ກອງປະຊຸມຄັ້ງທີ V ຂອງ ອົງຄະນະພັກ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນວັນທີ 21 ກໍລະກົດ 2020, ເປັນປະທານໂດຍ ສະຫາຍ ຄໍາໝູນ ຕຽງທະລາດ ກຳມະການພັກນະຄອນຫຼວງ ເລຂາຄະນະພັກ ເຈົ້າເມືອງໆປາກງື່ມ, ເຂົ້າຮ່ວມໂດຍ ສະຫາຍ ສີຫຸນ ສິດທິລືໄຊ ຮອງເລຂາຄະນະພັກຮອງ ເຈົ້າຄອງນະຄອນຫຼວງວຽງຈັນ, ມີຄະນະປະຈຳພັກ-ຄະນະພັກເມືອງ, ເລຂາໜ່ວຍພັກ, ສະມາຊິກພັກສົມບູນ ພ້ອມດ້ວຍແຂກຮັບເຊີນ ເຂົ້າຮ່ວມ.

ສະຫາຍ ຄໍາໝູນ ຕຽງທະລາດ ໄດ້ຍົກໃຫ້ເຫັນວ່າ:

ໃນໄລຍະ 5 ປີ ຜ່ານມາ, ອົງຄະນະພັກ ເມືອງປາກງື່ມ ເອົາໃຈໃສ່ຊີ້ນຳ-ນຳພາເຊິ່ງສາມາດເກັບລາຍຮັບເຂົ້າງົບປະມານໄດ້ 30 ກວ່າຕື້ກີບ, ທຽບໃສ່ແຜນການເທົ່າກັບ 96,94%, ເດັ່ນກວ່າໝູ່ແມ່ນປີ 2018 ເກັບລາຍຮັບລື່ນແຜນການ 19,21%, ການຜະລິດກະສິກຳ-ປ່າໄມ້ ມີການຂະຍາຍຕົວຢ່າງຕໍ່ເນື່ອງໄປຕາມທິດທີ່ກຳນົດ, ເອົາວຽກງານກະສິກຳເປັນທ່າແຮງໃນການພັດທະນາເນື້ອທີ່ນາ 11 ພັນກວ່າເຮັກຕາ, ໃນນັ້ນມີເນື້ອທີ່ນາແຊງ 2 ພັັນກວ່າເຮັກຕາ, ສະມັດຕະພາບສະເລ່ຍ 4,7 ໂຕນຕໍ່ເຮັກຕາ, ສະເລ່ຍໃສ່ພົນລະເມືອງ 872,8 ກິໂລຕໍ່ຄົນຕໍ່ປີ.

ເນື້ອທີ່ປູກພືດຜັກ, ພືດອຸດສາຫະກຳ, ໄມ້ໃຫ້ໝາກ 10 ພັນກວ່າເຮັກຕາ, ມີຟາມລຽ້ງສັດ 102 ຟາມ, ແຕ່ລະປີເມືອງປາກງື່ມມີເຂົ້າ, ພືດຜັກ ແລະ ທາດຊີ້ນເຫຼືອກິນສະໜອງໃຫ້ນະຄອນຫຼວງວຽງຈັນ 3 ພັນກວ່າໂຕນ, ຈັດຕັ້ງກຸ່ມຜະລິດໄດ້ 28 ກຸ່ມ, ການຜະລິດອຸດສາຫະກຳ, ຫັດຖະກຳ ແລະ ການຄ້າ ເຊິ່ງປັດຈຸບັນມີໂຮງງານ 235 ແຫ່ງ, ຂະໜາດໃຫຍ່ 38 ແຫ່ງ, ຂະໜາດກາງ 197 ແຫ່ງ (ທຽບໃສ່ປີ 2015 ເພີ່ມຂຶ້ນ 40 %), ມີທຶນຈົນທະບຽນ 3 ຕື້ກວ່າກີບ, ການຜະລິດເປັນສິນຄ້າຂອງປະຊາຊົນ ໄດ້ຮັບການຊຸກຍູ້ສົ່ງເສີມ ແລະ ປະກາດເປັນໂອດ໋ອບໄດ້ 5 ໜ່ວຍ, ການຄຸ້ມຄອງນຳໃຊ້ທີ່ດິນ, ຊັບພະຍາກອນທຳມະຊາດ-ສິ່ງແວດລ້ອມ ໄດ້ຫັນເຂົ້າສູ່ການຄຸ້ມຄອງດ້ວຍກົດໝາຍ ແລະ ລະບຽບການເທື່ອລະກ້າວ, ເຊິ່ງໄດ້ສຳເລັດການຂຶ້ນທະບຽນດິນລັດຄຸ້ມຄອງ 16 ຕອນ, ເນື້ອທີ່ 1.493,2 ເຮັກຕາ, ສຳຫຼວດວັດແທກອອກໃບຕາດິນຖາວອນ 17.409 ຕອນ, ສ້າງລາຍຮັບເຂົ້າງົບປະມານໄດ້ 1 ຕື້ກວ່າກີບ ແລະອື່ນໆ.