ໃນວັນທີ 21 ກໍລະກົດ 2020, ປກສ ແຂວງສະຫວັນນະເຂດ ໄດ້ຈັດພິທີທຳລາຍອາວຸດລ່າເນື້ອ ຈໍານວນ 1.400 ກວ່າກະບອກ ແລະ ເຄື່ອງມືທີ່ຜິດຕໍ່ລະບຽບກົດໝາຍຈໍານວນໜຶ່ງ ຢູ່ສູນດັດສ້າງຫຼັກ 33 ເມືອງໄຊພູທອງ, ໂດຍການເຂົ້າຮ່ວມຂອງ ທ່ານ ພູຂົງ ນາມມະຈັກ ຫົວໜ້າຫ້ອງວ່າການປົກຄອງແຂວງ, ມີ ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງ, ບັນດາຫ້ອງ, ບັນດາພະແນກອ້ອມຂ້າງກອງບັນຊາການ ພ້ອມດ້ວຍພະແນກການອ້ອມຂ້າງແຂວງ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ພັທ ຕອງໄທ ຈັນແພງວົງ ຮອງຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ ໃຫ້ຮູ້ວ່າ:

ເພື່ອປະຕິບັດຄຳສັ່ງກ່ຽວກັບ ການເກັບກູ້ອາວຸດເສິກ-ອາວຸດລ່າເນື້ອ, ທາດແຕກ, ທາດລະເບີດ ແລະ ອຸປະກອນອື່ນໆ ທີ່ພົວພັນເຖິງຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ທັງເປັນການແກ້ໄຂບັນຫາທຳລາຍສັດນໍ້າ-ສັດປ່າ ແລະ ການຕັດໄມ້ທຳລາຍປ່າ; ດັ່ງນັ້ນ, ກຳລັງ ປກສ ເມືອງ 14 ເມືອງ 1 ນະຄອນ ຈຶ່ງໄດ້ເອົາໃຈໃສ່ ໂດຍສະເພາະແມ່ນ ການຕິດຕາມກວດກາ ແລະ ຢຶດອາວຸດລ່າເນື້ອ, ທາດແຕກ, ທາດລະເບີດ ແລະ ເຄື່ອງມືຊ໋ອດປາ ຈາກຜູ້ລະເມີດຕໍ່ລະບຽບກົດໝາຍ ເພື່ອຈະນຳໄປມອບໃຫ້ ປກສ ແຂວງ ເອົາໄປທຳລາຍຖິ້ມ.

ອາວຸດລ່າເນື້ອ ແລະ ເຄື່ອງມືທີ່ນຳມາທໍາລາຍດ້ວຍການຈູດຄັ້ງນີ້ ປະກອບມີ: ປືນແກັບຈຳນວນ 1.419 ກະບອກ, ລູກຂີ້ກົ່ວ 2 ກິໂລ, ຂີ້ມາດ 2 ຖົງ, ດອກເເກັບ 1 ຖົງ, ຂີ້ເຈຍ 2 ຖົງ, ໝໍ້ຊ໋ອດປາ 16 ໜ່ວຍ, ບັ້ງພຸຍາວ 3 ແກັດ ແລະ ບັ້ງພຸສັ້ນ 10 ແກັດ. ຜ່ານມາໃນປີ 2014-2019 ໄດ້ຈັດພິທີທໍາລາຍປືນແກັບ 11.588 ກະບອກ ແລະ ພ້ອມວັດຖຸທີ່ຖືກຫ້າມອື່ນໆ 42 ລາຍການ.