ໃນວັນທີ 13 ກໍລະກົດ 2020 ເວລາ 12:00 ໂມງ, ເຈົ້າໜ້າທີ່ ປກສ ແຂວງຈໍາປາສັກ ສາມາດມ້າງເປົ້້າໝາຍຄ້າຂາຍຢາເສບຕິດຢູ່ເຂດບ້ານລົມສັກໃຕ້ ເມືອງບາຈຽງ ແຂວງຈຳປາສັກ ພ້ອມຢາໄອສ໌ 2 ກິໂລກຼາມ ແລະ ຢາບ້າ 617 ເມັດ.

ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ ຈຳປາສັກ ໃຫ້ຮູ້ວ່າ: ພາຍຫຼັງໄດ້ສືບຮູ້ເປົ້າໝາຍເຄື່ອນໄຫວຄ້າ ຂາຍຢາເສບຕິດຢູ່ບ້ານລົມສັກໃຕ້ ເມືອງບາຈຽງ. ຈາກນັ້ນ, ຈຶ່ງໄດ້ປະສານສົມທົບກັບ ປກສ ເມືອງບາຈຽງ ແລະ ອຳນາດການປົກຄອງບ້ານ ສາມາດຈັບຖືກຫາ ທ້າວ ອິນທອນ ອາຍຸ 21 ປີ ຢູ່ບ້ານໜອງສະໂນ ເມືອງຈຳປາສັກ ແຂວງຈຳປາສັກ ພ້ອມຂອງກາງຢາໄອສ໌ 2 ກິໂລກຼາມ, ຢາບ້າ 617 ເມັດ, ປືນສັ້ນດັດແປງ 1 ກະບອກ, ເງິນ 1.250.000 ກີບ, ໂທລະສັບ 2 ໜວ່ຍ, ສາຍຄໍສີເຫຼືອງຄ້າຍຄືຄໍາ 1 ເສັ້ນ ແລະ ລົດ ຈັກ 1 ຄັນ ຍີ່ຫໍ້ຮອນດາຊູໂມເອັກ ໝາຍເລກທະບຽນ ຈຣ 2737 ຈຳປາສັກ.

ຕໍ່ກັບຄະດີດັ່ງກ່າວ, ຍັງຢູ່ໃນຂັ້ນຕອນດຳເນີນການສື່ບສວນ-ສອບສວນ ເພື່ອຂະຫຍາຍຜົນຊອກຫາຜູ້ຮ່ວມຂະບວນການມາດຳເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.