ອິນເຕີເນັດແມ່ນການເຊື່ອມລະບົບເຄືອຂ່າຍຄອມພິວເຕີໃນທົ່ວໂລກເຂົ້າກັນ ໂດຍຜ່ານເຄື່ອຂ່າຍໂທລະຄົມມະນາຄົມ ເພື່ອສົ່ງເສີມ, ການຮັບ ແລະ ການແລກປ່ຽນຂໍ້ມູນຂ່າວສານທີ່ກວ້າງຂວາງ. ດ້ວຍປະໂຫຍດອັນມະຫາສານຂອງອິນເຕີເນັດ, ລັດຖະບານ ສປປ ລາວ ໄດ້ມີນະໂຍ ບາຍສ້າງເງື່ອນໄຂ ແລະ ອໍານວຍໃຫ້ນັກຮຽນ, ນັກສຶກສາ, ປະຊາຊົນລາວບັນດາເຜົ່າ ສາມາດຮຽນຮູ້ ແລະ ເຂົ້າເຖິງຂໍ້ມູນຂ່າວສານຕ່າງໆ; ໃນນັ້ນ, ແມ່ນການບໍລິການອິນເຕິເນັດ, ເຊິ່ງເປັນການບໍລິການອິນເຕີເນັດ ແກ່ຜູ້ຊົມໃຊ້ທົ່ວໄປໃນຂອບເຂດຮ້ານ ຫຼື ສະຖານທີ່ໃດໜຶ່ງ ເພືີ່ອຮັບ-ສົ່ງຂໍ້ມູນຂ່າວສານ, ເພື່ອຄົ້ນຄວ້າຫາຂໍ້ມູນດ້ານວິທະຍາສາດ, ກິລາ, ສິລະປະຕ່າງໆ.

ປັດຈຸບັນ, ການບໍລິການຮ້ານອິນເຕີເນັດກາເຟ ແມ່ນກໍາລັງແພ່ຫຼາຍຢູ່ບ້ານເຮົາໂດຍສະເພາະໃນນະຄອນຫຼວງວຽງຈັນ. ຢ່າງໃດກໍຕາມ, ໄລ ຍະຜ່ານມາເຫັນໄດ້ວ່າມີອິນເຕີເນັດຫຼາຍຮ້ານເປັນບ່ອນແອບແຝງຫຼິ້ນການພະນັນ, ເປັນບ່ອນມົ້ວສຸມ ແລະ ຄ້າຂາຍຢາເສບຕິດ ແລະອື່ນໆ ອັນນໍາໄປສູ່ການເກີດປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ເຊັ່ນ: ຊິງຊັບ, ປຸ້ນຊັບ, ດຶງກະເປົາ, ເຊິ່ງເຈົ້າໜ້າທີ່ຕໍາຫຼວດ ແລະ ພາກສ່ວນທີ່ກ່ຽວ ຂ້ອງສາມາດຈັບກຸມຜູ້ທີ່ມາຄ້າຂາຍ, ມົ້ວສຸມຢາເສບຕິດ ແລະ ຜູ້ກະທໍາຜິດກໍລະນີຕ່າງໆ ເນື່ອງຈາກການໃຊ້ບໍລິການແຝງໃນຮ້ານອິນເຕີເນັດໄດ້ເປັນຈໍານວນຫຼາຍ. ຈາກສະພາບ ການດັ່ງກ່າວ, ມັນຮຽກຮ້ອງໃຫ້ມີການຄຸ້ມຄອງບັນດາຮ້ານອິນເຕີເນັດກາເຟໃຫ້ເຂັ້ມງວດຫຼາຍ ຂຶ້ນກວ່າເກົ່າເພື່ອຫຼຸດຜ່ອນໝໍ່ແໜງຄວາມບໍ່ສະຫງົບໃນສັງຄົມ.

ທ່ານ ສີຄອນ ອ່ອນສີພັນລາ ຫົວໜ້າພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ( ປທສ ) ນະຄອນຫຼວງວຽງຈັນ ໃຫ້ຮູ້ ວ່າ: ຢູ່ນະຄອນຫຼວງວຽງຈັນ ມີຮ້ານອິນເຕີເນັດ ທັງໝົດ 379 ຮ້ານ, ຂຶ້ນກັບເມືອງຄຸ້ມຄອງ 159 ຮ້ານ. ໃນໄລຍະຜ່ານມາ, ໄດ້ອອກແຈ້ງການຫ້າມບໍ່ໃຫ້ຮ້ານອິນເຕິເນັດ ຕິດໂປດສະເຕິ ແລະ ຮູບພາບທີ່ເປັນລັກສະນາຊັກຊວນໃຫ້ເຂົ້່າມາຫຼິ້ນການພະນັນຢູ່ຮ້ານອິນເຕິເນັດ, ເຜີຍແຜ່ຂໍ້ຕົກລົງ ແລະ ສຶກສາອົບຮົມເຈົ້າຂອງທຸລະກິດ ໃຫ້ປະຕິບັດເຂັ້ມງວດຕໍ່ມາດຕະການທີ່ໄດ້ກໍານົດໄວ້. ເຖິງຈະມີການກວດກາຄຸ້ມຄອງຢ່າງຕັ້ງໜ້າກໍຕາມ, ແຕ່ກໍຍັງພົບເຫັນຮ້ານອິນເຕິເນັດ ຈໍານວນໜຶ່ງບໍລິການບໍ່ຖືກກັບໃບອະນຸຍາດ, ບໍ່ສອດຄ່ອງກັບລະບຽບການ, ມີຫຼາຍຮ້ານບໍລິ ການເກມອອນລາຍ, ບໍລິການເກມພະນັນທາງອິນເຕິເນັດ ໃນຮູບແບບຫຼິ້ນຢູ່ກັບຮ້ານ ຫຼື ຫຼິ້ນຢູ່ໃສກໍໄດ້ບ່ອນທີ່ມີອິນເຕິເນັດ, ມີບໍລິການໂຕະແທງບານ ( ພະນັນບານ ) ຈໍານວນໜຶ່ງ ສວຍໃຊ້ຮ້ານອິນເຕິເນັດ ເປັນບ່ອນມົ້ວສຸມ, ຊື້-ຂາຍຢາເສບຕິດ.

ການຄຸ້ມຄອງບັນດາຮ້ານອິນເຕິເນັດ ໂດຍລວມຍັງພົບຄວາມຫຍຸ້ງຍາກຫຼາຍ ເພາະວ່ານິຕິກໍາການຄຸ້ມຄອງຍັງບໍ່ທັນຊັດເຈນກ່ຽວກັບການດັດສົມຮ້ານອິນເຕິເນັດຢູ່ແຕ່ລະເມືອງ, ບ້ານ, ບໍ່ໄດ້ກໍານົດຜູ້ເຂົ້າຊົມໃຊ້, ກໍານົດໂມງເວລາບໍລິການ, ການຄຸ້ມຄອງຕິດຕາມການກວດກາບໍ່ທົ່ວເຖິງທຸກບ້ານ, ການຄຸ້ມຄອງແກ້ໄຂຢູ່ຂັ້ນພື້ນຖານຍັງບໍ່ທັນເປັນເຈົ້າການຢ່າງເຂັ້ມງວດ, ບາງເທື່ອປິດບັງຂໍ້ມູນການເຄື່ອນໄຫວຂອງຮ້ານອິນເຕິເນັດ. ສໍາລັບເກມອອນລາຍ ແລະ ການພະນັນອອນລາຍ ແມ່ນມີຄວາມຫຍຸ້ງຍາກໃນການຄຸ້ມຄອງ ຍ້ອນວ່າບັນດາເກມເຫຼົ່ານີ້ ຖືກສ້າງຂຶ້ນ ແລະ ມີຖານຂໍ້ມູນຢູ່ຕ່າງປະເທດ, ເຊິ່ງສາມາດຫຼິ້ນໄດ້ທຸກບ່ອນທີ່ມີອິນເຕິເນັດ ອັນເຮັດໃຫ້ການແກ້ໄຂພົບຄວາມຫຍຸ້ງຍາກ.

ໃນ 6 ເດືອນຕົ້ນປີ 2020, ພະແນກ ປທສ ນະຄອນຫຼວງວຽງຈັນ ໄດ້ແຕ່ງຕັ້ງຈຸງານລົງສົມທົບກັບໜ່ວຍສະເພາະກິດຂອງເມືອງ ທີ່ໄດ້ຮັບການແຕ່ງຕັ້ງຈາກເຈົ້າເມືອງຢູ່ໃນ 7 ເມືອງ ຄື: ເມືອງໄຊເສດຖາ, ເມືອງໄຊທານີ, ເມືອງສີໂຄດ ຕະບອງ, ເມືອງນາຊາຍທອງ, ເມືອງຫາດຊາຍ ຟອງ, ເມືອງຈັນທະບູລີ ແລະ ເມືອງສີສັດຕະນາກ ເພື່ອຮ່ວມກັນຕິດຕາມກວດກາຢູ່ແຕ່ລະເມືອງ. ພ້ອມນັ້ນ, ກໍໄດ້ປະຕິບັດມາດຕະການຕາມລະບຽບການຕໍ່ຮ້ານທີ່ເຄື່ອນໄຫວບໍ່ຖືກຕ້ອງ, ກວດກາໄດ້ ທັງໝົດ 435 ຮ້ານ; ໃນນີ້, ບໍ່ມີໃບອະນຸຍາດ ແລະ ໃຫ້ປິດກິດຈະການ 43 ຮ້ານ, ໄດ້ຢຶດເຄື່ອງ ແລະ ອຸປະກອນ 2 ຮ້ານ, ໄດ້ສຶກສາອົບຮົມ ແລະ ປັບໃໝຕາມລະບຽບການທັງໝົດ 327 ຮ້ານ, ເຄື່ອນໄຫວຖືກຕ້ອງຕາມອະນຸ ຍາດ 40 ຮ້ານ. ໃນນີ້, ແກ້ໄຂບໍ່ໄດ້ 23 ຮ້ານ.

ໄລຍະປ້ອງກັນການລະບາດພະຍາດໂຄວິດ-19 ໄດ້ປະຕິບັດມາດຕະການຕໍ່ຜູ້ລະເມີດ ເຊັ່ນ: ໄດ້ຢຶດເຄື່ອງ ແລະ ປິດກິດຈະການ 2 ຮ້ານ, ສຶກສາອົບຮົມໃຫ້ປິດກິດຈະການ 8 ຮ້ານ; ໄດ້ສົມທົບກັບສູນອິນເຕີເນັດ ກະຊວງ ປທສ ກວດກາເກັບກໍາຂໍ້ມູນເວັບໄຊ ແລະ ເພຈ໌ເຟສບຸກ ຕ່າງໆ ທີ່ໂຄສະນາໃຫ້ສັງຄົມເຂົ້າມາຫຼິ້ນການພະນັນຜ່ານທາງເວັບໄຊ ແລະ ເພຈ໌ ຈໍານວນ 50 ເພຈ໌ ສົ່ງໃຫ້ກອງບັນຊາການ ປກສ ນະ ຄອນຫຼວງ ເພື່ອດໍາເນີນການຕາມລະບຽບກົດໝາຍ.

ຫົວໜ້າ ພະແນກ ປທສ ນວ ໃຫ້ຮູ້ຕື່ມວ່າ: ວິທີການ ແລະ ມາດຕະການແກ້ໄຂສົມທົບກັບຂະໜງການກ່ຽວຂ້ອງສະເໜີແຕ່ງຕັ້ງຄະນະສະ ເພາະກິດຂອງນະຄອນຫຼວງຂຶ້ນເພື່ອແກ້ໄຂໃຫ້ຂາດຕົວປະກອບມີ: ກອງບັນຊາການ ປກສ ນະຄອນຫຼວງ, ຂະແໜງການກ່ຽວຂ້ອງສົມທົບກັບ ຄະນະສະເພາະກິດ ເມືອງກວດກາເປັນປະຈໍາ ໃຫ້ທົ່ວເຖິງທຸກເປົ້າໝາຍຢູ່ບ້ານ ພ້ອມນັ້ນກໍປະຕິບັດມາດຕະການ ແລະ ດໍາເນີນຄະດີຕໍ່ຜູ້ລະເມີດ, ຜູ້ທີ່ບໍ່ມີອານຸຍາດແມ່ນໃຫ້ປິດກິດຈະການ, ຄົ້ນຄວ້າພິຈາລະນາ ເພື່ອຈໍາກັດຮ້ານອິນເຕີເນັດທີ່ມີຢູ່ແລ້ວໃຫ້ຫຼຸດດ້ວຍເງື່ອນໄຂສືບຕໍ່ ໂຈະອອກອະນຸຍາດສ້າງຕັ້ງໃໝ່ໂຈະການໂອນກິດຈະການ ແລະ ການປ່ຽນຊື່, ອະນຸຍາດໝົດກໍານົດເກີນກວ່າ 1 ປີ ຂຶ້ນໄປຈະບໍ່ຕໍ່ໃຫ້, ບໍ່ພິຈາ ລະນາຮ້ານອິນເຕີເນັດທີ່ມີບັນຫາແລ້ວຂໍຍົກຍ້າຍຮ້ານ. ສໍາລັບຜູ້ທີ່ມີອະນຸຍາດແລ້ວບ່ອນໃດ ເຄື່ອນໄຫວບໍ່ຖືກຕ້ອງຕາມການອະນຸຍາດຈະ ໄດ້ຖືກປະຕິບັດມາດຕະການສຶກສາອົບຮົມ, ປັບໃໝ, ຖອນໃບອະນຸຍາດໃຫ້ຢຸດເຊົາຊົ່ວຄາວ ຫຼື ຖາວອນແລ້ວແຕ່ກໍລະນີ, ຖ້າຮ້າຍແຮງກໍຈະ ດໍາເນີນຄະນະດີຕາມລະບຽບກົດໝາຍ.

ພ້ອມທັງສົມທົບກັບບໍລິສັດຜູ້ໃຫ້ບໍລິການອິນເຕີເນັດ ເພື່ອ-ຕັດສັນຍານອິນເຕີເນັດ. ສໍາລັບຮ້ານທີ່ບໍ່ມີອະນຸຍາດ ແລະ ຮ້ານທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມການອະນຸຍາດ ແລະ ລະບຽບກົດໝາຍ. ຄົ້ນຄວ້າກໍານົດນິຕິກໍາຄືນໃໝ່ໃຫ້ສອດຄ່ອງກັບສະພາບຕົວຈິງຢູ່ນະຄອນຫຼວງວຽງຈັນເປັນຕົ້ນແມ່ນການດັດສົມ, ການກໍານົດປະເພດບໍລິການ, ການແບ່ງຄວາມຮັບຜິດຊອບລະຫວ່າງຂະແໜງການໃຫ້ຈະແຈ້ງ, ຂອບເຂດການ ນໍາໃຊ້, ກໍານົດຜູ້ເຂົ້າມານໍາໃຊ້, ໂມງເວລາປິດເປີດ ແລະອື່ນໆທີ່ຈໍາເປັນ ແລະ ເລັ່ງໃສ່ການສຶກສາອົບຮົມ,ຈັດຕັ້ງເຜີຍແຜ່ລະບຽບກົດໝາຍທີ່ ກ່ຽວຂ້ອງໃຫ້ຜູ້ປະກອບການຮ້ານອິນເຕີເນັດ ໂດຍມີການຮ່ວມມືກັບກົມວິຊາການກະຊວງ ປທສ, ພະແນກສຶກສາ ແລະ ກິລາ, ຄະນະ ບໍລິ ຫານງານຊາວໜຸ່ມນະຄອນຫຼວງ ແລະ ສື່ມວນຊົນເພື່ອເຮັດວຽກງານສຶກສາອົບຮົມໂດຍທາງກົງ ແລະ ທາງອອ້ມໃຫ້ບັນດາເດັກນ້ອຍເຍົາວະ ຊົນ, ຊາວໜຸ່ມນັກຮຽນນັກສຶກສາຢູ່ໃນສະຖາບັນການສຶກສາຂັ້ນຕ່າງໆ ແລະ ທົ່ວສັງຄົມ ຮັບຮູ້ເຂົ້າໃຈການນໍາໃຊ້ຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ຜົນກະທົບຈາກການຫຼິ້ນເກມການພະນັນ ແລະ ສິ່ງທີ່ຜິດກົດຫມາຍຕ່າງໆຜ່ານທາງອິນເຕີເນັດໃຫ້ຮັບຮູ້ຢ່າງກວ້າງຂວາງ.