ໃນວັນທີ 14 ກໍລະລົດ 2020, ຫ້ອງພະລາທິການ ກອງບັນຊາການ ປກສ ແຂວງອັດຕະປື ໄດ້ເຜີຍແຜ່ຄຳສັ່ງຂອງ ລັດຖະມົນຕີ ກະຊວງ ປ້ອງກັນສະຫງົບ ສະບັບເລກທີ 1917/ປກສ, ລົງວັນທີ 17 ຕຸລາ 2018 ວ່າດ້ວຍ ການຈັດຕັ້ງປະຕິບັດເສຍພາສີລົດບໍ່ຖືກຕ້ອງ ໃນກໍາລັງປ້ອງກັນຄວາມສະຫງົບ, ເຂົ້າຮ່ວມໂດຍ ພັອ ສີເວີນ ແກ້ວສີວົງສາ ຫົວໜ້າກອງບັນຊາການ ປກສ ແຂວງອັດຕະປື, ມີ ພັທ ພູສະຫວັນ ບຸດໄຊຍະມາດ ຫົວໜ້າຫ້ອງພະລາທິການ ປກສ ແຂວງ, ມີຄະນະຫ້ອງອ້ອມຂ້າງ, ພາກສ່ວນທີ່ກ່ຽວຂ້ອງ ແລະ ພະນັກງານ-ນັກຮົບ ຫ້ອງພະລາທິການ ປກສ ແຂວງ ເຂົ້າຮ່ວມ.

ພັທ ສະໄຫວ ໄຊຍະລາດ ຮອງຫົວໜ້າຫ້ອງພະລາທິການ ປກສ ແຂວງ

ພັທ ສະໄຫວ ໄຊຍະລາດ ຮອງຫົວໜ້າຫ້ອງພະລາທິການ ປກສ ແຂວງ ໄດ້ຜ່ານຄຳສັ່ງຂອງ ລັດຖະມົນຕີ ກະຊວງປ້ອງກັນສະຫງົບ ສະບັບເລກທີ 1917/ປກສ, ລົງວັນທີ 17 ຕຸລາ 2018 ວ່າດ້ວຍ ການຈັດຕັ້ງປະຕິບັດເສຍພາສີລົດບໍ່ຖືກຕ້ອງ ໃນກຳລັງປ້ອງກັນຄວາມສະຫງົບ ເຊິ່ງໄດ້ອອກຄຳສັ່ງມອບໃຫ້ ຄະນະພັກ-ຄະນະບັນຊາ ບັນດາກອງບັນຊາການ ປກສ ແຂວງ ໃນຂອບເຂດທົ່ວປະເທດ ເອົາບັນຊີປະເພດລົດຂອງນາຍ ແລະ ພົນຕຳຫຼວດ ທີ່ຄະນະຮັບຜິດຊອບເກັບກຳກວດກາຂໍ້ມູນໄດ້ຂຶ້ນບັນຊີໄວ້ໃນເມື່ອກ່ອນ ໄປແຈ້ງກອງກວດກາພາສີ-ອາກອນປະຈຳແຂວງ ເພື່ອຈັດຕັ້ງປະຕິບັດເສຍພາສີລົດໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ.

ສຳລັບລົດຮັບໃຊ້ລວມທີ່ຍັງບໍ່ທັນໄດ້ປະຕິບັດເສຍພາສີ-ອາກອນ ແມ່ນໃຫ້ແຕ່ລະກົມກອງສະເໜີມາຍັງ ກະຊວງປ້ອງກັນຄວາມສະຫງົບ ເພື່ອຂໍຂຶ້ນທະບຽນ ແລະ ຕິດປ້າຍ ປກສ ໃຫ້ຖືກຕ້ອງຕາມຫຼັກການ ພ້ອມທັງນຳໃຊ້ໃຫ້ຖືກຕ້ອງຕາມເປົ້າໝາຍຂອງ ກະຊວງປ້ອງກັນຄວາມສະຫງົບ.

ສ່ວນລົດຂອງນາຍ ແລະ ພົນຕຳຫຼວດ ທີ່ຍັງບໍ່ທັນໄດ້ປະຕິບັດເສຍພາສີ-ອາກອນ ແມ່ນໃຫ້ຜູ້ກ່ຽວຮັບຜິດຊອບແຈ້ງເສຍພາສີ-ອາກອນ ໃຫ້ຖືກຕ້ອງຕາມລະບຽບຫຼັກການທີ່ກຳນົດໄວ້.

ນອກນີ້, ໃນພິທີ ຍັງໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມປະກອບຄຳເຫັນ ເພື່ອເຮັດໃຫ້ວຽກງານການເສຍພາສີລົດບໍ່ຖືກຕ້ອງ ໃນກຳລັງປ້ອງກັນຄວາມສະຫງົບ ເວົ້າລວມ, ເວົ້າສະເພາະແມ່ນ ຢູ່ກອງບັນຊາການ ປກສ ແຂວງອັດຕະປື ໄດ້ຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດ.

ໃນຕອນທ້າຍ, ພັອ ສີເວີນ ແກ້ວສີວົງສາ ໄດ້ເນັ້ນໃຫ້ ຫ້ອງພະລາທິການ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ສືບຕໍ່ຈັດຕັ້ງປະຕິບັດວຽກງານເສຍພາສີລົດບໍ່ຖືກຕ້ອງ ໃນກຳລັງປ້ອງກັນຄວາມສະຫງົບ ແຂວງອັດຕະປື ໃຫ້ສຳເລັດຕາມລະດັບຄາດໝາຍ ແລະ ຍັງໄດ້ຮຽກຮ້ອງໃຫ້ນາຍ ແລະ ພົນຕຳຫຼວດທີ່ນຳໃຊ້ລົດບໍ່ຖືກຕ້ອງ ນຳເອົາລົດຂອງຕົນໄປເສຍພາສີ-ອາກອນ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ.