ກອງບັນຊາການ ປກສ ແຂວງຫຼວງນ້ຳທາ ໄດ້ລົງໂຄສະນາຜົນຮ້າຍຂອງການຄ້າມະນຸດ ຢູ່ບ້ານພິນຮໍ້ ເມືອງ ແລະ ແຂວງຫຼວງນ້ຳທາ ໃນ ວັນທີ 16 ກໍລະກົດ 2020, ນຳພາໂດຍ ພັທ ນາງ ມະລິຈັນ ແກ້ວມະນີວົງ ຮອງຫົວໜ້າຫ້ອງຕຳຫຼວດ, ຄະນະກໍາມະການຕ້ານການຄ້າມະ ນຸດ, ຫົວໜ້າກອງເລຂາຄະນະຕ້ານການຄ້າມະນຸດແຂວງຫຼວງນ້ຳທາ, ມີນາຍບ້ານໆພິນຮໍ້, ປກສ ກຸ່ມບ້ານຫຼັກຄຳ, ພໍ່-ແມ່ປະຊາຊົນເຂົ້າຮ່ວມ.

ຮທ ສຸພາສຸກ ວິວັນໄຊ ຫົວໜ້າໜ່ວຍງານສືບສວນ-ສອບສວນ ພະແນກຕ້ານການຄ້າມະນຸດກ່າວວ່າ: ການລົງໂຄສະນາໃນຄັ້ງນີ້ ເພື່ອເຮັດໃຫ້ພໍ່-ແມ່ປະຊາຊົນພາຍໃນບ້ານພິນຮໍ້ ເຫັນໄດ້ປະກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາະເລຫຼຽມຂອງກຸ່ມຄ້າມະນຸດ ທີ່ໄດ້ມີການເຄື່ອນໄຫວຫຼອກລວງລູກຫຼານຂອງພໍ່-ແມ່ປະຊາຊົນລາວ ໃຫ້ຕົກເປັນຜູ້ຖືກເຄາະຮ້າຍຈາກການຄ້າມະນຸດຖືກຂູດຮີດແຮງງານ, ບັງຄັບໃຫ້ຂາຍບໍລິການທາງເພດ, ເອົາເປັນຂ້າທາດ ແລະ ອື່ນໆ; ເຊິ່ງບັນຫາເຫຼົ່ານີ້ເກີດຂຶ້ນໄດ້ຫຼາຍປັດໃຈທີ່ເປັນສາກບັງໜ້າເພື່ອໃຊ້ເລຫຼ່ຽມໃນການຕົວະຍົວະຫຼອກລວງເຊັ່ນ: ດ້ວຍຮູບການແຕ່ງດອງບໍ່ຖືກຕ້ອງຕາມກົດໝາຍ, ບໍ່ໄດ້ຜ່ານອົງການຈັດຕັ້ງທີ່ກ່ຽວຂ້ອງ ແລະ ຈົດທະບຽນບໍ່ຖືກຕ້ອງຕາມດຳລັດ 198/ນຍ, ການເອົາເດັກມາເປັນລູກລ້ຽງ, ການບັງຄັບໃຫ້ເປັນໂສເພນີ, ການຂູດຮີດແຮງງານ.

ໃນຕອນທ້າຍ, ພັທ ນາງ ມະ ລິຈັນ ແກ້ວມະນີວົງ ໄດ້ເນັ້ນໜັກໃຫ້ນາຍບ້ານໆພິນຮໍ້ ນຳເອົາເນື້ອໃນການເຜີຍແຜ່ຂອງເຈົ້າໜ້າທີ່ກ່ຽວກັບຜົນຮ້າຍຂອງການຕົກເປັນເຫຍື້ອການຄ້າມະນຸດຄັ້ງນີ້ໄປຜັນຂະຫຍາຍໃຫ້ກຸ່ມເປົ້າໝາຍທີ່ຈະຕົກເປັນເຫຍື້ອຄ້າມະນຸດ ແລະ ພໍ່-ແມ່ປະຊາຊົນຜູ້ທີ່ບໍ່ໄດ້ເຂົ້າຮ່ວມໃນມື້ນີ້ໃຫ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ໃຫ້ທົ່ວເຖິງ.