ສານຂັ້ນຕົ້ນນະຄອນຫຼວງວຽງຈັນ ຕັດສິນຍິງຮ່ວມກັນຄ້າຂາຍຢາບ້າຕ່າງໄວ ຊື່ ນາງ ມະນີວອນ ຫຼື ປ໋ອກ ອາຍຸ 29 ປີ ຢູ່ບ້ານດົງໂພສີ ເມືອງ ຫາດຊາຍຟອງ ແລະ ນາງ ຫຼ້ານ້ອຍ ຫຼື ນ້ອຍ ອາຍຸ 40 ປີ ຢູ່ບ້ານດອນລຸ່ມ ເມືອງໄຊທານີ ທັງສອງຢູ່ນະຄອນຫຼວງວຽງຈັນ ໃນສະຖານຄ້າ ຂາຍຢາເສບຕິດປະເພດຢາບ້າ ໂດຍຈໍາຄຸກຜູ້ລະ 5 ປີ ແລະ ປັບໃໝຄົນລະ 10 ລ້ານກີບ.

ຄຳສາລະພາບຂອງ ນາງ ມະນີວອນ ຫຼື ປ໋ອກ ວ່າ: ເສບຢາເສບຕິດແຕ່ປີ 2015 ຢາບ້າ ທີ່ເອົາມາເສບແມ່ນຊື້ນຳ ນາງ ຫຼ້ານ້ອຍ ຫຼື ນ້ອຍ ທີ່ຂາຍຢູ່ດິນວ່າງແຄມທາງ ເຂດບ້ານສີດໍາດວນ ເມືອງຈັນທະບູລີ ຄັ້ງລະ 2 ເມັດ. ເດືອນເມສາ 2018, ເລີ່ມຊື້ຢາບ້າຈາກ ນາງ ຫຼ້ານ້ອຍ ມາຂາຍຄັ້ງລະ 50 ເມັດ ດ້ວຍຮູບການຕິດໜີ້ມາຂາຍກ່ອນຈ່າຍຕາມຫຼັງ, ແລ້ວເອົາໄປຂາຍຕໍ່ໃຫ້ໄວລຸ້ນທີ່ມົ້ວສຸມ. ມາວັນທີ12 ພຶດສະພາ 2018, ໄດ້ໂທລະສັບສັ່ງຊື້ຢາບ້າອີກ ຈໍານວນ 50 ເມັດ ມາໄວ້ຂາຍ ແລະ ມື້ຕໍ່ມາ ນາງ ຫຼ້ານ້ອຍ ໄດ້ເອົາຢາບ້າມາສົ່ງໃຫ້ອີກ 22 ເມັດ. ຈາກນັ້ນ, ຈຶ່ງຖືກເຈົ້າໜ້າທີ່ຈັບຕົວພ້ອມຂອງກາງຢາບ້າ 72 ເມັດ.

ນາງ ຫຼ້ານ້ອຍ ຫຼື ນ້ອຍ ເສບຢາເສບຕິດຕັ້ງແຕ່ປີ 2000 ແລະ ມາເດືອນມັງກອນ 2013 ໄດ້ເລີ່ມຊື້ ຢາບ້າຈາກ ນາງ ນາງ ອາຍຸປະມານ 35 ປີ ບໍ່ຮູ້ບ້ານຢູ່ ໂດຍນັດຈຸດຊື້ຂາຍແຕ່ລະຄັ້ງແມ່ນຢູ່ເຂດບ້ານໂນນຄໍ້ ເມືອງໄຊເສດຖາ ຄັ້ງລະ 10-50 ເມັດ ຢາບ້າແມ່ນນຳໄປຂາຍຕໍ່ໃຫ້ກັບໄວລຸ້ນທົ່ວໄປ. ຜ່ານມາເຄີຍຊື້ຢາບ້ານໍານາງ ນາງ ມາແລ້ວຫຼາຍຄັ້ງບໍ່ສາມາດຈື່ໄດ້. ນອກນີ້ ປີ 2018 ໄດ້ຊື້ຢາບ້ານຳ ທ້າວ ດໍາ ອາຍຸ 25 ປີ ບໍ່ຮູ້ບ້ານຢູ່ທີ່ຂາຍຢູ່ຮ້ານເກມເຂດບ້ານທົ່ງສ້າງນາງ ຄັ້ງລະ 10-50 ເມັດ, ເມື່ອໄດ້ຢາບ້າມາກໍນຳໄປຂາຍໃຫ້ໄວລຸ້ນ ໂດຍອາໃສດິນວ່າງເຂດບ້ານສີດໍາດວນ ແລະ ຂາຍໃຫ້ ນາງ ມະນີວອນ ຫຼື ປ໋ອກ ຄັ້ງລະ 10 ເມັດ ແລະ ຂາຍມາແລ້ວຫຼາຍຄັ້ງ.

ມາວັນທີ 12 ພຶດສະພາ 2018, ນາງ ຫຼ້ານ້ອຍ ໄດ້ເອົາຢາບ້າໄປສົ່ງໃຫ້ ນາງ ມະນີວັນ ຈຳນວນ 50 ເມັດ. ມື້ຕໍ່ມາ, ວັນທີ 13 ພຶດສະພາ 2018 ກໍເອົາຢາບ້າໄປສົ່ງໃຫ້ ນາງ ມະນີວັນ 22 ເມັດ. ຕົກມາວັນທີ 6 ສິງຫາ 2018, ຈຶ່ງຖືກເຈົ້າໜ້າທີ່ຈັບຕົວກວດຄົ້ນພົບຂອງກາງຢາບ້າ 73 ເມັດ ໄປດຳເນີນຄະດີ.

ຜ່ານການຄົ້ນຄວ້າບັນດາຂໍ້ມູຫຼັກຖານ ແລະ ເອກະສານຕ່າງໆ ທີ່ປະກອບໃນສໍານວນຄະດີຢ່າງລະອຽດຖີ່ຖ້ວນ, ຮອບດ້ານ ແລະ ພາວະວິໄສແລ້ວເຫັນວ່າມີຫຼັກຖານຮັດກຸມທີ່ໜັກແໜ້ນ ແລະ ພຽງພໍຢັ້ງຢືນວ່າການກະທໍາຂອງ ນາງ ມະ ນີວອນ ຫຼື ປ໋ອກ ແລະ ນາງ ຫຼ້ານ້ອຍ ຫຼື ນ້ອຍ ເປັນການກະທໍາຜິດທາງອາຍາ ໃນຂໍ້ຫາການຄ້າຂາຍຢາເສບຕິດແທ້, ເຊິ່ງການກະທໍາຂອງພວກຈໍາເລີຍເປັນການກະທໍາທີ່ ເເຕະຕ້ອງຕໍ່ສະຖຽນລະພາບເສດຖະກິດຂອງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ຕາມກົດໝາຍ ວ່າດ້ວຍການປັບປຸງມາດຕາ 146 ຂອງກົດໝາຍອາຍາ ແລະ ມາດຕາ 75,76 ຂອງກົດໝາຍວ່າ ດ້ວຍຢາເສບຕິດ.

ຜົນການກວດພິສູດ-ວິໄຈ ຂອງສູນວິໄຈອາຫານ ແລະ ຢາພົບວ່າ: ຢາບ້າຈຳນວນດັ່ງກ່າວແມ່ນບັນຈຸສານເສບຕິດທີ່ອອກລິດຕໍ່ລະບົບປະ ສານແທ້, ເປັນການກະທໍາຜິດໂດຍເຈດໄວ້ຕະນາ ເນື່ອງຈາກວ່າພວກຈໍາເລີຍມີຄວາມຕັ້ງໃຈມີຄອບຄອງຄ້າຂາຍທັງໆທີ່ພວກຈໍາເລີຍກໍຮູ້ດີວ່າການກະທໍາດັ່ງກ່າວເປັນການກະທໍາຜິດຕາມກົດໝາຍ, ພວກຈຳເລີຍມີສະຕິສໍາປະຊັນຍະສົມບູນດີ, ເຖິງກະສຽນອາຍຸທາງອາຍາ ສາມາດຮັບຮູ້ໄດ້ການກະທໍາຂອງຕົນ ແລະ ຫວັງຜົນປະໂຫຍດສ່ວນຕົວອັນບໍ່ຖືກຕ້ອງ.

ສໍາລັບ, ເປົ້າໝາຍທີ່ຖືກຊັດທອດຄື ນາງ ນາງ ແລະ ທ້າວ ດໍາ ແມ່ນບໍ່ຮູ້ບ້ານຢູ່ທີ່ແນ່ນອນ ຈຶ່ງຍັງບໍ່ສາມາດນໍາຕົວມາດໍາເນີນຄະດີໄດ້.