕິເຫດລົດຈັກຕໍາກັນຢູ່ເຂດບ້ານນໍ້າຊົ້ງ ເມືອງປາກລາຍ ແຂວງໄຊຍະບູລີ ເຮັດໃຫ້ຜູ້ຂັບຂີ່ເສຍຊີວິດຄາທີ່ 2 ຄົນ.

ພາຍຫຼັງເກີດເຫດເຈົ້າໜ້າທີ່ກອງຕໍາຫຼວດຈາລະຈອນ ປກສ ເມືອງ ປາກລາຍ ໄດ້ລົງກວດກາສະຖານທີ່ເກີດອຸປະຕິເຫດ ພົບວ່າຜູ້ເສຍຊີວິດ ຊື່ ທ້າວ ບຸນທັນ ອາຍຸ 45 ປີ ປະຊາຊົນ ບ້ານນາສະຫວ່າງ ເມືອງປາກລາຍ ຂັບຂີ່ລົດຈັກຍີ່ຫຍໍ້ວີບາກ ແລະ ທ້າວ ຢຸດ ອາຍຸ 15 ປີ ຢູ່ບ້ານນໍ້າຊົ້ງ ເມືອງປາກລາຍ ຜູ້ຂັບຂີ່ລົດຈັກຍີ່ຫຍໍ້ສະກຸບປີ ແລະ ມີຜູ້ໄດ້ຮັບບາດ ເຈັບສາຫັດ 1 ຄົນ.

ສ່ວນລົດຈັກທັງສອງຄັນແມ່ນເປ່ເພສົມຄວນ, ສາເຫດທີ່ພາໃຫ້ເກີດອຸບັດຕິເຫດຄັ້ງນີ້ ແມ່ນເກີດຈາກການຂັບຂີ່ລົດບໍ່ແນບກໍ້າຂວາ ແລະ ລົດບໍ່ມີໄຟຕາ.