ລັດຖະບານ ສປປ ລາວ ໄດ້ສະກັດກັ້ນ ແລະ ຕ້ານໂຄວິດ-19 ຢ່າງຈິງຈັງ ໂດຍປອດຜູ້ຕິດເຊື້ອໃໝ່ມາເປັນເວລາ 100 ກວ່າວັນແລ້ວ ແຕ່ກັບພົບຜູ້ຕິດເຊື້ອກໍລະນີໃໝ່ທີ່ເປັນຊາວຕ່າງຊາດ ເຂົ້າມາເຮັດວຽກເຂື່ອນໄຟຟ້າໃນລາວ.

ຮສ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ຜູ້ຕິດເຊື້ອໂຄວິດ-19 ເປັນເພດຊາຍອາຍຸ 32 ປີ, ສັນຊາດ ສ ເກົາຫຼີ ວິຊາການໄຟຟ້າຢູ່ເຂື່ອນນໍ້າງຽບ, ແຕ່ຜູ້ກ່ຽວຍັງບໍ່ທັນໄດ້ໄປເຮັດວຽກເທື່ອ ເພາະຍັງຖືກກັກໂຕຕາມລະບຽບການຢູ່ໂຮງແຮມບ່ອນກໍານົດໃນນະຄອນຫຼວງວຽງຈັນ.

ຜ່ານການສອບຖາມຜູ້ກ່ຽວໃຫ້ຮູ້ວ່າ: ກ່ອນເດີນທາງມາ ສປປ ລາວ ໄດ້ອາໄສນໍາຄອບຄົວທີ່ປອດຈາກໂຄວິດ, ແມ່ນບໍ່ມີອາການຫຍັງ ແລະ ໄດ້ກວດໂຄວິດ-19 ດ້ວຍເຄື່ອງມື RT-PCR ໃຫ້ຜົນລົບ.

ໃນວັນທີ 18 ກໍລະກົດ 2020, ເດີນທາງຈາກເມືອງໂອສະກາ-ໂຕກຽວ ປະເທດຍີ່ປຸ່ນ ມາຜ່ານ ເມືອງອິນຊອນ ສ ເກົາຫຼີ ມາ ສປປ ລາວ ຜ່ານທາງສະໜາມບິນສາກົນວັດໄຕ ເດີນທາງມາພ້ອມໝູ່ 4 ຄົນ ໃນຖ້ຽວບິນ QVV922A ມີຜູ້ໂດຍສານທັງໝົດ 109 ຄົນ. ຈາກນັ້ນ, ໄດ້ເດີນທາງມາໂຮງແຮມດ້ວຍລົດຕູ້ ມີຜູ້ໂດບສານລວມ 6 ຄົນ.

ນັບແຕ່ວັນທີ 18-23 ສິງຫາ 2020, ຜູ້ກ່ຽວໄດ້ເຂົ້າພັກທີ່ໂຮງແຮມ ແລະ ບໍ່ໄດ້ເດີນທາງອອກຈາກຫ້ອງ ໂດຍກິນອາຫານຢູ່ຫ້ອງ ມີພະນັກງານນໍາເອົາອາຫານ-ນໍ້າດື່ມໄວ້ໃຫ້ (ໂດຍບໍ່ມີໃຜເຂົ້າໄປຫ້ອງ) ໃນເວລາເຂົ້າພັກຢູ່ນັ້ນບໍ່ມີພະນັກງານເຂົ້າໄປອະນາໄມຫ້ອງ ເພາະກົດລະບຽບຂອງໂຮງແຮມ ຜູ້ກ່ຽວຕ້ອງໄດ້ຮັບຜິດຊອບເອງ; ທາງໂຮງແຮມໄດ້ຈັດກຽມອຸປະກອນທີ່ຈໍາເປັນໃນຫ້ອງພັກຕາມກໍານົດ 14 ວັນ ໃນແຕ່ລະວັນໄດ້ມີພະນັກງານໂຮງແຮມໄດ້ວັດແທກອຸນຫະພູມໃນຫ່າງກາຍເຊົ້າ ແລະ ແລງ (ໄລຍະຫ່າງ 1 ແມັດ) ຜ່ານການກວດກາມີອຸນຫະພູມສະເລ່ຍ 36,3 – 36,6 ອົງສາເຊ.

ໃນວັນທີ 22 ກໍລະກົດ 2020, ມີທີມງານ ສວລ ຮ່ວມກັບ ພະແນກສາທາລະນະນສຸກ ນວ ແລະ ຫ້ອງການສາທາ ເມືອງສີໂຄດຕະບອງ ໄດ້ລົງເກັບກໍາຕົວຢ່າງຢູ່ໂຮງແຮມຫຼັງດັ່ງກ່າວ; ມາໃນວັນທີ 23 ກໍລະກົດ 2020, ຜົນກວດອອກມາພົບເຊື້ອໂຄວິດ-19 ແລະ ທາງໂຮງໝໍໄດ້ໄປຮັບມາປິ່ນປົວຢູ່ໂຮງໝໍ 150 ຕຽງ. ສໍາລັບ, ຜູ້ສໍາພັດໃກ້ຊິດທີ່ໄຈ້ແຍກໄດ້ໃນເບື້ອງຕົ້ນ ແມ່ນ 17 ຄົນ.

ປັດຈຸບັນ, ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 20 ຄົນ. ໃນນີ້, ປິ່ນປົວຫາຍດີ 19 ຄົນ ຍັງເຫຼືອ 1 ຄົນທີ່ຕິດເຊື້ອໃໝ່ກໍາລັງປິ່ນປົວ.