ໜ່ວຍສະຫະພັນແມ່ຍິງກົມໂຄສະນາອົບຮົມ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2020 ໃນວັນທີ 17 ກໍລະກົດ 2020,  ໂດຍມີ ພັທ ກັນນະສຸກ ດວງພະຈັນ ຄະນະພັກກົມ ຫົວໜ້າພະແນກໂຄສະນາອົບຮົມຜູ້ຊີ້ນຳ 3 ອົງການຈັດຕັ້ງ ພ້ອມດ້ວຍສະມາຊິກແມ່ຍິງເຂົ້າຮ່ວມ.

ພັທ ນາງ ອິນທະຫວາ ວົງພະຈັນ ຫົວໜ້າໜ່ວຍສະຫະພັນແມ່ຍິງກົມ, ຮອງຫົວໜ້າພະແນກອົບຮົມ ກ່າວວ່າ: ໃນໄລຍະ 6 ເດືອນຜ່ານມາ, ຄະນະໜ່ວຍແມ່ຍິງກົມໂຄສະນາອົບຮົມ ໄດ້ເອົາໃສ່ສຶກສາອົບຮົມການເມືອງແນວຄິດສະມາຊິກແມ່ຍິງໃຫ້ອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ຮັກສາໄດ້ຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ, ປະຕິບັດລະບຽບຫຼັກການຂອງສະຫະພັນແມ່ຍິງວາງອອກຢ່າງເຂັ້ມງວດ, ສະມາຊິກທຸກຄົນມີຄວາມຫ້າວຫັນບຸກບືກ, ມີຄວາມສາມັກຄີພາຍໃນເປັນເອກະພາບຕໍານິກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອພ້ອມກັນກ້າວໜ້າ ສະແດງອອກໄດ້ຂຽນບົດສະຫຼຸບ ແລະ ທິດທາງແຜນການໄດ້ 24 ບົດ, ກອບປີ້ເອກະສານໄດ້ 4.424 ສະບັບ, ພິມເອກະສານຕ່າງໆ 30 ສະບັບ, ຂຽນໃບສະເໜີ 11 ສະບັບ, ເອກະສານຂາອອກ-ຂາເຂົ້າ ແລະ ເອກະສານຕ່າງໆ ໄດ້ 387 ສະບັບ, ໄດ້ສຳເລັດການຜະລິດປະຕິທິນ ປກສ 2020 ຈໍານວນ 4.600 ສະບັບ, ແຈກຢາຍໜັງສືພິມທາງນອກ ແລະ ວາລະສານຕ່າງໆຕາມປົກກະຕິ, ຈ່າຍເຄື່ອງຮັບໃຊ້ຫ້ອງການຕາມແຜນບັນຊີຕົວຈິງ ເບີກຈ່າຍເງິນເດືອນ ແລະ ນະໂຍບາຍອຸດໜູນຕ່າງໆຕາມລະບຽບການ.

ນອກນັ້ນສິນລະປະກອນ ໄດ້ເອົາໃຈໃສ່ຝຶກຊ້ອມ ແລະ ເຄື່ອນໄຫວສະແດງສິລະປະວັນນະຄະດີຮັບໃຊ້ງານສຳຄັນຕ່າງໆ ຈຳນວນ 12 ຄັ້ງ, ຂະບວນການກິລາ 1 ຄັ້ງ, ເປັນຄູຝຶກບົດຟ້ອນຢູ່ແຂວງຊຽງຂວາງ 1 ສະຫາຍ ແລະ ການກຽມຝຶກຊ້ອມຕາມແຜນທີ່ປະຈຳອາທິດບົດຟ້ອນ, ບົດຂັບລຳ, ການສະແດງເພື່ອກຽມຄວາມພ້ອມຮັບໃຊ້ໜ້າທີ່ການເມືອງ.ທິດທາງໃນຕໍ່ໜ້າ, ໜ່ວຍສະຫະພັນແມ່ຍິງກົມ ຈະສືບຕໍ່ປັບປຸງໜ່ວຍແມ່ຍິງກົມໃຫ້ໜັກແໜ້ນເຂັ້ມແຂງ ແລະ ເຄື່ອນໄຫວໃຫ້ຖືກຕ້ອງຕາມລະບຽບ ແລະ ແທດເໝາະກັບສະພາບຕົວຈິງຂອງແຕ່ລະພະແນກ, ກອງ, ຮັກສາລະບອບຮ່ວມຊີວິດ, ສຳຫຼວດກວດກາຕໍານິສົ່ງຂ່າວຊ່ວຍເຫຼືອເຊິ່ງກັນແລະກັນດ້ວຍຄວາມຈິງໃຈ, ສາມາດປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ວຽກງານທີ່ໄດ້ມອບໝາຍມີປະສິດທິພາບສູງ ແລະ ຄຽງບ່າຄ່ຽງໄຫຼ່ກັບເພດຊາຍ.