ເຈົ້າໜ້າທີ່ພະແນກສືບສວນ-ສອບສວບ ກອງບັນຊາການ ປກສ ແຂວງຄຳມ່ວນ ໄດ້ມອບລົດກະບະວີໂກ້ ສີປອນເງິນ ປ້າຍທະບຽນ ກຂ 4349 ຄຳມ່ວນ ໃຫ້ເຈົ້າຂອງເດີມ ໃນວັນທີ 16 ກໍລະກົດ 2020 ຫຼັງຈາກເກັບກູ້ຄືນໄດ້ຈາກການສໍ້ໂກງ, ມອບໂດຍ ພັອ ຄຳພອນ ສີກຸມພົນ ຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ ແລະ ກ່າວຮັບໂດຍ ທ່ານ ຄຳໃບ ດວງສອນ ປະຊາຊົນບ້ານເລົ່າງົວ ເມືອງທ່າແຂກ ແຂວງຄຳມ່ວນ.

ຮອ ຄຳຫຼ້າ ຈັນທະວົງ ຮອງຫົວໜ້າກອງຕຳຫຼວດສືບສວນ-ສອບສວນ ຄະດີອາຍາ ປກສ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ໃນວັນທີ 4 ເມສາ 2020, ຜູ້ຖືກເສຍຫາຍ ໄດ້ເຂົ້າແຈ້ງຄວາມວ່າ: ໃນໄລຍະເດືອນກຸມພາ 2020, ນາງ ຈັນພາມີ ( ຫຼື ນາງ ຈ່ອຍ ) ອາຍຸ 57 ປີ, ບ້ານສະໜາມ ໄຊ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ເຮັດສັນຍາເຊົ່າລົດກັບຕົນໃນລາຄາ 58.000 ບາດ (ເງິນໄທ) ຕໍ່ເດືອນ. ຈາກນັ້ນ, ກໍໄດ້ນໍາເອົາລົດຄັນດັ່ງກ່າວໄປຂາຍໃຫ້ ທ້າວ ທົງໄຊ ອາຍຸ 27 ປີ, ຢູ່ບ້ານໂພນສະຫວ່າງເໜືອ ນະຄອນໄກສອນພົມວິຫານ ໃນລາຄາ 360.000 ບາດ. ຈາກນັ້ນ, ກໍຖືກຂາຍຕໍ່ໃຫ້ ທ້າວ ລັດສະໝີ ອາຍຸ 25 ປີ ຢູ່ບ້ານສັງ ເມືອງເຊບັ້ງໄຟ ແຂວງຄຳມ່ວນ ໃນລາຄາ 440.000 ບາດ.

ໃນວັນທີ 10 ມິຖຸນາ 2020, ເຈົ້າໜ້າທີ່ ປກສ ແຂວງຄໍາມ່ວນ ໄດ້ລົງກວດກາ ຈຶ່ງສາມາດເກັບກູ້ລົດຄັນດັ່ງກ່າວຄືນມາໄດ້; ສ່ວນ ນາງ ຈັນພາມີ ເຈົ້າໜ້າທີ່ກໍາລັງຕິດຕາມຕົວດໍາເນີນຄະດີ.