ວັນທີ 14 ກໍລະກົດ ທີ່ຜ່ານມາ, ​ວິທະຍາຄານກົມມະດໍາ ໄດ້ຈັດຕັ້ງເຜີຍແຜ່ເອກະສານຄໍາສັ່ງແນະນໍາ ແລະ ບົດແນະນໍາ ຂອງຄະນະພັກ ກະຊວງປ້ອງກັນປະເທດ ວ່າດ້ວຍວຽກງານຂະຫຍາຍພັກໃນກອງທັບ ພາຍໃຕ້ການເປັນປະທານຂອງ ສະຫາຍ ພັທ ປະລິນຍາເອກ ສົມໄຫວ ແໜງໄຊຄູນ ຫົວໜ້າຫ້ອງການເມືອງ ວິທະຍາຄານກົມມະດໍາ ມີບັນດາຄະນະຫ້ອງການ, ຄະນະກອງພັນ, ຄະນະວິຊາຄູ ທົ່ວວິທະຍາຄານ ເຂົ້າຮ່ວມ.

ສະຫາຍ ພັທ ບຸນຕອງ ໄຊຈໍາພອນ ຫົວຫນ້າພະແນກໄອຍະການ ແລະ ສະຫາຍ ພັທ ປະລິນຍາເອກ ສັນຕິສຸກ ກາງພູວົງ ຫົວໜ້າຫ້ອງວິທະ ຍາສາດ-ປະຫວັດສາດ ການທະຫານ ວິທະຍາຄານກົມມະດໍາ ໄດ້ຂຶ້ນເຜີຍແຜ່ເອກະສານຄໍາສັ່ງແນະນໍາ ຮ່ວມລະຫວ່າງ ອົງການໄອຍາການ ປະຊາຊົນ, ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍວຽກງານຂະຫຍາຍພັກໃນກອງທັບ, ຄໍາສັ່ງດໍາລັດຂອງນາຍຍົກລັດຖະມົນຕີ ວ່າດ້ວຍການປະຢັດ ແລະ ອະນຸລັກພະລັງງານ, ເຊິ່ງຈຸດປະສົງແມ່ນຂະຫຍາຍພັກ ແລະ ມາດຕະການຈັດຕັ້ງປະຕິບັດໃນການເລືອກເຟັ້ນຮັບເອົາມະຫາຊົນຜູ້ທີ່ກ້າວໜ້າເຂົ້າເປັນສະມາຊິກພັກ ປະຊາຊົນ ປະຕິວັດລາວ.

ຄະນະພັກ ກໍຄືຄະນະໜ່ວຍພັກຕ້ອງຖືສໍາຄັນ ກ່ຽວກັບການເລືອກເຟັ້ນເປົ້າໝາຍ ຕ້ອງເປັນຜູ້ຕື່ນຕົວສະໝັກໃຈເຂົ້າເປັນສະມາຊິກພັກ ປະຊາຊົນປະຕິວັດລາວ, ເຊິ່ງເປັນຜູ້ທີ່ມີຄວາມສໍາເລັດ ແລະ ພົ້ນເດັ່ນໃນການປະຕິບັດວຽກງານ, ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີອຸດົມການຂອງພັກທີ່ຖືກຕ້ອງ, ມີຄວາມຮູ້, ຄວາມສາມາດ ແລະ ເປັນແບບຢ່າງນໍາຫນ້າໃນທຸກຂະບວນການວຽກງານ ຈຶ່ງຈະໄດ້ເຂົ້າເປັນສະມາຊິກພັກສໍາຮອງ, ເມື່ອເຂົ້າເປັນສະມາຊິກພັກສໍາຮອງແລ້ວຕ້ອງໄດ້ປະຕິບັດໜ້າທີ່ວຽກງານໃຫ້ພົ້ນເດັ່ນອີກກ່ວາເກົ່າ, ເປັນເຈົ້າການຝຶກຝົນຫຼໍ່ຫຼອມຕົນເອງ, ປະຕິບັດຂໍ້ກໍານົດກົດລະບຽບຕ່າງໆຂອງພັກວາງອອກ, ເພື່ອໃຫ້ມີຄຸນນະພາບເງື່ອນໄຂເຂົ້າເປັນສະມາຊິກພັກສົມບູນ ຕາມວາລະກົດລະບຽບຂອງພັກ ປະຊາຊົນປະຕິວັດລາວ.

ໂອກາດນີ້, ສະຫາຍ ພັທ ປະລິນຍາເອກ ສົມໄຫວ ແໜງໄຊຄູນ ຫົວຫນ້າຫ້ອງການເມືອງ ປະທານກອງປະຊຸມ ກໍໄດ້ມີຄໍາເຫັນແນະນໍາ ວຽກ ງານຂະຫຍາຍພັກໃນກອງທັບ ໂດຍໄດ້ເນັ້ນໃຫ້ບັນດາຄະນະພັກຮາກຖານ, ຄະນະໜ່ວຍພັກແຕ່ລະຂັ້ນ ເອົາໃຈໃສ່ຕໍ່ກັບວຽກງານດັ່ງກ່າວ ໃຫ້ໄດ້ຮັບຜົນສູງຂຶ້ນ ພ້ອມກັນນໍາເອົາ ເນື້ອໃນເອກະສານວຽກງານຂະຫຍາຍພັກໃນກອງທັບ ໄປຈັດຕັ້ງໃນການປະຕິບັດໃຫ້ມີຄຸນນະພາບສູງ ແລະ ມີຜົນສໍາເລັດເປັນກ້າວໆ.

ຂ່າວ-ພາບ : ນາງ ຕ່ວນບຸບຜາ ທິບທິດາ