ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແມ່ນພຶດຕິກຳທີ່ເຮັດໃຫ້ເກີດ ຫຼື ຈະເຮັດໃຫ້ເກີດອັນຕະລາຍ, ຄວາມເສຍຫາຍຕໍ່ແມ່ຍິງທາງດ້ານຮ່າງກາຍ, ຈິດໃຈ ແລະ ທາງເພດ, ເຊິ່ງຮູບການໃຊ້ຄວາມຮຸນແຮງມີຢູ່ 2 ຮູບການ ຄື: ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ໂດຍສະມາຊິກໃນຄອບຄົວ ແລະ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງໂດຍບຸກຄົນອື່ນ.

ປັດຈຸບັນ, ແມ່ຍິງໃນຄອບຄົວ ຍັງຖືກໃຊ້ຄວາມຮຸນແຮງຢູ່ ເປັນຕົ້ນແມ່ນການໃຊ້ຄວາມຮຸນແຮງທາງຮ່າງກາຍ, ຄວາມຮຸນແຮງທາງຈິດໃຈ ແລະ ຄວາມຮຸນແຮງທາງເພດ; ເຊິ່ງຄວາມຮຸນແຮງທາງເພດ ສ່ວນຫຼາຍແມ່ນການຝືນໃຈເມຍ, ການຂົ່ມຂືນເມຍ. ໃນຄວາມເປັນຈິງແລ້ວ ເຖິງແມ່ນວ່າຜູ້ເປັນເມຍຈະຖືກຜົວທຳຮ້າຍຮ່າງກາຍດ້ວຍຮູບແບບໃດກໍຕາມ ແຕ່ໜ້ອຍໜັກທີ່ເມຍຈະໄປຮ້ອງຟ້ອງໃຫ້ມີການດຳເນີນຄະດີຕາມກົດໝາຍ; ຖ້າຜິດຖຽງກັນແບບບໍ່ເຖິງຂັ້ນເປັນຕາຍ ສ່ວນໃຫຍ່ແມ່ນຈະໄກ່ເກ່ຍກັນໃນຂັ້ນບ້ານກໍແລ້ວໄປ ແລະ ມີໜ້ອຍທີ່ສຸດຈະມີການຮ້ອງຟ້ອງໄປເຖິງຂັ້ນສານ. ແຕ່ກໍລະນີຄວາມຮຸນແຮງ ແລະ ຜູ້ທີ່ຮ້ອງຟ້ອງມີຄວາມກ້າຫານບໍ່ຢາກເອົາເລື່ອງໃຫ້ມັນເຖິງທີ່ສຸດ ແລະ ໃຫ້ເລື່ອງດັ່ງກ່າວຕ້ອງໄປຈົບຢູ່ທີ່ກົດໝາຍ. ແຕ່ສຸດທ້າຍເຈົ້າໜ້າທີ່ ກໍແນະນຳໃຫ້ຜູ້ຮ້ອງຟ້ອງກັບຄືນມາໄກ່ເກ່ຍກັນຢູ່ຂັ້ນບ້ານ ເພື່ອບໍ່ຍາກໃຫ້ ຄອບຄົວແຕກແຍກສຸດທ້າຍກໍຈົບຢູ່ທີ່ຮີດຄອງປະເພນີຄືເກົ່າ.

ແມ່ຍິງທ່ານໜຶ່ງໃຫ້ທັດສະນະວ່າ: ການທີ່ຖືກຜົວທໍາຮ້າຍຮ່າງກາຍ ແລະ ຈິດໃຈສ່ວນຫຼາຍແລ້ວເກີດຈາກຄວາມບໍ່ເຂົ້າໃຈກັນ, ຜົວດື່ມສິ່ງມຶນເມົາ ແລະ ເກີດຈາກຄວາມບໍ່ໄວ້ໃຈກັນແລະກັນ; ເຊິ່ງກໍລະນີເມຍຖືກຜົວຕີແລ້ວສ່ວນຫຼາຍແມ່ນຈະແກ້ໄຂກັນຢູ່ຂັ້ນບ້ານ ກໍຖືວ່າແລ້ວກັນໄປ ຈຶ່ງເຮັດໃຫ້ຜູ້ເປັນຜົວກັບຄືນມາຕີເມຍອີກເປັນ ຄັ້ງທີ 2 , ຄັ້ງ ທີ 3 , ຄັ້ງທີ 4 ໄປເລື້ອຍໆ ຈົນເມຍບໍ່ສາມາດທົນຢູ່ນຳກັນໄດ້ ຈຶ່ງເຮັດໃຫ້ເກີດ ການແຍກທາງ ແລະ ຢ່າຮ່າງກັນ.

ຕໍ່ກັບບັນຫາດັ່ງກ່າວນີ້, ບັນດາສະມາຊິກສະພາແຫ່ງຊາດຫຼາຍເຂດເລືອກຕັ້ງ ກໍໄດ້ກ່າວໃນກອງປະຊຸມສະພາແຫ່ງຊາດໃນຫຼາຍໆຄັ້ງຜ່ານມາ, ໂດຍຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງ ຄວນມີການໃຊ້ມາດຕະການບັງຄັບໃຊ້ກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ເພື່ອປົກປ້ອງໃຫ້ແມ່ຍິງມີບົດບາດສູງຂຶ້ນທຽບເທົ່າກັບເພດຊາຍ ແລະ ບໍ່ຖືກໃຊ້ຄວາມຮຸນແຮງ.

ສຳລັບການຈັດຕັ້ງປະຕິບັດໃນໄລຍະຜ່ານມາ, ລັດ ເອົາໃຈໃສ່ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ສິດສະເໝີພາບ ຍິງ-ຊາຍ, ປົກປ້ອງ ແລະ ໃຫ້ຜົນປະໂຫຍດອັນຊອບທຳຂອງແມ່ຍິງ, ສ້າງເງື່ອນໄຂໃຫ້ແມ່ຍິງໄດ້ຮັບການພັດທະນາຢ່າງຮອບດ້ານ, ມີບົດບາດໃນຄອບຄົວ, ສັງຄົມ ແລະ ໃນເວທີການເມືອງ ເພື່ອເປັນກຳລັງແຮງ ລວມໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ແລະ ຖືເອົາການໃຊ້ຄວາມຮຸນແຮງຕໍ່ແມ່ຍິງເປັນການກະທຳຜິດ, ຕ້ານທຸກຮູບແບບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ບໍ່ໃຫ້ອ້າງເຖິງຮີດຄອງ ຫຼື ຄວາມເຊື່ອຖືເປັນເຫດຜົນໃນການໃຊ້ຄວາມຮຸນແຮງ; ເຊິ່ງຜ່ານມາ, ອົງການຈັດຕັ້ງພາກປະຊາສັງຄົມທີ່ໄດ້ຮັບການ ຊ່ອຍເຫຼືອຈາກຫຼາຍພາກສ່ວນໄດ້ມີ ໂຄງການເຜີຍແຜ່ກົດໝາຍຢູ່ຕາມຕົວເມືອງ ແລະ ບ້ານຕ່າງໆ ເຮັດໃຫ້ສັງຄົມມີຄວາມເຂົ້າໃຈດີຂຶ້ນ ແລະ ເຫັນວ່າ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງໃນລາວແມ່ນມີທ່າອ່ຽງຫຼຸດລົງ.

ຖ້າຫາກເບິ່ງມາດຕະການທາງແພ່ງກ່ຽວກັບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງທີ່ກໍ່ຄວາມເສຍຫາຍຕໍ່ຮ່າງກາຍ, ສຸຂະພາບຊີວິດ ແລະ ຊັບສິນ ເປັນຕົ້ນແມ່ນການທຳຮ້າຍຮ່າງກາຍ ການໃຫ້ອອກຈາກວຽກ ໂດຍບໍ່ຖືກຕ້ອງການບັງຄັບທາງເພດຜູ້ໃດຫາກກະທຳຜິດ ຈະຕ້ອງໃຊ້ແທນຄ່າເສຍຫາຍຕາມທີ່ໄດ້ກໍ່ຂຶ້ນ ເຊັ່ນ: ຄ່າປິ່ນປົວ, ຄ່າປົວແປງຈິດໃຈ ແລະ ຄ່າປ່ວຍການ.

ແຕ່ຖ້າວ່າມີການລະເມີດທາງອາຍາ ເມື່ອບຸກຄົນຫາກໃຊ້ຄວາມຮຸນແຮງຕໍ່ແມ່ຍິງທີ່ເປັນການກະທຳຜິດທາງອາຍາ ຈະຖືກດຳເນີນຄະດີ ແລະ ລົງໂທດຕາມ ທີ່ໄດ້ກຳນົດໄວ້ໃນກົດໝາຍອາຍາ; ນອກນີ້, ຜູ້ທີ່ໃຊ້ຄວາມຮຸນແຮງຈະຕໍ່ແມ່ຍິງກໍຈະຖືກລົງໂທດດັ່ງນີ້: ບຸກຄົນໃດເປັນຜົວທີ່ບັງຄັບຮ່ວມເພດກັບເມຍຕົນ ຈະຖືກລົງໂທດຕັດອິດສະລະພາບ ແຕ່ 3 ເດືອນ ຫາ 1 ປີ ຫຼື ດັດສ້າງ ໂດຍບໍ່ຕັດອິດສະລະພາບ ແລະ ປັບໃໝ 300.000 ຫາ 1.000.000 ກີບ, ໃນກໍລະນີທີ່ບັງຄັບຮ່ວມເພດທີ່ພາໃຫ້ມີການບາດເຈັບໜັກຈະຖືກລົງໂທດຕັດອິດສະລະພາບ ແຕ່ 1 ປີ ຫາ 5 ປີ ແລະ ຖືກປັບໃໝແຕ່ 1.000.000 ຫາ 3.000.000 ກີບ.

ເພື່ອຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງໃນຄອບຄົວ ພາກສ່ວນກ່ຽວຂ້ອງຄວນມີການປູກຈິດສຳນຶກໃຫ້ສັງຄົມເຂົ້າມາມີສ່ວນຮ່ວມ ດ້ວຍການປູກຈິດສຳນຶກໃຫ້ພວກເຂົາກ່ຽວກັບວິທີການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງໃນທຸກຮູບແບບ, ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ສິດສະເໜີພາບຍິງ-ຊາຍ, ສ້າງຄວາມເຂັ້ມແຂງໃຫ້ອົງການຈັດຕັ້ງທີ່ກ່ຽວຂ້ອງ, ຄົ້ນຄວ້າ ແລະ ເກັບກຳຂໍ້ມູນ, ຄວາມຮັບຜິດຊອບຂອງການຈັດຕັ້ງໃນສັງຄົມ, ຄວາມຮັບຜິດຊອບຂອງສະມາຊິກໃນຄອບຄົວ, ຄວາມຮັບຜິດຊອບຜູ້ຊາຍ ແລະ ຜູ້ຍິງ.