ໄລຍະ 6 ເດືອນຕົ້ນປີ 2020, ຄະນະກອງບັນຊາການປ້ອງກັນເຄື່ອນ ທີ່ໄດ້ເອົາໃຈໃສ່ນໍາພາພະນັກງານ-ນັກຮົບຖັນແຖວກຳລັງປ້ອງກັນເຄື່ອນທີ່ ສຸມໃສ່ປະຕິບັດວຽກງານວິຊາສະເພາະຢ່າງຕັ້ງໜ້າ ໂດຍສະເພາະປະຕິບັດລະບອບປະຈຳການກຽມພ້ອມແກ້ໄຂສະພາບການຕະຫຼອດ 24 ຊົ່ວໂມງ, ສາມາດຮັບປະກັນໃຫ້ສັງຄົມ ມີຄວາມສະຫງົບປອດໄພໂດຍພື້ນຖານ.

ພັທ ແກ້ວພິດສະໄໝ ອຸດອນ ຫົວໜ້າຫ້ອງການ ກອງບັນຊາການປ້ອງກັນເຄື່ອນທີ່ ກ່າວໃນກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2020 ຂອງ ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງ ປກສ ທີ່ໄດ້ຈັດຂຶ້ນໃນວັນທີ 22 ກໍລະກົດ 2020, ໂດຍການເປັນປະທານຂອງ ພົຈວ ຈັນສະແຫວງ ທິບຄູນທອງ ຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່, ມີຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ພາຍໃນ ກອງບັນຊາການ ເຂົ້າຮ່ວມ ວ່າ:

ໃນໄລຍະ 6 ເດືອນ ຜ່ານມາ, ຄະນະກອງບັນຊາການ ຍາມໃດກໍໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບຖັນແຖວກຳລັງປ້ອງກັນເຄື່ອນທີ່ ມີແນວຄິດອຸ່ນອຽນທຸ່ນທ່ຽງ ແລະ ເຊື່ອໝັັ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດ ເຊິ່ງສະແດງອອກໃນການສຸມໃສ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະຕາມການມອບໝາຍ, ຂອບເຂດສິດ ແລະ ໜ້າທີ່ໃນການເກັບກໍາສະພາບ, ຂໍ້ມູນແຫຼ່ງຂ່າວຕາມພື້ນທີ່ສາຍທາງຂອບເຂດຄວາມຮັບຜິດຊອບ, ແຕ່ງຕັ້ງພະນັກງານຜັດປ່ຽນປະຈໍາການ ກຽມພ້ອມແກ້ໄຂສະພາບການຕະຫຼອດ 24 ຊົ່ວໂມງ ເພື່ອກວດກາສະກັດກັ້ນການເຄື່ອນໄຫວຂອງກຸ່ມແກ້ງກວນເມືອງ ແລະ ປະກົດການຫຍໍ້ທໍ້ຕ່າງໆ ສະແດງອອກໃນຜົນງານຕົວຈິງຄື: ລົງສ້າງທ່າສະໜາມສູ້ຮົບ ຈັ້ງທ່າປ້ອງກັນບໍລິເວນເມືອງຊະນະຄາມ ແຂວງວຽງຈັນ ສໍາເລັດ.

ຂຶ້ນໄປຊີ້ນໍາວຽກງານແກ້ໄຂປະກົດການຫຍໍ້ທໍ້ ຢູ່ແຂວງຊຽງຂວາງ ຈໍານວນ 5 ສະຫາຍ, ສັບປ່ຽນກຳລັງປ້ອງກັນບໍລິສັດລາວເວີນ, ການເຄື່ອນຍ້າຍວັດຖຸມີຄ່າທະນາຄານ, ບໍລິສັດ, ຫ້າງຮ້ານອື່ນໆ ທີ່ໄດ້ຮັບການມອບໝາຍຈາກຂັ້ນເທິງ ເຫັນວ່າ ມີຄວາມສະຫງົບປອດໄພ 100%; ຄຽງຄູ່ກັນນັ້ນ, ຍັງສາມາດກັກຕົວຜູ້ຖືກຫາໄດ້ທັງໝົດ 23 ຄົນ, ຢາບ້າຈໍານວນ 1.727 ເມັດ, ລົດຈັກດັດແປງສະພາບ 16 ຄັນ ແລະ ເຄື່ອງຂອງກາງຜູ້ຕ້ອງສົງໄສອີກຈໍານວນໜຶ່ງ ພ້ອມທັງມອບໃຫ້ພາກສ່ວນກ່ຽວຂ້ອງເພື່ອນໍາໄປດໍາເນີນຄະດີຕາມຂັ້ນຕອນ.

ທິດທາງແຜນການ 6 ເດືອນຕໍ່ໜ້າ ແມ່ນຈະສືບຕໍ່ເກັບກໍາຂໍ້ມູນແຫຼ່ງຂ່າວຂອງກຸ່ມຄົນບໍ່ດີທີ່ມີການເຄື່ອນໄຫວສ້າງຄວາມບໍ່ສະຫງົບ ໃນສັງຄົມ ແລະ ປະກົດການຫຍໍ້ທໍ້ຕ່າງໆທີ່ຜິດກົດໝາຍ ເພື່ອສະກັດກັ້ນເຫດການບໍ່ດີທີ່ຈະເກີດຂຶ້ນໃຫ້ທັນເວລາ; ສຸມໃສ່ປະຕິບັດລະບອບປະຈໍາການ ກຽມພ້ອມແກ້ໄຂສະພາບການຕະຫຼອດ 24 ຊົ່ວໂມງ, ປ້ອງກັນໂຄງການທາງລົດໄຟ ລາວ-ຈີນ ໃຫ້ມີຄວາມສະຫງົບປອດໄພ, ເອົາໃຈໃສ່ເຮັດວຽກງານປ້ອງກັນກອງປະຊຸມຕ່າງໆ, ແຂກພາຍໃນ-ຕ່າງປະເທດ, ປ້ອງກັນການນໍາພັກ-ລັດ, ສໍານັກງານ-ອົງການ, ທະນາຄານ, ບໍລິສັດ, ງານສະແດງ, ບຸນປະເພນີ, ບັນດາຫ້າງ-ຮ້ານ ແລະ ວັດຖຸມີຄ່າຕາມການມອບໝາຍຂອງຂັ້ນເທິງ ໃຫ້ມີຄວາມປອດໄພ.