ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດພິທີປະກາດແຕ່ງຕັ້ງຫົວໜ້າກອງບັນຊາການ ໃນວັນທີ 15 ກໍລະ ກົດ 2020 ໂດຍມີ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ, ມີບັນດາຄະນະພັກ-ຄະນະບັນຊາ, ພະແນກ, ຫ້ອງ, ກອງພັນເຄື່ອນທີ່, ຄ້າຍຄຸມຂັງ-ດັດສ້າງ, ກອງບັນຊາການ ປກສ ເມືອງ, ແຂກຮັບເຊີນຕະຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ໃນພິທີ, ພັອ ຄໍາພອນ ແສງສາລີຈັນ ຮອງຫົວໜ້າກົມຈັດຕັ້ງພະນັກງານ ກົມໃຫຍ່ການເມືອງ ປກສ ໄດ້ຂຶ້ນຜ່ານດຳລັດຂອງນາຍົກລັດຖະມົນຕີ ເລກທີ 404/ນຍ ລົງວັນທີ 10 ກໍລະກົດ 2020 ວ່າດ້ວຍການແຕ່ງຕັ້ງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ, ນາຍົກລັດຖະມົນຕີໄດ້ອອກດໍາລັດ ແຕ່ງຕັ້ງ ພັອ ສຸກພະຈັນ ບຸດດາຄໍາ ເປັນຫົວ ໜ້າກອງບັນຊາການປ້ອງກັນຄວາມ ສະຫງົບ ນະຄອນຫຼວງວຽງຈັນ.

ຫຼັງຈາກນັ້ນ, ທ່ານຮອງລັດຖະມົນຕີກະຊວງ ປກສ ກໍໄດ້ໂອ້ລົມ ຕໍ່ພິທີເຊິ່ງທ່ານໄດ້ ກ່າວວ່າ: ໂດຍອີງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຈຶ່ງໄດ້ມີການປັບປຸງການຈັດຕັ້ງຂຶ້ນໃນຄັ້ງນີ້ ແລະ ສະຫາຍທີ່ໄດ້ຮັບການແຕ່ງຕັ້ງຈົ່ງສືບຕໍ່ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍ ໃຫ້ຢ່າງເຂັ້ມງວດເພື່ອເຮັດໃຫ້ວຽກງານໃນກໍາລັງປ້ອງກັນຄວາມສະຫງົບ ທົ່ວນະຄອນຫຼວງວຽງຈັນ ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ແລະ ເພື່ອເປັນການສ້າງສາພັດທະນາປະເທດຊາດເວົ້າລວມ, ເວົ້າສະເພາະກໍຄືນະຄອນຫຼວງວຽງຈັນໃຫ້ມີຄວາມສະຫງົບ- ປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍຫຼາຍຂຶ້ນກວ່າເກົ່າ.