ຫົວໜ້າ ປກສ ແຂວງຫຼວງນໍ້າທາ ຊີ້ນຳວຽກງານຢູ່ ປກສ ເມືອງສິງ

0
1081

ພັອ ສົມໄຊ ຈັນທະວົງ ຫົວໜ້າກອງບັນຊາການ ປກສ ແຂວງຫຼວງນໍ້າທາ ພ້ອມດ້ວຍຄະນະ ໄດ້ລົງຊີ້ນຳວຽກງານຢູ່ກອງບັນຊາການ ປກສ ເມືອງສິງ ໃນວັນທີ 16 ກໍລະກົດ 2020, ຕ້ອນຮັບໂດຍ ພັທ ພຸດທະສອນ ວົງແຝງຄໍາ ຫົວໜ້າກອງບັນຊາການ ປກສ ເມືອງສິງ ພ້ອມດ້ວຍຄະນະ, ຮອງຫົວໜ້າ, ຄະນະກອງບັນຊາການ, ຫົວໜ້າ-ຮອງພະແນກ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ພັທ ພຸດທະສອນ ວົງແຝງຄໍາ ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດວຽກງານຂອງ ກອງບັນຊາການ ປກສ ເມືອງສິງ ໃນໄລຍະຜ່ານມາ ວ່າ:

ໄດ້ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບ ຢູ່ພາຍໃນກົມກອງ ຢ່າງເນື່ອງນິດລຽນຕິດ ໂດຍຈັດຕັ້ງເຊື່ອມຊຶມບັນດາແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ, ເຮັດໃຫ້ພະນັກງານ-ນັກຮົບມີແນວຄິດຫຼັກໝັ້ນ, ອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ ແລະ ມີຄວາມຫ້າວຫັນປະຕິບັດໜ້າທີ່ວຽກງານວິຊາສະເພາະ ທີ່ການຈັດຕັ້ງມອບໝາຍມີຜົນສໍາເລັດ.

ໃນການຊີ້ນຳຄັ້ງນີ້, ພັອ ສົມໄຊ ຈັນທະວົງ ໄດ້ຊີ້ນໍາໃຫ້ ຄະນະພັກ-ຄະນະກອງບັນຊາການ ປກສ ເມືອງສິງ ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດພະນັກງານ-ນັກຮົບ, ນໍາເອົາບັນດາມະຕິ, ຄໍາສັ່ງ, ຂໍ້ກໍານົດ, ກົດລະບຽບ, ມູນເຊື້ອຂອງພັກ, ຂອງຊາດມາເຜີຍແຜ່, ເຊື່ອມຊຶມໃຫ້ທົ່ວເຖິງ, ຊີ້ນໍາ-ນໍາພາພະນັກງານ-ນັກຮົບ ໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ, ມີການແບ່ງ, ຄວາມຮັບຜິດຊອບ ພ້ອມທັງມີຜູ້ຕິດຕາມການປະຕິບັດ, ເພີ່ມຄວາມຮັບຜິດຊອບໜ້າທີ່ວຽກງານຂອງຕົນ ແລະ ຢູ່ພາຍໃນກົມກອງໃຫ້ສູງຂຶ້ນ, ພ້ອມກັນປະຕິບັດໜ້າທີ່ວຽກງານຕາມທີ່ຂັ້ນເທິງມອບໝາຍໃຫ້ຢ່າງຕັ້ງໜ້າ, ພ້ອມກັນແກ້ໄຂປະກົດການຫຍໍ້ຢູ່ພາຍໃນເມືອງ ໃຫ້ຫຼຸດນ້ອຍຖອຍລົງ ແລະ ມີຄວາມສະຫງົບໂດຍພື້ນຖານ.