ກອງພັນທີ 4 ວິທະຍາຄານກົມມະດໍາ ສະຫຼຸບບົດຮຽນວຽກງານຮອບດ້ານ 1 ປີ ແລະ ທິດທາງແຜນການປີ 2021

0
1193

ວັນທີ 13 ກໍລະກົດ ທີ່ຜ່ານມາ, ກອງພັນທີ 4 ວິທະຍາຄານກົມມະດໍາ ໄດ້ເປີດບັ້ນສະຫຼຸບຖອດຖອນບົດຮຽນວຽກງານຮອບດ້ານ ໃນໄລຍະ 1 ປີ ຜ່ານມາ ແລະ ວາງທິດທາງແຜນການ ປີ 2021, ພາຍໃຕ້ການເປັນປະທານໂດຍ ພັອ ສັງມະນີ ຈິດລະວົງ ຫົວໜ້າຫ້ອງເຕັກນິກ ວິທະຍາຄານກົມມະດໍາ ພ້ອມດ້ວຍຄະນະຫ້ອງ, ມີບັນດາຄະນະພັກ-ຄະນະບັນຊາ ກອງພັນທີ 4 ແລະ ພະນັກງານ-ນັກຮົບ ແລະ ນັກຮຽນ ເຂົ້າຮ່ວມ.

ໃນກອງປະຊຸມ, ພັທ ແກ້ວອໍາພອນ ພິມມະສອນ ຫົວໜ້າການທະຫານ ກອງພັນທີ 4 ວິທະຍາຄານກົມມະດຳ ໄດ້ຜ່ານບົດສະຫຼຸບຕີລາຄາຄືນຜົນງານຮອບດ້ານ ໃນໄລຍະ 1 ປີ ຜ່ານມາ ແລະ ວາງທິດທາງແຜນການ ປີ 2021, ເຊິ່ງໃນຕໍ່ໜ້າ ຄະນະພັກ-ຄະນະບັນຊາ ຈະຖືເອົາວຽກງານສຶກສາອົບຮົມການເມືອງນໍາພາ-ແນວຄິດ ເປັນບັນຫາສໍາຄັນໃນການຄຸ້ມຄອງຊີ້ນໍາ-ບັນຊານັກຮຽນ ເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍຖືເອົາ 7 ລະບອບ 18 ວຽກ ເປັນຫຼັກ.

ພ້ອມດຽວກັນນັ້ນ, ກົມກອງຍັງສາມາດຍາດຜົນງານມາໄດ້ຫຼາຍຢ່າງ ເຊັ່ນ: ການສອບເສັງຂອງນັກຮຽນ ຈໍານວນ 5 ເຫຼົ່າຮົບວິຊາສະເພາະ ຄື: ເຫຼົ່າຮົບປືນໃຫ່ຍ-ໜ້າດິນ ຄະແນນສະເລ່ຍລວມເຫຼົ່າ 8,05 %, ເຫຼົ່າຮົບລົດຕັ້ງ-ຍານເກາະ ຄະແນນສະເລ່ຍລວມ 8,10 %, ເຫຼົ່າຮົບປ້ອງກັນອາກາດ ຄະແນນສະເລ່ຍລວມເຫຼົ່າ 8,10 %, ເຫຼົ່າຮົບເຄມີ ຄະແນນສະເລ່ຍລວມເຫຼົ່າ 8,18 % ແລະ ເຫຼົ່າຮົບແຜນທີ່ ຄະແນນສະເລ່ຍລວມເຫຼົ່າ 8,01 %.

ນອກຈາກນັ້ນ, ຄະນະພັກ-ຄະນະບັນຊາ ຍັງໄດ້ຖືເອົາວຽກງານບໍລິຫານເຄົາລົບທຸງວິທະຍາຄານ, ກວດກາລະບຽບຢູ່ກອງພັນ ແລະ ຈັດຕັ້ງປ້ອງກັນເວນຍາມຂອບເຂດຮັບຜິດຊອບ. ນອກນັ້ນ, ຍັງຖືເອົາວຽກງານປູກຝັງ-ລ້ຽງສັດ ເປັນຕົ້ນແມ່ນປູກຜັກເພື່ອສົ່ງຂາຍເຂົ້າເຮືອນຄົວລວມ, ຂາຍປາ ແລະ ປ່ອຍປາໃສ່ໜອງ ເຊິ່ງສາມາດສ້າງລາຍຮັບເຂົ້າກົມກອງລວມມູນຄ່າທັງໝົດ 37.467.000 ກີບ.

ໃນໂອກາດດຽວກັນນັ້ນ, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ປ່ຽນກັນຂຶ້ນປະກອບຄໍາເຫັນໃສ່ຮ່າງບົດສະຫຼຸບ ແລະ ວາງທິດທາງຢ່າງມີເນື້ອໃນສົມບູນຄົບຖ້ວນ. ພ້ອມດຽວກັນນັ້ນ, ຄະນະພັກ-ຄະນະບັນຊາ ຍັງໄດ້ໃຫ້ກຽດຂຶ້ນກ່າວມອບໃບຍ້ອງຍໍບຸກຄົນດີເດັ່ນນຳອີກ.

ພັອ ສັງມະນີ ຈິດລະວົງ ຫົວຫນ້າຫ້ອງເຕັກນິກ ວິທະຍາຄານ ກົມມະດໍາ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍມາຍັງ ຄະນະພັກ-ຄະນະບັນຊາ ທີ່ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງນໍາພາ-ແນວຄິດ ໃຫ້ພະນັກງານ-ນັກຮົບ ໂດຍຖືເອົາ 7 ລະບອບ 18 ວຽກ ເປັນບັນຫາສໍາຄັນ ພ້ອມທັງຮຽກຮ້ອງມາຍັງບັນດານັກຮຽນທຸກສະຫາຍ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງໃຫ້ສູງຂຶ້ນ ແລະ ຖືເອົາການຝຶກຝົນກໍ່ສ້າງຕົນເອງ ໃຫ້ມີຄວາມເຂັ້ມແຂງ-ໜັກແໜ້ນໃນທຸກດ້ານ ເພື່ອນໍາໄປຈັດຕັ້ງໝູນໃຊ້ເຂົ້າໃນວຽກງານວິຊາສະເພາະໃຫ້ເກີດຜົນປະໂຫຍດສູງສຸດ.