ໜ່ວຍງານສະກັດກັ້ນ ແລະ ຕ້ານ ຢາເສບຕິດ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ກັກຕົວນາງ ວຽງສະໄໝ ຫຼື ເມີ້ຍ ອາຍຸ 31 ປີ ຢູ່ບ້ານຮ່ອງສຸພາບ ເມືອງໄຊເສດຖາ ທີ່ຜູ້ກ່ຽວໄດ້ອາໃສຮ້ານຂາຍເຝິແອບແຝງຄ້າຂາຍຢາ ເສບຕິດ ຖືກເຈົ້າໜ້າທີ່ຈັບໄດ້ ໃນວັນທີ 25 ພຶດສະ ພາ ທມີ່ຜ່ານມາ ຂໍ້ຫາຄ້າຂາຍຢາເສບຕິດ ຢຶດຂອງກາງປະເພດຢາບ້າໄດ້ 1.809 ເມັດ.

ຄະດີດັ່ງກ່າວ, ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເປີດເຜີຍວ່າ: ໄດ້ຮັບການລາຍງານຈາກປະຊາຊົນ ມີຍິງອາຍຸປະມານ 30 ປີ ອາໄສຢູ່ຮ້ານເຝີແຫ່ງໜຶ່ງແອບແຝງ ເຄື່ອນໄຫວຄ້າຂາຍຢາເສບຕິດໃຫ້ກັບໄວລຸ້ນ ຢູ່ພາຍໃນບ້ານຮ່ອງສຸພາບ, ຈາກການກວດກາຕິດຕາມຂອງເຈົ້າໜ້າທີ່ວິຊາສະເພາະພົບວ່າ ມີມູນຄວາມຈິງແທ້. ມາວັນ ທີ 26 ພຶດສະພາ 2020, ຈຶ່ງໄດ້ສົມທົບກັບອຳນາດການປົກຄອງບ້ານດັ່ງກ່າວ ເຂົ້າກວດຄົ້ນເຮືອນເປົ້າໝາຍຊື່ ນາງ ວຽງສະໄໝ ຫຼື ເມີ້ຍ ພົບຂອງກາງຢາບ້າທີ່ຊຸກເຊື່ອງໄວ້ໃນກະຕ່າເຄື່ອງຫ້ອງນອນ ຈຳນວນ 9 ຖົງ 5 ເມັດ ເທົ່າ 1.809 ເມັດ ໄປສອບສວນ.

ນາງ ວຽງສະໄໝ ຫຼື ເມີ້ຍ ສາລະພາບວ່າ: ເດືອນກັນຍາ 2019, ໄດ້ເລີ່ມເຄື່ອນໄຫວຄ້າຂາຍຢາເສບຕິດ ໂດຍຊື້ນຳ ທ້າວ ຕິ ອາຍຸປະມານ 32 ປີ ອາໄສຢູ່ເຂດດົງໂດກ (ບໍ່ຮູ້ທີ່ຢູ່ແນ່ນອນ) ການຊື້ຢາບ້ານຳ ທ້າວ ຕິ ຜູ້ກ່ຽວຈະຂີ່ລົດເວບ 100 ສີຟ້າດຳ ບໍ່ຈື່ປ້າຍທະບຽນເອົາຢາບ້າມາສົ່ງໃຫ້ຢູ່ຮ້ານເຝີຂອງແມ່ ຢູ່ບ້ານຮ່ອງສຸພາບ ຄັ້ງລະ 1 ມັດ ເທົ່າກັບ 2.000 ເມັດ ໂດຍບໍ່ມີການຕິດຕໍ່ຊື້ຂາຍກ່ອນ, ເພາະວ່າ 1 ອາທິດ ຈະເອົາຢາບ້າມາສົ່ງໃຫ້ ດ້ວຍຮູບການຕິດໜີ້ຈ່າຍເງິນຕາມຫຼັງ, ຢາບ້າແມ່ນຂາຍຕໍ່ໃຫ້ກັບ ນາງ ລິນ ຄົນບ້ານດຽວກັນ ແລະ ຂາຍໃຫ້ກັບໄວລຸ້ນທີ່ມົ້ວສຸມ ໂດຍ ນາງ ວຽງສະໄໝ ຈະເປັນຄົນເອົາຢາບ້າໄປສົ່ງໃຫ້ກັບຜູ້ສັ່ງຊື້ເອງ.

ມາເດືອນພະຈິກ 2019, ນາງ ວຽງສະໄໝ ໄດ້ໄປເຝົ້າຮ້ານເຝີຂອງເອື້ອຍຮັກຢູ່ພາຍໃນບ້ານ ແລະ ໄດ້ອາໄສຮ້ານເຝີ ແອບແຝງເປັນບ່ອນຈຳໜ່າຍຢາເສບຕິດ. ມາວັນ 22 ພຶດສະພາ 2020, ເວລາ ປະມານ 10:30ໂມງ ທ້າວ ຕິ ໄດ້ເອົາຢາບ້າມາໃຫ້ 1 ມັດ ແລ້ວນຳມາແບ່ງຂາຍ. ຕໍ່ມາໃນວັນທີ 24 ພຶດສະພາ 2020, ນາງ ວຽງສະໄໝ ໄດ້ຂາຍຢາບ້າໃຫ້ ທ້າວ ອຶ່ງ ອາຍຸປະມານ 16 ປີ ຄົນບ້ານດຽວກັນ 1 ຖົງ ເທົ່າກັບ 200 ເມັດ ຍັງເຫຼືອຢາບ້າ 9 ຖົງ ກັບ 5 ເມັດ ຈຶ່ງໄດ້ຊຸກເຊື່ອງໄວ້ກະຕ່າເຄື່ອງໃນຫ້ອງນອນ. ມາວັນທີ 25 ພຶດສະພາ 2020, ເວລາປະມານ 14:00 ໂມງ ເຈົ້າໜ້າທີ່ຕໍາຫຼວດໄດ້ເຂົ້າກວດຄົ້ນເຮືອນພົບຂອງກາງຢາບ້າໃນຫ້ອງນອນ 9 ຖົງ ກັບ 5 ເມັດ ເທົ່າກັບ 1.809 ເມັດ ໄປດຳເນີນຄະດີ.

ຜູ້ຖືກຫາ ຍັງສາລະພາບອີກວ່າ: ກ່ອນເຄື່ອນໄຫວຄ້າຂາຍຢາບ້ານັ້ນ ແມ່ນເຄີຍໄດ້ແຕ່ງງານກັບມີລູກແລ້ວ 2 ຄົນ. ແຕ່ມາຮອດເດືອນກຸມພາ 2015, ໄດ້ຢ່າຮ່າງກັບຜົວ ແລະ ມາໃນເດືອນພຶດສະພາ 2015, ຜູ້ເປັນຜົວຖືກເຈົ້າໜ້າທີ່ກັກຕົວຂໍ້ຫາຄ້າຂາຍຢາເສບຕິດ ແລະ ສານໄດ້ຕັດສິນຈຳຄຸກ 10 ປີ. ປັດຈຸບັນ, ຍັງປະຕິບັດໂທດຢູ່, ສ່ວນ ນາງ ວຽງສະໄໝ ແມ່ນອາໄສຢູ່ນໍາແມ່. ສຳລັບ ທ້າວ ຕິ ທີ່ນາງ ວຽງສະໄໝ ໃຫ້ການວ່າເປັນຜູ້ຂາຍຢາບ້າໃຫ້ກັບຜູ້ ກ່ຽວນັ້ນແມ່ນໝູ່ຂອງຜົວທີ່ເຄີຍຮູ້ຈັກກັນກ່ອນໜ້ານັ້ນ.

ຄະດີດັ່ງກ່າວ, ເຈົ້າໜ້າທີ່ຈະໄດ້ດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ ເພື່ອລໍຖ້າອົງການໄອຍະການປະຊາຊົນສະຫຼຸບສຳນວນຄະດີ ເພື່ອສັ່ງຟ້ອງຂຶ້ນສານຕັດສິນຕາມກົດໝາຍ.