ພິທີມອບ-ຮັບ ໂຄງການກໍ່ສ້າງສາງເກັບມ້ຽນຂອງກາງຄະດີ ລະຫວ່າງ ບໍລິສັດ ບໍລິການຝຶກຊ້ອມກິລາຍິງປືນ ຈໍາກັດ ແລະ ກະຊວງ ປກສ ໄດ້ຈັດຂຶ້ນໃນວັນທີ 17 ກໍລະກົດ 2020, ເຂົ້າຮ່ວມມີ ພົທ ວິໄລ ຫຼ້າຄໍາຟອງ ເລຂາທິການສູນກາງພັກ ລັດຖະມົນຕີ ກະຊວງ ປກສ ແລະ ທ່ານ ປີຊາໄຊ ແກ້ວໄຊຍະຈັກ ປະທານບໍລິສັດ ບໍລິການຝຶກຊ້ອມກິລາຍິງປືນ ຈໍາກັດ, ມີຮອງລັດຖະມົນຕີ, ຫົວໜ້າ-ຮອງກົມໃຫຍ່, ກົມກອງ, ແຂກຮັບເຊີນ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ພົຈວ ສີສະຫວາດ ແກ້ວມາລາວົງ ຕ່າງໜ້າບໍລິສັດ ບໍລິການຝຶກຊ້ອມກິລາຍິງປືນ ຈໍາກັດ ກ່າວວ່າ:

ຍ້ອນເຫັນໄດ້ຄວາມສໍາຄັນ ແລະ ຄວາມຈໍາເປັນຂອງ ກະຊວງປ້ອງກັນຄວາມສະຫງົບ ທີ່ຍັງບໍ່ທັນມີສາງເກັບມ້ຽນເຄື່ອງຂອງກາງຄະດີ, ຖ້າອີງໃສ່ຫງົບປະມານການປຸກສ້າງເຫັນວ່າມີຈໍານວນຈໍາກັດ. ດັ່ງນັ້ນ, ບໍລິສັດ ບໍລິການຝຶກຊ້ອມກິລາຍິງປືນ ຈໍາກັດ ຈຶ່ງໄດ້ໃຫ້ຄວາມຊ່ວຍເຫຼືອ ຊ່ວຍປຸກສ້າງສາງເກັບມ້ຽນຂອງກາງແຫ່ງນີ້ ເພື່ອປະກອບສ່ວນຮັບໃຊ້ເຂົ້າໃນວຽກງານວິຊາສະເພາະຕົວຈິງ ໃນການເກັບມ້ຽນຂອງກາງຕ່າງໆ ໃຫ້ມີຄວາມຮັບປະກັນ, ປອດໄພ ແລະ ສະດວກສະບາຍຂຶ້ນ.

ໂຄງການກໍ່ສ້າງສາງເກັບມ້ຽນຂອງກາງຄະດີ ຕັ້ງຢູ່ບ້ານໂຊກຄໍາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ໄດ້ເລີ່ມລົງມືກໍ່ສ້າງແຕ່ວັນທີ 3 ພະຈິກ 2019 ແລະ ສໍາເລັດໃນວັນທີ 3 ກໍລະກົດ 2020, ດ້ວຍທຶນຊ່ວຍເຫຼືອຫຼ້າຈາກ ບໍລິສັດ ບໍລິການຝຶກຊ້ອມກິລາຍິງປືນ ຈໍາກັດ ຈໍານວນ 1.400.000 ໂດລາສະຫະລັດ (ໜຶ່ງລ້ານສີ່ແສນໂດລາສະຫະລັດ). ເຊິ່ງສາງດັ່ງກ່າວມີເນື້ອທີ່ທັງໝົດ 4.800 ຕາແມັດ, ປະກອບມີຫ້ອງການ 4 ຫ້ອງ, ສາງເກັບມ້ຽນຂອງກາງ 12 ຫ້ອງ, ພາຍໃນອາຄານມີສະຖານທີ່ຈອດລົດ, ເກັບມ້ຽນເຄື່ອງທົ່ວໄປ ຈໍານວນ 3.450 ຕາແມັດ. ນອກນັ້ນ, ດ້ານນອກອາຄານຍັງໄດ້ປູພື້ນດ້ວຍຄອນກຣີດ, ປູກຫຍ້າ, ປູກຕົ້ນໄມ້ ແລະ ປະດັບປະປະດາຢ່າງສວຍງາມ.

ຕອນທ້າຍພິທີ ໄດ້ມີການເຊັນບົດບັນທຶກມອບ-ຮັັບ ໂຄງການກໍ່ສ້າງສາງເກັບມ້ຽນຂອງກາງຄະດີ ລະຫວ່າງ ພົຈວ ສີສະຫວາດ ແກ້ວມາລາວົງ ຕາງໜ້າບໍລິສັດ ບໍລິການຝຶກຊ້ອມກິລາຍິງປືນ ຈໍາກັດ ແລະ ພົຈວ ຄໍາກິ່ງ ຜຸ້ຍຫຼ້າມະນີວົງ ຫົວໜ້າກົມໃຫຍ່ຕໍາຫຼວດ, ພ້ອມນັ້ນ ກະຊວງ ປກສ ໄດ້ມີການມອບຫຼຽນໄຊພັດທະນາ ຊັ້ນ I ໃຫ້ ທ່ານ ປີຊາໄຊ ແກ້ວໄຊຍະຈັກ ປະທານບໍລິສັດ ບໍລິການຝຶກຊ້ອມກະລາຍິງປືນ ຈໍາກັດ, ໂດຍໃຫ້ກຽດມອບຂອງ ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີ ກະຊວງ ປກສ.