ວິທະຍາຄານສັນຕິບານປະຊາຊົນ (ວສປ) ແລະ ກອງບັນຊາການ ປ້ອງກັນສູນກາງ (ປກ) ກະຊວງ ປກສ ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນວຽກງານວິຊາສະເພາະ ໃນວັນທີ 15 ກໍລະກົດ 2020, ໂດຍມີ ພັອ ປອ ບຸນຊະນະ ສິມມາລາວົງ ຮອງຫົວໜ້າວິທະຍາຄານສັນຕິບານປະຊາຊົນ ແລະ ພັທ ບຸນທົງ ສີດາວົງ ຮອງຫົວໜ້າ ກອງບັນຊາການປ້ອງກັນສູນກາງ ພ້ອມດ້ວຍຄະນະພັກ-ຄະນະບັນຊາທັງ 2 ພາກສ່ວນເຂົ້າຮ່ວມ.

ການແລກປ່ຽນວຽກງານວິຊາສະເພາະຄັ້ງນີ້, ທັງ 2 ພາກສ່ວນ ໄດ້ລາຍງານໂດຍຫຍໍ້ກ່ຽວກັບພາລະບົດບາດ, ສິດ, ທີ່ຕັ້ງ ແລະ ໜ້າວຽກງານວິຊາສະເພາະ, ການເຄື່ອນໄຫວຕະຫຼອດໄລຍະຜ່ານມາ, ດ້ານຂໍ້ຫຍຸ້ງຍາກ, ຂໍ້ສະດວກ ໃຫ້ກັນໄດ້ຮັບຮູ້ ແລະ ເຂົ້າໃຈເພື່ອພ້ອມກັນຄົ້ນຄວ້າ, ປຶກສາຫາລື, ຫາວິທີແກ້ໄຂແລ້ວນໍາເອົາໄປເສີມຂະຫຍາຍເຂົ້າໃນການປະຕິບັດໜ້າທີ່ວຽກງານ ແລະ ເປັນບ່ອນອີງໃນການຮ່ວມມືກັນຕໍ່ໄປ ເປັນຕົ້ນລັກສະນະຈຸດພິເສດທີ່ແຕກຕ່າງຂອງເຫຼົ່າຮົບວິຊາສະເພາະອື່ນໆ ເປັນວຽກທີ່ມີລັກສະນະບັງເອີນ, ປິດລັບ ແລະ ເປີດເຜີຍ, ບໍ່ມີ ຂອບເຂດ, ມີທັງຮັບໃຊ້ເປົ້າໝາຍປ້ອງກັນຢູ່ກະແຈກກະຈາຍ, ກວ້າງຂວາງ ແລະ ມີຈຸດພິເສດແຕກຕ່າງກັນ, ການປ້ອງກັນມີຫຼາຍອົງການ ຈັດຕັ້ງສັງຄົມ ແລະ ມີຫຼາຍຊັ້ນຄົນເຂົ້າຮ່ວມ.
ນອກນັ້ນ, ການປະຕິບັດໜ້າທີ່ວຽກງານວິຊາສະເພາະປ້ອງກັນການນໍາພັກ-ລັດ ແລະ ຄະນະຜູ້ແທນຂັ້ນສູງຕ່າງປະເທດທີ່ມາ
ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ທາງດ້ານການປະຕິບັດວຽກງານວິຊາສະເພາະປ້ອງກັນແມ່ນປະຕິບັດຄືກັນຕາມຕໍາແໜ່ງ ເຊິ່ງໄດ້ກຳນົດໄວ້ຢູ່ໃນຮ່າງດໍາລັດວ່າດ້ວຍວຽກງານປ້ອງກັນສູນກາງນັບແຕ່ການບັນຈຸສັບຊ້ອນກຳລັງ, ພາຫະນະ, ອຸປະກອນເຕັກນິກ.