ກອງບັນຊາການ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ປະກາດແຕ່ງຕັ້ງຫົວໜ້າ, ຮອງໝວດ, ໝູ່ ປກສ ບ້ານໂພນພະເນົາ ໃນວັນທີ 14 ກໍລະກົດ 2020, ໂດຍມີ ທ່ານ ບຸນວິໄລ ພົມມະໄກສອນ ຄະນະພັກເມືອງ, ເລຂາໜ່ວຍພັກ, ນາຍບ້ານໂພນພະເນົາ, ພັທ ສາລິກາ ເພັດທະນີ ຮອງຫົວໜ້າກອງບັນຊາການ ປກສ ເມືອງໄຊເສດຖາ, ມີຫົວໜ້າ ປກສ ກຸ່ມ I ຈອມມະນີ ແລະ ປກສ ບ້ານ ເຂົ້າຮ່ວມ.

ພັທ ບຸນເນົາ ປັນຍາສິລິ ຮອງຫົວໜ້າ ປກສ ກຸ່ມ I ຈອມມະນີ ໄດ້ຜ່ານຂໍ້ຕົກລົງຂອງ ກອງບັນຊາການ ປກສ ເມືອງໄຊເສດຖາ ເລກທີ 803/ປກສຊຖ ລົງວັນທີ 3 ມິຖຸນາ 2020 ວ່າດ້ວຍ ການແຕ່ງຕັ້ງຫົວໜ້າ, ຮອງໝວດ, ໝູ່ ປກສ ບ້ານໂພນພະເນົາ; ໃນນີ້ໄດ້ແຕ່ງຕັ້ງ ທ່ານ ຄໍາເລັ່ງ ຫຼວງອັດສາ ເປັນຫົວໜ້າ, ແຕ່ງຕັ້ງ ທ່ານ ສຸລິວົງ ຂຸນທິກຸມມານ ແລະ ທ່ານ ພອນສະຫວັນ ຄໍາຄໍ້ຮົມພັນ ເປັນຮອງ.

ພ້ອມນີ້ ກໍໄດ້ແຕ່ງຕັ້ງຫົວໜ້າ, ຮອງໝູ່ ແລະ ປກສ ບ້ານ ປະຈໍາຢູ່ແຕ່ລະໜ່ວຍ; ໃນນີ້ໄດ້ແຕ່ງຕັ້ງ ທ່ານ ຄໍາເລັ່ງ ຫຼວງອັດສາ ເປັນຫົວໜ້າຮັບຜິດຊອບໜ່ວຍ 1 ຫາ ໜ່ວຍ 18, ແຕ່ງຕັ້ງ ທ່ານ ສຸລິວົງ ຂຸນທິກຸມມານ ເປັນຫົວໜ້າຮັບຜິດຊອບໜ່ວຍ 19 ຫາ ໜ່ວຍ 37 ແລະ ແຕ່ງຕັ້ງ ທ່ານ ພອນສະຫວັນ ຄໍາຄໍ້ຮົມພັນ ເປັນຫົວໜ້າຮັບຜິດຊອບໜ່ວຍ 38 ແລະ ໜ່ວຍ 56.

ທັງນີ້, ກໍເພື່ອເປັນການຈັດຕັ້ງຜັນຂະຫຍາຍວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ຕາມທິດຊີ້ນໍາຂອງພັກ ພ້ອມທັງປະຕິບັດແຜນການປັບປຸງ-ກໍ່ສ້າງກໍາລັງ ໃຫ້ໜັກແໜ້ນທາງດ້ານການເມືອງ ແລະ ເຂັ້ມແຂງທາງດ້ານການຈັດຕັ້ງ.

ໃນຕອນທ້າຍ, ພັທ ສາລິກາ ເພັດມະນີ ໄດ້ເນັ້ນໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງ ຈົ່ງພ້ອມກັນປະຕິບັດໜ້າທີ່ປ້ອງກັນເວນຍາມທຸກບ້ານພາຍໃນເມືອງ ໃຫ້ມີຄວາມສະຫງົບ-ປອດໄພ ແລະ ຢູ່ພາຍໃນການຊີ້ນໍາ-ນໍາພາຂອງອໍານາດປົກຄອງບ້ານ ແລະ ເມືອງ, ເອົາໃຈໃສ່ຝຶກຝົນຫຼ່ໍຫຼອມຕົນເອງທາງດ້ານສິລະປະຍຸດ-ຍຸດທະວິທີ, ຄວາມຮູ້-ຄວາມສາມາດ ແລະ ຄຸນສົມບັດສິນທໍາປະຕິວັດ, ພ້ອມກັນປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ເຮັດໃຫ້ບ້ານ-ກຸ່ມບ້ານສະຫງົບ-ປອດໄພຂຶ້ນກວ່າເກົ່າ.