ໃນໄລຍະ 5 ປີຜ່ານມາ, ຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວ ອົງການໄອຍະການປະຊາຊົນສູງສຸດ (ຄຊປປລ ອອປສ) ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາສະມາຊິກ ປະຕິບັດວຽກງານວິຊາສະເພາະ ໃນການກວດກາລັດຕ້ານການສໍ້ລາດບັງຫຼວງ, ໄດ້ຄົ້ນຄວ້າ ແລະ ແກ້ໄຂຄະດີໄດ້ 2.695 ເລື່ອງ.

ສະຫາຍ ນາງ ວິໄລສິນ ແດນຫັນສາ ຮອງເລຂາ ຄຊປປລ ອອປສ ກ່າວໃນກອງປະຊຸມໃຫຍ່ ຄັ້ງທີ IV ຂອງ ຄຊປປລ ອອປສ ຈັດຂຶ້ນໃນວັນທີ 22 ກໍລະກົດ 2020 ໂດຍການເຂົ້າຮ່ວມຂອງ ສະຫາຍ ຄໍາສານ ສຸວົງ ກໍາມະການສູນກາງພັກ ຫົວໜ້າ ອອປສ, ສະຫາຍ ອາລຸນໄຊ ສູນນະລາດ ກໍາມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ, ມີບັນດາຄະນະພັກ-ຄະນະນໍາ, ແຂກຮັບເຊີນ ແລະ ສະມາຊິກຊາວໜຸ່ມເຂົ້າຮ່ວມ ວ່າ:

5 ປີຜ່ານມາ, ຄຊປປລ ອອປສ ໄດ້ຕັ້ງໜ້າສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກຊາວໜຸ່ມທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນຢ່າງເປັນປົກກະຕິ ເປັນຕົ້ນແມ່ນ ການເຂົ້າຮ່ວມເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລັດຖະທໍາມະນູນ, ກົດໝາຍ, ບັນດາມູນເຊື້ອປະຫວັດສາດຂອງຊາດ, ຂອງພັກ ແລະ ເອກະສານອື່ນໆທີ່ສໍາຄັນ.

ຜ່ານການສຶກສາອົບຮົມ ໄດ້ເຮັດໃຫ້ສະມາຊິກຊາວໜຸ່ມ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ແນວທາງການນໍາພາຂອງພັກ, ມີຄວາມເດັດດ່ຽວໜຽວແໜ້ນ ແລະ ບໍ່ຫວັ່ນໄຫວຄອນແຄນຕໍ່ສະພາບການຕ່າງໆທີ່ເກີດຂຶ້ນ, ພ້ອມກັນປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດບົດບາດ, ໜ້າທີ່ວຽກງານຂອງຕົນດ້ວຍຄວາມຮັບຜິດຊອບ ແລະ ມີຜົນສໍາເລັດ ເປັນຕົ້ນແມ່ນ ວຽກງານວິຊາສະເພາະ ກໍຄື ວຽກງານກວດກາລັດຕ້ານການສໍ້ລາດບັງຫຼວງ, ໄດ້ຄົ້ນຄວ້າແກ້ໄຂຮັບຄໍາຮ້ອງ ແລະ ຄໍາສະເໜີຕ່າງໆ.

ພ້ອມນັ້ນ, ຍັງໄດ້ກວດກາການຈັດຕັ້ງປະຕິບັດງົບປະມານປະຈໍາປີ, ສໍາເລັດການຈັດຕັ້ງປະຕິບັດການແຈ້ງຊັບສິນພະນັກງານພາຍໃນ ອອປສ, ໄດ້ມີຄວາມພະຍາຍາມບຸກບືນ ແລະ ປັບປຸງຕົນເອງ, ສາມາດປະຕິບັດວຽກງານວິຊາສະເພາະ ຢ່າງມີຜົນສໍາເລັດ ເຊິ່ງສະແດງອອກຄື: ການແກ້ໄຂຄະດີຂອງ ອອປສ ໄລຍະ 5 ປີ ຜ່ານມາ ໄດ້ຮັບຄະດີທັງໝົດ 2.956 ເລື່ອງ, ແກ້ໄຂໄດ້ 2.695 ເລື່ອງ ເທົ່າກັບ 91,17 % ຂອງຄະດີທັງໝົດ.

ທິດທາງແຜນການ 5 ປີຕໍ່ໜ້າ, ຄຊປປລ ອອປສ ຍັງຈະສືບຕໍ່ເພີ່ມທະວີວຽກງານການເມືອງ-ແນວຄິດຂອງສະມາຊິກພັກ-ພະນັກ
ງານຊາວໜຸ່ມ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີນໍ້າໃຈຮັກຊາດອັນສູງສົ່ງ, ມີນໍ້າໃຈເສຍສະລະ, ມີຄວາມຈົງຮັກພັກດີຕໍ່ອຸດົມການສັງຄົມນິຍົມຢ່າງໜັກແໜ້ນ, ຮູ້ປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທໍາຂອງຊາດ ແລະ ເຜົ່າ, ສືບຕໍ່ອອກແຮງສ້າງຂະບວນການແຂ່ງຂັນ 4 ບຸກຂອງຊາວໜຸ່ມ ແລະ ຂໍ້ແຂ່ງຂັນ 3 ມີ 4 ຮັບປະກັນຂອງຫົວໜ້າ ອອປສ ໃຫ້ເປັນຂະບວນການຟົດຟື້ນ, ເປັນເວທີແຫ່ງການຝຶກຝົນຫຼ່ໍຫຼອມຊາວໜຸ່ມຜ່ານຂະບວນການຕົວຈິງ ກາຍເປັນກໍາລັງແຮງສໍາຄັນໃຫ້ແກ່ ຄະນະພັກ-ຄະນະນໍາ ອອປສ.

ໃນກອງປະຊຸມ ຍັງໄດ້ມີການປ່ອນບັດຄັດເລືອກເອົາ ຄະນະ ຄຊປປລ ອອປສ ຊຸດໃໝ່, ເຊິ່ງມີຜູ້ລົງສະໝັກ ຈໍານວນ 9 ສະຫາຍ ເລືອກເອົາ 7, ຜ່ານການປ່ອນບັດ ກອງປະຊຸມໄດ້ເປັນເອກະສັນເລືອກເອົາ ສະຫາຍ ອານຸສອນ ວິດາວົງ ເປັນເລຂາ, ສະຫາຍ ສົມບູນ ສຸກທະວີ ເປັນຮອງເລຂາ ທັງເປັນ ປະທານກວດກາ, ສະຫາຍ ນາງ ພຽນພານິດ ເລືອງບຸນມີ ເປັນຮອງເລຂາ ເປັນຮອງປະທານກວດກາ ແລະ ອີກ 4 ສະຫາຍ ເປັນຄະນະ.