ການເກັບຄ່າທໍານຽມທາງຂອງກົມສ່ວຍສາອາກອນ ນັບແຕ່ເດືອນມັງກອນຮອດວັນທີ 15 ກໍລະກົດ 2020 ສາມາດເກັບໄດ້ທັງໝົດ 63,36 ຕື້ກີບເທົ່າກັບ 35,95% ຂອງແຜນການປີທຽບໃສ່ໄລຍະດຽວກັນຂອງປີຜ່ານມາແມ່ນຫຼຸດລົງ -18,04% ຫຼື ປະມານ 13,94 ຕື້ກີບ.

ທ່ານ ກົງຄໍາ ສິດທິວໍລະດາ ຮອງຫົວໜ້າກົມສ່ວຍສາອາກອນກະຊວງການເງິນ ກ່າວວ່າ: ໃນໄລຍະຜ່ານມາສາມາດຈັດຕັ້ງປະຕິບັດເກັບຄ່າທໍານຽມທາງໄດ້ຕາມແຜນການທີ່ຄາດຄະເນໄວ້; ສະເພາະໃນປີ 2017 ສາມາດຈັດເກັບໄດ້ 25,22 ຕື້ກີບ ເຊິ່ງເຫັນວ່າສາມາດເກັບໄດ້ຫຼາຍກວ່າການເກັບປົກກະຕິຫຼາຍເທົ່າ ເຊິ່ງເພີ່ມຂຶ້ນປະມານ 40,19% ເປັນເງິນ 14,72 ຕື້ກີບ ເຖິງວ່າຈະເລີ່ມຈັດຕັ້ງປະຕິບັດພຽງແຕ່ 2 ເດືອນ.

ໃນປີ 2018 ສາມາດເກັບໄດ້ 102,15 ຕື້ກີບ ທຽບໃສ່ປີຜ່ານມາແມ່ນເພີ່ມຂື້ນຫຼາຍເທົ່າຕົວ ຫຼື ປະມານ 76,83 ຕື້ກີບ ເຊິ່ງສາເຫດແມ່ນເປັນປີທີ່ເລີ່ມເກັບຄ່າທາງຢ່າງເປັນລະບົບ; – ໃນປີ 2019ສາມາດເກັບລາຍຮັບໄດ້ 90,92 ຕື້ກີບ ລື່ນແຜນການປີ 13,65% ຫຼື ປະມານ 10,92 ຕື້ກີບ ທຽບໃສ່ ່ ປີ 2018 ຫຼຸດລົງ -10,99%  ຫຼື ປະມານ 11,23 ຕື້ກີບ ເນື່ອງຈາກວ່າໃນປີ 2018 ໄດ້ມີການເສຍຄ່າທາງກວມເອົາ 2 ປີຊ້ອນ ຄື ຄ່າທາງປະຈໍາປີ 2017 ແລະ 2018.

ສະເພາະປີ 2020 ການເກັບແຕ່ເດືອນມັງກອນຮອດວັນທີ 15 ກໍລະກົດ 2020 ສາມາດເກັບໄດ້ທັງຫມົດ 63,36 ຕື້ກີບ ເທົ່າກັບ 35,95% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາຫຼຸດລົງ -18,04% ຫຼື ປະມານ 13,94 ຕື້ກີບ ມີພາຫະນະເສຍຄ່າທາງທັງໝົດ 317,718 ຄັນ ເທົ່າກັບ 22,62% ຂອງພາຫະນະທັງໝົດ  ທຽບໃສ່ໄລຍະດຽວກັນຂອງປີຜ່ານມາຫຼຸດລົງ -15,50% ຫຼື ຫຼຸດປະມານ 58,266 ຄັນ ເຊິ່ງສາເຫດຫຼັກທີ່ເກັບຫຼຸດຈາກປີຜ່ານມາແມ່ນຢູ່ໃນໄລຍະທີ່ມີການແພ່ລະບາດຂອງພະຍາດ COVID-19 ຢູ່ໃນ ຊ່ວງຕົ້ນປີ ເຮັດໃຫ້ການໂຄສະນາ ແລະລົງຊຸກຍູ້ລາຍຮັບ ໄດ້ຢຸດຊົ່ວຄາວໄລຍະຫນຶ່ງ.

ຢ່າງໃດກໍຕາມ, ເຖິງຈະມີການຈັດຕັ້ງປະຕິບັດຕໍ່ວຽກງານເສຍທ່າທໍານຽມທາງແຕ່ກໍຍັງພົບຄວາມຫຍຸ້ງຍາກ ເປັນຕົ້ນການໂຄສະນາຜ່ານຊ່ອງທາງຕ່າງໆເຮັດບໍ່ເປັນປົກກະຕິຕໍ່ເນື່ອງ ແລະ ການເຂົ້າເຖິງເປົ້າໝາຍຍັງໜ້ອຍຫຼາຍ ແລະ ການປະສານສົມທົບກັບອົງການຈັດຕັ້ງແຕ່ລະຂັ້ນ ຍັງບໍ່ທັນລົງເລິກຕິດແທດ ແລະ ເຂົ້າເຖິງຜູ້ຊໍາລະຄ່າທາງໃນແຕ່ລະບ້ານໄດ້ເຮັດໃຫ້ບໍ່ສາມາດເກັບກໍາຂໍ້ມູນສະຖິຕິພາຫະນະໄດ້ເນື່ອງຈາກວ່າການແພ່ລະບາດຂອງໂຄວິດ-19 ໃນຊ່ວງຕົ້ນປີ ເຮັດໃຫ້ການໂຄສະນໄດ້ຢຸດຊົ່ວຄາວໄລຍະໜຶ່ງ. ການເປັນຕົວແທນຮັບຊໍາລະຄ່າທໍານຽມທາງຢູ່ນໍາກອງຄຸ້ມຄອງພາຫະນະແຕ່ລະແຂວງຍັງບໍ່ທັນເປັນເອກະພາບກັນຈະໃຫ້ຜູ້ໃດຮັບຜິດຊອບໃນການເກັບຄ່າທໍານຽມທາງລະຫວ່າງສ່ວຍສາອາກອນປະຈໍາຢູ່ຈຸດດັ່ງກ່າວ ກົມຕໍາຫຼວດຈະລາຈອນ ຫຼື ກອງຄຸ້ມຄອງພາຫະນ. ຕະຫຼອດຮອດການຕື່ນຕົວການຈັດຕັ້ງລັດ, ທະຫານຕໍາຫຼວດຕໍ່ການຊໍາລະຄ່າທໍານຽມທາງຍັງຕໍ່າ ແລະ ບັນຫາອື່ນໆ.

ສໍາລັບ, ທິດທາງແຜນການໃນຕໍ່ໜ້າແມ່ນຈະສ້າງແຜນຊຸກຍູ້ລາຍຮັບຄ່າທໍານຽມທາງໂດຍເຊີນເອົາບັນດາເມືອງເຂົ້າຮ່ວມເນັ້ນໃສ່ພະນັກງານສ່ວຍສາອາກອນໃຫ້ເປັນເຈົ້າການເພື່ອແນະນໍາລະບຽບການຕ່າງໆ ແລະ ໂຄສະນາເຜີຍແຜ່ກ່ຽວກັບການເກັບຄ່າທໍານຽມທາງໂດຍສຸມໃສ່ໂຄສະນາຜ່ານສ່ອງທາງຕ່າງໆໃຫ້ເປັນປົກກະຕິຕໍ່ເນື່ອງ ແລະ ເຂົ້າເຖິງເປົ້າໝາຍໃຫ້ຫຼາຍຂຶ້ນ.

ກອງປະຊຸມດັ່ງກ່າວ, ຈັດຂຶ້ນໃນວັນທີ 17 ກໍລະກົດ 2020 ໂດຍການເປັນປະທານຂອງທ່ານ  ພູທະນູເພັດ ໄຊສົມບັດ ຫົວໜ້າກົມສ່ວຍສາອາກອນ ມີທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ; ຜູ້ອໍານວຍການໃຫຍ່ທະນາຄານການຕ່າງປະເທດລາວມະຫາຊົນ; ຕາງໜ້າຊ່ວຍສາອາກອນນະຄອນຫຼວງ; ບັນດາແຂວງ; ເມືອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.