ສະຫະພັນແມ່ຍິງກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ຈັດຕັ້ງ ປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 65 ປີ ( 20 ກໍລະກົດ 1955-20 ກໍລະກົດ 2020 ) ເພື່ອໃຫ້ເອື້ອຍ-ນ້ອງສະມາຊິກແມ່ຍິງຮັບຮູ້ເຂົ້າໃຈກ່ຽວກັບການກໍາເນີດ ແລະ ມູນເຊື້ອຂອງວັນສໍາຄັນດັ່ງກ່າວ; ໂດຍ ມີ ພົຈວ ຄໍາກິ່ງ ຜຸຍຫຼ້າມະນີວົງ ຫົວ ໜ້າກົມໃຫຍ່ຕໍາຫຼວດ, ມີຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ, ແຂກຮັບເຊີນ ແລະ ເອື້ອຍ-ນ້ອງສະມາຊິກແມ່ຍິງ ເຂົ້າຮ່ວມ.

ພັທ ນາງ ສິມມະລີ ພັນທະວົງ ຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງ ປກສ, ປະທານສະຫະພັນແມ່ຍິງກົມໃຫຍ່ຕໍາຫຼວດ ໄດ້ຍົກໃຫ້ເຫັນມູນເຊື້ອວັນສ້າງຕັ້ງ ສະຫະພັນແມ່ຍິງລາວວ່າ: ພາຍໃຕ້ການນໍາພາຂອງພັກອົງການຈັດ ຕັ້ງແມ່ຍິງຢູ່ຂັ້ນຮາກຖານ ຈຶ່ງໄດ້ເກີດຂຶ້ນຈາກການຈັດຕັ້ງໜ່ວຍແມ່ຍິງນັກຮົບຢູ່ຊົນນະບົດ, ໜ່ວຍຍຸວັນນາລີຢູ່ຕົວເມືອງ ການຈັດຕັ້ງດັ່ງກ່າວໄດ້ມີການເຄື່ອນໄຫວ ແລະ ເຕີບໃຫຍ່ຂະຫຍາຍຕົວນັບມື້ນັບກວ້າງຂວາງ ແລະ ເປັນຕົ້ນກໍາເນີດ ຂອງຄະນະຂົນຂວາຍສ້າງຕັ້ງສະມາຄົມແມ່ຍິງລາວຮັກຊາດ ເຊິ່ງໄດ້ປະກາດຢ່າງເປັນທາງການໃນວັນທີ 20 ກໍລະກົດ 1955 ຢູ່ເຂດທີ່ໝັ້ນຂອງການປະຕິວັດແຂວງຫົວພັນ ໂດຍແມ່ນທ່ານ ນາງ ຄໍາຫຼ້າ ວົງສັກ ເປັນຫົວໜ້າ, ທ່ານ ນາງ ຄໍາສຸກ ວົງວິຈິດ ເປັນຮອງ ແລະ ທ່ານ ນາງ ຄໍາພງ ບຸບຜາ ເປັນກໍາມະການເພື່ອນໍາພາຂະບວນການແມ່ຍິງລາວໃນທົ່ວປະເທດ, ໂດຍຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງພັກ ແລະ ເດັດດ່ຽວ ປະຕິບັດຕາມຄໍາຂວັນທີ່ວ່າທຸກສິ່ງຢ່າງເພື່ອແນວໜ້າ, ທຸກສິ່ງຢ່າງເພື່ອຕີເອົາຊະນະຈັກກະພັດ ແລະ ລູກມື ຈາກການປະກອບສ່ວນຢ່າງຕັ້ງ ໜ້າຄຽງບ່າຄຽງໄລ່ກັບເພດຊາຍ ຈຶ່ງເຮັດໃຫ້ກໍາລັງປະຕິວັດນັບມື້ນັບເຕີບໃຫຍ່ເຂັ້ມແຂງ, ທັງເປັນການປະກອບສ່ວນໃນການລຸກຮື້ຂຶ້ນຢຶດອໍານາດໃນທົ່ວປະເທດ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນ ວັນທີ 2 ທັນວາ 1975.

ພາຍຫຼັງປະເທດຊາດໄດ້ຮັບ ການປົດປ່ອຍຢ່າງສົມບູນແລ້ວ ຂະບວນການປະຕິວັດຂອງເອື້ອຍ-ນ້ອງແມ່ຍິງໄດ້ສືບຕໍ່ຂະຫຍາຍຕົວຢ່າງກວ້າງຂວາງໃນທຸກຂົງເຂດວຽກງານ, ມາຮອດວັນທີ 21-24 ມີນາ 1984 ກອງປະຊຸມໃຫຍ່ແມ່ຍິງລາວທົ່ວປະເທດ ຄັ້ງທີ I ໄດ້ໄຂຂຶ້ນ ຢ່າງເປັນທາງການ, ກອງປະຊຸມໄດ້ ຕົກລົງປ່ຽນຊື່ຈາກສະມາຄົມແມ່ຍິງລາວຮັກຊາດ ມາເປັນສະຫະພັນແມ່ຍິງລາວ, ກອງປະຊຸມໄດ້ຄົ້ນຄວ້າຮັບຮອງເອົາເນື້ອໃນຄໍາຂັວນ 3 ດີ 2 ໜ້າທີ່ ຄື: ພົນລະເມືອງດີ, ເປັນແມ່ທີ່ດີ, ເປັນເມຍທີ່ດີ, ປົກ ປັກຮັກສາກໍ່ສ້າງປະເທດຊາດ, ປົດປ່ອຍແມ່ຍິງ; ກອງປະຊຸມໄດ້ເລືອກຕັ້ງເອົາຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຈໍານວນ 27 ທ່ານ ແລະ ເລືອກເອົາທ່ານ ນາງ ຄໍາແພງ ບຸບຜາ ເປັນປະທານ, ທ່ານ ນາງ ເພັດສະໝອນ ລາຊະສິມມາ ເປັນຮອງປະທານ ແລະ ມີສະມາຊິກແມ່ຍິງທົ່ວປະເທດ 426.032 ຄົນ.