ເມືອງບໍລິຄັນ ແຂວງບໍລິຄໍາໄຊ ທຳລາຍອາວຸດເຖື່ອນ, ອາວຸດລາເນື້ອ, ປືນແກ໋ບ, ໝໍ້ຊ໋ອດປາ ແລະ ຈັກສະຕິນ ຮີບໂຮມຈາກພໍ່-ແມ່ປະຊາຊົນຜູ້ທີ່ຄອບຄອງ ແລະ ມາທໍາລາຍຖິ້ມ, ພິທີໄດ້ຈັດຂຶ້ນໃນວັນທີ 13 ກໍລະກົດ 2020 ນີ້, ໂດຍການເປັນປະທານຂອງ ທ່ານ ວັນເລີນ ປຸ້ຍໄມນີ ເຈົ້າເມືອງໆບໍລິຄັນ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງໆບໍລິຄຳໄຊ, ມີຄະນະກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງ, ເມືອງ ແລະ ພະແນກການອ້ອມຂ້າງເມືອງ ຕະຫຼອດຮອດອຳນາດການປົກຄອງບ້ານ-ນາຍບ້ານ 11 ບ້ານ ເຂົ້າຮ່ວມ.

ທ່ານ ທອງໃບ ທອງໃສ ຮອງເຈົ້າເມືອງໆບໍລິຄັນ ໄດ້ລາຍງານວ່າ: ໄລຍະຜ່ານມາ, ຄະນະຮັບຜິດຊອບໄດ້ຈັດຕັ້ງປະຕິບັດ, ຄຸ້ມຄອງອາວຸດທາດລະເບີດ ແລະ ອາວຸດເຖື່ອນ ພ້ອມທັງລົງໄປໂຄສະນາເຜີຍແຜ່ໃຫ້ພໍ່-ແມ່ປະຊາຊົນບັນດາເຜົ່າໃນທົ່ວເມືອງບໍລິຄັນ ໄດ້ຮັບຮູ້, ເຂົ້າໃຈ ແລະ ເຊື່ອມຊຶມຕໍ່ມະຕິຄຳສັ່ງຂອງຂັ້ນເທິງ, ເຮັດໃຫ້ພໍ່-ແມ່ປະຊາຊົນມີຄວາມຕື່ນຕົວຈິງໃຈນໍາເອົາອາວຸດເຖື່ອນ, ອາວຸດລ່າເນື້ອ, ຈັກສະຕິນ ແລະ ອຸປະກອນຫາປາ, ທີ່ມີໄວ້ຄອບຄອງມາມອບໃຫ້ເຈົ້າໜ້າທີ່. ໃນນີ້, ມີປືນແກ໋ບ, ປືນປະດິດຍິງດ້ວຍລູກເດີເວ 544 ກະບອກ, ເລົາປືນແກ໋ບ 41 ເລົາ, ໝໍ້ຊ໋ອດປາ 71 ເຄື່ອງ, ຈັກສະຕິນ 77 ເຄື່ອງ; ເຊິ່ງອາວຸດເຫຼົ່ານີ້ແມ່ນໄດ້ເກັບມາທ້ອນໂຮມ ແລະ ຮັກສາໄວ້ກອງບັນຊາການ ປກສ ເມືອງບໍລິຄັນ.

ໂອກາດດຽວກັນ ເຈົ້າເມືອງໆບໍລິຄັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບທຸກສະຫາຍທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ຂອງຕົນຕາມການມອບໝາຍ ແລະ ຍາດໄດ້ຜົນສໍາເລັດໃນຫຼາຍດ້ານ, ພ້ອມທັງເນັ້ນໃຫ້ຄະນະຮັບຜິດຊອບສືບຕໍ່ຈັດຕັ້ງປະຕິບັດຕາມໂຄງ ການແກ້ໄຂປະກົດການຫຍໍ້ທໍ້ຂັ້ນເມືອງ, ມີ 9 ຫົວຂໍ້ວິທະຍາສາດ ແລະ ແກ້ໄຂ 4 ເຖື່ອນຂອງແຂວງ ແນ່ໃສ່ຫຼຸດຜ່ອນບັນດາປະກົດການຫຍໍ້ ທໍ້ທີ່ເກີດຂຶ້ນຢູ່ພາຍໃນເມືອງບໍລະຄັນ, ພ້ອມນີ້ກໍໄດ້ຮຽກຮ້ອງໃຫ້ອໍານາດການ ປົກຄອງບ້ານ, ນາຍບ້ານໃຫ້ເອົາໃຈໃສ່ ສຶກສາອົບຮົມພໍ່-ແມ່ປະຊາຊົນພາຍໃນຂອບເຂດຄວາມຮັບຜິດຊອບຂອງ ຕົນໃຫ້ເຂົາເຈົ້າເຂົ້າໃຈ, ເຄົາລົບລະບຽບກົດໝາຍຂອງລັດ, ດໍາລົງຊີວິດທໍາມາຫາກີນຢ່າງຊື່ສັດສຸດຈະລິດ ແລະ ບໍ່ໄປເຄື່ອນໄຫວກະຜິດຕໍ່ລະບຽບກົດໝາຍ.