ມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ ຮ່ວມກັບ ມູນນິທິເພື່ອແມ່ຍິງ ແລະ ເດັກຜູ້ດ້ອຍໂອກາດ ແລະ ວິສາຫະກິດ (ກຸ້ຍຈີ) ກວາງຊີ ໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກ, ເຄື່ອງອຸປະກອນການຮຽນ ແລະ ເຄື່ອງອຸປະກອນຕ້ານພະຍາດໂຄວິດ-19 ຈໍານວນໜຶ່ງ ລວມມູນຄ່າ 110 ລ້ານກີບ ມອບໃຫ້ 5 ໂຮງຮຽນ ພາຍໃນນະຄອນຫຼວງວຽງຈັນ ໃນວັນທີ 14 ກໍລະກົດ 2020, ນຳພາໂດຍ ທ່ານ ນາງ ພູທອນ ພູມສະຫວັນ ທີ່ປຶກສາມູນນິທິຊ່ວຍເຫຼື່ອຄົນທຸກຍາກ ແຫ່ງ ສປປ ລາວ, ທ່ານ ນາງ ແສງອາລຸນ ສຸພານຸວົງ ປະທານມູນນິທິເພື່ອແມ່ຍິງ ແລະ ເດັກຜູ້ດ້ອຍໂອກາດ, ມີຜູ້ຕາງໜ້າຈາກວິສາຫະກິດ (ກຸ້ຍຈີ) ກວາງຊີ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ນາງ ແສງອາລຸນ ສຸພານຸວົງ ກ່າວວ່າ: ການມອບເຄື່ອງອຸປະໂພກ-ບໍລິໂພກ, ເຄື່ອງອຸປະກອນການຮຽນ ແລະ ເຄື່ອງອຸປະກອນພະຍາດໂຄວິດ-19 ປະກອບມີ: ມີ່, ນໍ້າ, ປຶ້ມ, ບິກ-ສໍ, ກະເປົາ, ຊຸດກິລາ, ໝາກບານ, ໜ້າກາກອະນາໄມ, ເຄື່ອງວັດແທກອຸນຫະພູມ, ເຈວລ້າງມື ລວມມູນຄ່າທັງໝົດ 110 ລ້ານກີບ ມອບໃຫ້ 5 ໂຮງຮຽນ ປະກອບມີ: ໂຮງຮຽນອະນຸບານ ແລະ ປະຖົມສົມບູນນາໂຄກ ເມືອງໄຊທານີ, ໂຮງຮຽນປະຖົມສຶກສາສົມບູນທ່ານາກ ເມືອງໄຊທານີ, ໂຮງຮຽນວິຊາຊີບຄົນພິການສີເກີດ ເມືອງນາຊາຍທອງ ແລະ ໂຮງຮຽນປະຖົມສຶກສາສົມບູນສະພານທອງໃຕ້ ເມືອງສີສັດຕະນາກ.

ສຳລັບການມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ກໍເພື່ອເປັນການປະກອບສ່ວນໃນດ້ານການສຶກສາທີ່ສຳຄັນໃຫ້ 5 ໂຮງຮຽນດັ່ງກ່າວ ໃນການຊ່ວຍແກ້ໄຂຄວາມຂາດເຂີນພາຍໃນໂຮງຮຽນໃຫ້ດີຂຶ້ນ ແລະ ມອບເປັນຂອງຂວັນເນື່ອງໃນໂອກາດຂໍ່ານັບຊົມເຊີຍວັນຄ້າຍວັນເກີດຂອງ ປະທານ ສຸພານຸວົງ ຄົບຮອບ 111 ປີ.