ຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ຈັດຕັ້ງປາຖາກະຖາເລົ່າຄືນມູນເຊື້ອ ປະທານ ສຸພານຸວົງ ໃນວັນທີ 15 ກໍລະກົດ 2020, ເນື່ອງໃນວັນຄ້າຍວັນເກີດຂອງ ປະທານ ສຸພານຸວົງ ຄົບຮອບ 111 ປີ (13 ກໍລະກົດ 1909-13 ກໍລະກົດ 2020), ປາຖະກະຖາໂດຍ ພົຈວ ຄໍາສາຍ ຈັນທະວົງ ຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີເລຂາ-ຮອງເລຂາ, ຄະນະບໍລິຫານງານຊາວໜຸ່ມກະຊວງ, ສະມາຊິກຊາວໜຸ່ມ ຈາກບັນດາກົມກອງອ້ອມຂ້າງກະຊວງ ເຂົ້າຮ່ວມ.

ພົຈວ ຄໍາສາຍ ຈັນທະວົງ ໄດ້ຍົກໃຫ້ເຫັນມູນເຊື້ອຂອງ ປະທານ ສຸພານຸວົງ ໂດຍຫຍໍ້ວ່າ: ປະທານ ສຸພານຸວົງ ເກີດວັນທີ 13 ກໍລະກົດ 1909 ທີ່ແຂວງຫຼວງພະບາງ ໃນຄອບຄົວເຊື້ອເຈົ້າ, ເປັນໂອຣົດຂອງເຈົ້າມະຫາອຸປະຣາດບຸນຄົງ ແລະ ໜ່ອມຄໍາອ້ວນ, ມີເອື້ອຍ 2 ຄົນ ຄື: ເຈົ້າຍິງທະວີວັນ ແລະ ເຈົ້າຍິງຈິນດາຣັດສະໝີ, ມີອ້າຍຕ່າງມານດາ 2 ຄົນ ຄື: ເຈົ້າເພັດສະຣາດ ແລະ ເຈົ້າສຸວັນນະພູມມາ.

ເມື່ອອາຍຸໄດ້ 7 ປີ ທ່ານໄດ້ເຂົ້າຮຽນຢູ່ໂຮງຮຽນປະຖົມສຶກສາທີ່ຫຼວງພະບາງ, ເພີ່ນເປັນນັກຮຽນທີ່ຂະຫຍັນໝັ້ນພຽນ ແລະ ມີພອນສະຫວັນໃນຫຼາຍດ້ານ, ຮຽນເກັ່ງ ແລະ ສອບເສັງໄດ້ຄະແນນດີເລີດມາຕະຫຼອດຈົນຈົບຊັ້ນປະຖົມສົມບູນ.

ກາງປີ 1920 ທ່ານໄດ້ເດີນທາງໄປຮຽນຕໍ່ມັດທະຍົມ (ອານແບກຊາໂຣ) ທີ່ຮ່າໂນ້ຍ ປະເທດຫວຽດນາມ, ຢູ່ທີ່ນັ້ນ ເພີ່ນໄດ້ຕັ້ງໃຈຮຽນທັງວິຊາທໍາມະຊາດ ແລະ ສັງຄົມ, ຮຽນພາສາຕ່າງປະເທດຫຼາຍພາສາ, ຮຽນດ້ານສິລະປະ ແລະ ວັນນະຄະດີ ທັງຫຼິ້ນກິລາ ແລະ ດົນຕີ, ເພີ່ນມີພອນສະຫວັນໃນດ້ານການແຕ້ມຮູບ ແລະ ຂຽນບົດກະວີ, ເພີ່ນໄດ້ຮຽນຈົບຂະແໜງວິຊາວິທະຍາສາດ ແລະ ອັກສອນສາດ ຄະແນນດີເລີດ ແລະ ຖືກຄັດເລືອກເປັນນັກຮຽນດີເດັ່ນຂອງໂຮງຮຽນໂປຼເຕັກໂຕຣາ ແຫ່ງ ແຄ້ວນອິນເດຍ.

ປີ 1931 ທ່ານໄດ້ໄປສຶກສາຕໍ່ທີ່ປະເທດຝຣັ່ງ, ຮຽນຢູ່ມະຫາວິທະຍາໄລຂົວທາງແຫ່ງຊາດ ສາຂາວິຊາວິສະວະກອນພົນລະເຮືອນ ຢູ່ນະຄອນປາຣີ, ເວລາຮຽນຢູ່ປະເທດຝຣັ່ງ ປະທານ ສຸພານຸວົງ ບໍ່ພຽງແຕ່ມີຄວາມມຸ່ງໝັ້ນໃນການຮຽນເທົ່ານັ້ນ, ເພີ່ນຍັງດຸໝັ້ນໃນການລົງຝຶກຫັດ-ປະຕິບັດຕົວຈິງ, ເພີ່ນໄປຫຼາຍປະເທດໃນທະວີບອາຟຣິກກາ ເພື່ອສໍາພັດກັບຄວາມຈິງ ແລະ ຊອກຮູ້ປະສົບການໃນດ້ານຕ່າງໆ, ເພີ່ນມີຄວາມບາກບັ່ນໃນການຄົ້ນຄວ້າຮໍ່າຮຽນ, ທັງມີຄວາມເປັນເຈົ້າການປະດິດສ້າງຮຽນຮູ້ດ້ວຍຕົນເອງ, ເພີ່ນດໍາລົງຊີວິດແບບງ່າຍ, ບໍ່ຟຸມເຟືອຍ, ທ່ານມີພອນສະຫວັນໃນການຮຽນຮູ້ພາສາຂອງຊາດຕ່າງໆ ຈົນສາມາດເວົ້າໄດ້ເຖິງ 10 ພາສາທີ່ໃຊ້ຫຼາຍໃນສາກົນ.

ປີ 1937 ທ່ານໄດ້ຮັບປະກາສະນີຍະບັດວິສະວະກອນຂົວທາງທີ່ຝຣັ່ງ ເປັນຄົນທໍາອິດຂອງປະເທດລາວ ຫຼັງຈາກນັ້ນເພີ່ນໄດ້ກັບຄືນອິນດູຈີນໂດຍໄດ້ຮັບລາຊະການໃນຂະແໜງໂຍທາທິການ ປະຈໍາຢູ່ຍາຈາງ ປະເທດຫວຽດນາມ.

ໄລຍະ 3 ປີ, ປະທານ ສຸພານຸວົງ ໄດ້ສໍາເລັດການສ້າງຂົວທາງເລກທີ 14 ແລະ ໂຄງການເຂື່ອນໄຟຟ້ານໍ້າຕົກຢູ່ເມືອງວິນ, ໄດ້ໄປຊ່ວຍສ້າງຂົວທາງ ແລະ ສ້ອມແປງທາງເລກທີ 13 ຢູ່ແຂວງຊຽງຂວາງ; ຕໍ່ມາ ທ່ານໄດ້ຖືກແຕ່ງຕັ້ງໄປຮັບລາຊະການຢູ່ເມືອງພິນ ແຂວງສະຫວັນນະເຂດ ເພື່ອສ້າງທາງເລກທີ 23 ແລະ ຂົວເຊບັງຫຽງ.

ໃນເວລາທ່ານໄດ້ຮັບໜ້າທີ່ລາດຊະການຢູ່ຫວຽດນາມ, ກໍາປູເຈຍ ແລະ ລາວ, ປະທານ ສຸພານຸວົງ ໄດ້ສ້າງຜົນງານຫຼາຍຢ່າງອັນເປັນທີ່ຍອມຮັບໃນຖານະວິສະວະກອນທີ່ມີຄວາມຮູ້, ຄວາມສາມາດ ແລະ ເຮັດແທ້ທໍາຈິງ. ສິ່ງສໍາຄັນທີ່ສຸດ ເພີ່ນໄດ້ສໍາພັດ, ໄດ້ຮູ້, ໄດ້ເຫັນພຶດຕິກໍາ ແລະ ການກະທໍາຂອງພວກຈັກກະພັດລ່າເມືອງຂຶ້ນຝຣັ່ງທີ່ມີຕໍ່ຄົນຂອງຊາດຫົວເມືອງຂຶ້ນ. ເຊິ່ງມັນໄດ້ສົ່ງຜົນກະທົບໂດຍກົງຕໍ່ສະພາບແນວຄິດຈິດໃຈຂອງເພີ່ນ ແລະ ຈໍາໃຫ້ເພີ່ນຕ້ອງເລືອກເອົາເສັ້ນທາງເດີນແຫ່ງຊີວິດ ຄື: ກ້າວສູ່ເສັ້ນທາງແຫ່ງການຕໍ່ສູ້ເພື່ອກອບກູ້ເອົາຄວາມເປັນເອກະລາດມາໃຫ້ປະເທດ, ນໍາເອົາອິດສະລະພາບ ແລະ ສິດເປັນເຈົ້າມາໃຫ້ປະຊາຊົນລາວບັນດາເຜົ່າ.