ເຈົ້າໜ້າທີ່ກອງຕໍາຫຼວດຈາລະຈອນ ແລະ ມອດໄຟ ພະແນກຕໍາຫຼວດ ປກສ ເມືອງເງິນ ແຂວງໄຊຍະບູລີ ໄດ້ສົມທົບກັບ ບໍລິສັດ ໄຟຟ້າ ຫົງສາຈໍາກັດ ໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດລະບຽບຈາລະຈອນ ຢູ່ໂຮງຮຽນມັດທະຍົມ ສຶກສາສົມບູນ ເມືອງເງິນ. ປະກອບມີໂຮງຮຽນ ມັດທະຍົມສຶກສາສົມບູນນໍ້າເງິນ ແລະ ບ້ານຫ້ວຍເຜີ້ງ, ບ້ານກາງ ແລະ ບ້ານບີໝີ; ລະຫວ່າງ ວັນທີ 6-9 ກໍລະກົດ 2020.

ເຂົ້າຮ່ວມໂດຍທ່ານ ໄວພົດ ປັນຍາສອນ ຮອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງ, ທ່ານ ຄົມເພັດ ແກ້ວພິລາ ຕາງໜ້າບໍລິສັດໄຟຟ້າຫົງສາ, ພ້ອມດ້ວຍຄະນະອໍານວຍການໂຮງຮຽນ, ຄູ-ອາຈານ, ນ້ອງນັກຮຽນ, ອໍານາດການປົກຄອງ ແລະ ພໍ່-ແມ່ປະຊາຊົນແຕ່ລະບ້ານເຂົ້າຮ່ວມຮັບຟັງ.

ຮອ ຄໍາເຝືອນ ສີຫຼຽນທອງ ຮອງຫົວໜ້າພະແນກຕໍາຫຼວດ ປກສ ເມືອງເງິນ ກ່າວວ່າ: ການລົງໂຄສະນາເຜີຍແຜ່ຢູ່ແຕ່ລະຈຸດ, ເຈົ້າໜ້າທີ່ໄດ້ຍົກໃຫ້ເຫັນສະພາບອຸບັດຕິເຫດຕາມທ້ອງຖະໜົນທີ່ນໍາຜົນເສຍຫາຍມາສູ່ຊີວິດ, ສຸຂະພາບ ແລະ ຊັບສິນຂອງຄົນເຮົາ, ພ້ອມທັງອະທິບາຍເນື້ອໃນກົດລະບຽບຈາລະຈອນທາງບົກ; ແນະນໍາກ່ຽວກັບປ້າຍສັນຍາລັກ ແລະ ຂໍ້ຫ້າມການນໍາໃຊ້ລົດ-ໃຊ້ຖະໜົນ ໃຫ້ແຕ່ລະຄົນໄດ້ຮັບຮູ້ ແລະ ເຂົ້າໃຈໃນການນໍາໃຊ້ພາຫານະເຂົ້າໃນຊີວິດປະຈໍາວັນຢ່າງຖືກຕ້ອງ, ເພື່ອຫຼີກລ່ຽງຈາກອຸບັດຕິເຫດທີ່ອາດຈະເກີດຂຶ້ນ.

ນອກນັ້ນ, ຍັງໄດ້ຮຽກຮ້ອງໃຫ້ທຸກຄົນພາຍຫຼັງໄດ້ຮັບຟັງການເຜີຍແຜ່ກົດລະບຽບການສັນຈອນໃນຄັ້ງນີ້ ຈົ່ງພ້ອມກັນນຳເອົາບົດຮຽນດັ່ງ ກ່າວນຳໄປໃຊ້ເຂົ້າໃນຊີວິດຕົວຈິງ ພ້ອມນຳໄປ ເຜີຍແຜ່ໃຫ້ທຸກຄົນພາຍໃນຄອບຄົວ ແລະ ຄົນອ້ອມຂ້າງ, ຍົກສູງສະຕິໃນການຂັບຂີ່ ແລະ ເປັນເຈົ້າການປະຕິບັດກົດລະບຽບຈາລະຈອນໃຫ້ເຂັ້ມງວດ.