ກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍພັກຈັດຕັ້ງ-ພະນັກງານ ອົງການກວດສອບແຫ່ງລັດ ໄດ້ຈັດຂຶ້ນໃນວັນທີ 16 ກໍລະກົດ 2020 ເຂົ້າຮ່ວມໂດຍ ສະຫາຍ ປອ ນາງ ວຽງທອງ ສີພັນດອນ ກໍາມະການສູນກາງພັກ ເລຂາຄະນະພັກ ປະທານອົງການກວດສອບແຫ່ງລັດ, ມີບັນດາຄະນະໜ່ວຍພັກ, ແຂກຮັບເຊີນ ແລະ ສະມາຊິກພັກ ເຂົ້າຮ່ວມ.

ສະຫາຍ ລໍາທອນ ບຸດຕະລາດ ເລຂາໜ່ວຍພັກຈັດຕັ້ງ-ພະນັກງານ ກ່າວວ່າ: 5 ປີ ຜ່ານມາ (2016-2020) ຄະນະໜ່ວຍພັກຈັດຕັ້ງ-ພະນັກງານ ໄດ້ເອົາໃຈໃສ່ ແລະ ຖືເປັນບັນຫາສໍາຄັນກ່ຽວກັບວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ ດ້ວຍຫຼາຍຮູບການ ເປັນຕົ້ນແມ່ນ: ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ສະໄໝທີ X ຂອງພັກ, ຄໍາສັ່ງ, ຂໍ້ກໍານົດ, ກົດລະບຽບຂອງພັກ, ກົດໝາຍຂອງລັດ ແລະ ເອກະສານສໍາຄັນຕ່າງໆຂອງພັກຂອງຊາດໄດ້ ຈໍານວນ 64 ຄັ້ງ, ມີ 74 ເອກະສານ, ມີຜູ້ເຂົ້າຮ່ວມ 8.116 ເທື່ອຄົນ, ຜ່ານການສຶກສາ ອົບຮົມ ແລະ ຊີ້ນໍາ-ນຳພາຂອງຄະນະໜ່ວຍພັກ ເຫັນໄດ້ວ່າບັນດາສະມາຊິກພັກ-ພະນັກງານແມ່ນມີ ຄວາມບຸກບືນຫ້າວຫັນ, ມີຄວາມກະຕືລືລົ້ນໃນການປະຕິບັດໜ້າທີ່ວຽກງານ ແລະ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ, ເຄົາລົບລະບຽບກົດໝາຍຢ່າງເຂັ້ມງວດ, ຮັກສາໄດ້ຄວາມສະຫງົບ, ຄວາມສາມັກຄີເອກະພາບພາຍໃນໜ້າທີ່ວຽກງານ ແລະ ໄດ້ຮັບການເຊີດຊູບົດບາດ ຂອງໜ່ວຍພັກສູງຂຶ້ນເທື່ອລະກ້າວ.

ທິດທາງແຜນການ 5 ປີຕໍ່ໜ້າ, ຄະນະໜ່ວຍພັກຈັດຕັ້ງ-ພະນັກງານ ຍັງຈະສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ ແລະ ມະຫາຊົນທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ໂດຍການສຶກສາອົບຮົມເຊື່ອມຊຶມບັນດາເອກະສານສໍາຄັນກ່ຽວກັບແນວທາງນະໂຍບາຍຂອງພັກ ແລະ ກົດລະບຽບຂອງລັດ ຢ່າງເລິກເຊິ່ງ, ສຶກສາອົບຮົມແນວຄິດອຸດົມການສັງຄົມນິຍົມ, ແນວຄິດ ປະທານ ໄກສອນ ພົມວິຫານ ແລະ ຄຸນສົມບັດສິນທໍາປະຕິວັດ ກໍຄືແບບແຜນ ວິທີເຮັດວຽກອັນໂປ່ງໃສ່ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ສ້າງໃຫ້ແຕ່ລະສະຫາຍມີ ແນວຄິດການເມືອງໜັກແໜ້ນ, ມີຄວາມຮັບຜິດຊອບສູງ ແລະ ເປັນເຈົ້າການໃນການປະຕິບັດໜ້າທີ່ວຽກງານທີ່ພັກ-ລັດ ກໍຄືການ ຈັດຕັ້ງມອບໝາຍໃຫ້.

ໃນກອງປະຊຸມ, ຍັງໄດ້ມີການປ່ອນບັດເລືອກເອົາຄະນະໜ່ວຍ ພັກຈັດຕັ້ງ-ພະນັກງານຊຸດໃໝ່, ມີຜູ້ລົງສະໝັກ ຈໍານວນ 5 ສະຫາຍ ເລືອກໄດ້ 3 ສະຫາຍຄື ສະຫາຍ ລໍາທອນ ບຸດຕະລາດ ເປັນເລຂາ ໜ່ວຍພັກ, ສະຫາຍ ວຽງຄໍາ ສິມ ມະໄລວົງ ເປັນຮອງເລຂາ ທັງເປັນ ປະທານກວດກາໜ່ວຍພັກ ແລະ ສະຫາຍ ໂອເລ່ ໄຊຍະວົງ ເປັນກໍາ ມະການໜ່ວຍພັກ.